ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ​ລັດ​ຖະ​ມົນ​ຕີ ສ​ຣີ ລັງ​ກາ ລາ​ອອກ​ຈາກ​ຕຳ​ແໜ່ງ ໃນ​ຂະ​ນະ​ທີ່​ປະ​ເທດ ​ເກີດ​ການ​ຈະ​ລາ​ຈົນທີ່​ຮຸນ​ແຮງ


ເຈົ້າ​ໜ້າ​ທີ່​ຕຳຫຼວດ​ພະ​ຍາ​ຍາມ​ທີ່​ຈະ​ປ້ອງ​ກັນ​ຜູ້​ສະ​ໜ​ັບ​ສະ​ໜູນ​ພັກ​ປົກ​ຄອງ​ປະ​ເທດ​ຂອງ ສ​ຣີ ລັງ​ກາ ໃນ​ລະ​ຫວ່າງ​ການ​ປະ​ທະ​ກັນ​ກັບ​ພວກ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ, ນະ​ຄອນຫຼວງ ໂຄ​ລອມ​ໂບ, ສ​ຣີ ລັງ​ກາ, 9 ພຶດ​ສະ​ພາ, 2022.
ເຈົ້າ​ໜ້າ​ທີ່​ຕຳຫຼວດ​ພະ​ຍາ​ຍາມ​ທີ່​ຈະ​ປ້ອງ​ກັນ​ຜູ້​ສະ​ໜ​ັບ​ສະ​ໜູນ​ພັກ​ປົກ​ຄອງ​ປະ​ເທດ​ຂອງ ສ​ຣີ ລັງ​ກາ ໃນ​ລະ​ຫວ່າງ​ການ​ປະ​ທະ​ກັນ​ກັບ​ພວກ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ, ນະ​ຄອນຫຼວງ ໂຄ​ລອມ​ໂບ, ສ​ຣີ ລັງ​ກາ, 9 ພຶດ​ສະ​ພາ, 2022.

ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ຣີ ລັງ​ກາ ທ່ານ ມາ​ຮິນ​ດາ ຣາ​ຈາ​ພັກສາ ໄດ້​ລາ​ອອກ​ຈາກ​ຕຳ​ແໜ່ງ​ໃນ​ຂະ​ນະ​ທີ່​ປະ​ເທດ​ນ້ອຍໆ​ຕັ້ງ​ຢູ່​ເອ​ເຊຍ​ໃຕ້​ນັ້ນ​ໄດ້​ເກີດ​ຄວາມ​ຮຸນ​ແຮງ​ເຖິງ​ແກ່​ຊີ​ວິດຍ້​ອນ​ຄວາມ​ໂມ​ໂຫ ກ່ຽວ​ກັບ ​ວິ​ກິດ​ການ​ເສດ​ຖະ​ກິດ​ຂອງ​ປະ​ເທດ.

ການ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຣາ​ຈາ​ພັກ​ສາ ໄດ້​ມີ​ຂຶ້ນຫຼາຍ​ຊົ່ວ​ໂມງຫຼັງ​ຈາກ​ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ອ້າຍ​ຂອງ​ທ່ານ, ປະ​ທາ​ນາ​ທິ​ບໍ​ດີ ໂກ​ຕາ​ບາ​ຢາ ຣາ​ຈາ​ພັກ​ສາ, ໄດ້​ໂຈມ​ຕີ​ຜູ້​ປະ​ທ້ວງ​ທີ່​ໄດ້​ຕັ້ງ​ຕູບ​ຜ້າ​ຢູ່ນອກ​ຫ້ອງ​ການ​ລັດ​ຖະ​ບານ​ໃນ​ນະ​ຄອນຫຼວງ ໂຄ​ລອມ​ໂບ, ເຊິ່ງ​ແມ່ນ​ເມືອງຫຼວງ​ດ້ານ​ການ​ຄ້າ​ຂອງ ສ​ຣີ ລັງ​ກາ, ເພື່ອ​ຮຽກ​ຮ້ອງ​ການ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ສອງ​ອ້າຍ​ນ້ອງ​ນັ້ນ. ຕຳຫຼວດ​ຕໍ່​ຕ້ານ​ການ​ຈະ​ລາ​ຈົນ​ໄດ້​ຖືກ​ສົ່ງ​ໄປ​ເພື່ອ​ທັບ​ມ້າງ​ພວກ​ປະ​ທ້ວງ​ດ້ວຍ​ທໍ່​ສີດ​ນ້ຳ ແລະ ແກັ​ສ​ນ້ຳ​ຕາ.

ເຫດ​ການ​ຄວາມ​ຮຸນ​ແຮງ​ອີກ​ຄັ້ງ​ນຶ່ງ​ໃນ​ວັນ​ຈັນ​ວານນີ້​ໄດ້​ນຳ​ໄປ​ສູ່​ການ​ເສຍ​ຊີ​ວິດ​ຂອງ​ສະ​ມາ​ຊິກ​ສະ​ພາ​ພັກ ອາ​ມາ​ຣາ​ເຄຍ​ທີ ອາ​ທູ​ຄໍ​ຣາ​ລ (Amarakeerthi Athukorale) ທີ່​ກຳ​ລັງ​ປົກ​ຄອງ​ປະ​ເທດ ຫຼັງ​ຈາກ​ການ​ປະ​ເຊີນ​ໜ້າ​ກັບ​ພວກ​ປະ​ທ້ວງ​ທີ່​ໂມ​ໂຫ​ໃນ​ເມືອງ ນິດ​ຕຳ​ບູ​ວາ (Nittambuwa), ຕັ້ງ​ຢູ່​ເກືອບ 40 ກິ​ໂລ​ແມັດ​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ນະ​ຄອນຫຼວງ ໂຄ​ລອມ​ໂບ. ອົງ​ການ​ຂ່າວ AP ​ກ່າວ​ວ່າ​ສົບ​ທີ່​ຖືກ​ທຸບ​ຕີ​ຢ່າງ​ຮ້າຍ​ແຮງ​ຂອງ​ທ່ານ ອາ​ທູ​ຄໍ​ຣາ​ລ ແລະ ຜູ້​ຄຸ້ມ​ກັນ​ຂອງ​ທ່ານ​ໄດ້​ຖືກ​ພົບ​ເຫັນ​ໃນ​ຕຶກຫຼັງ​ນຶ່ງ ບ່ອນ​ທີ່​ເຂົາ​ເຈົ້າ​ໄດ້​ຖືກ​ໄລ່​ໄປ ແລະ ຈົນ​ຕາ​ແຈ​ໂດຍ​ພວກ​ປະ​ທ້ວງຫຼັງ​ຈາກ​ນຶ່ງ​ຄົນ​ໃນ​ນັ້ນ​ໄດ້​ຍິງ​ປືນ​ໃສ່​ພວກ​ປະ​ທ້ວງ.

ປະ​ທາ​ນາ​ທິ​ບໍ​ດີ ຣາ​ຈາ​ພັກ​ສາ ໄດ້​ປະ​ກາດ​ການ​ຫ້າມ​ອອກນອກ​ບ້ານ​ໃນ​ຍາມ​ກາງ​ຄືນ​ທົ່ວ​ປະ​ເທດ ເພື່ອ​ປະ​ຕິ​ບັດ​ພ້ອມ​ກັບ​ການ​ປະ​ກາດ​ພາ​ວະ​ສຸກ​ເສີນ​ທີ່​ທ່ານ​ໄດ້​ກຳ​ນົດ​ໃຊ້​ເມື່​ອ​ອາ​ທິດ​ທີ່​ຜ່ານ​ມາ.

ປະ​ເທດ ສ​ຣີ ລັງ​ກາ ແມ່ນ​ກຳ​ລັງ​ດີ້ນ​ຮົນ​ພາຍ​ໃຕ້​ໜີ້​ສິນ​ຢ່າງຫຼວງຫຼາຍ ແລະ ການຫຼຸດ​ລົງ​ຂອງ​ເງິນ​ຕາ​ຕ່າງ​ປະ​ເທດ​ທີ່​ໄດ້​ກໍ່​ໃຫ້​ເກີດ​ການ​ຂາດ​ແຄນ​ຢາ, ອາ​ຫານ ແລະ ນ້ຳ​ມັນ​ເຊື້ອ​ໄຟ​ຢ່າງ​ຮຸນ​ແຮງ ເຊິ່ງ​ໄດ້​ນຳ​ໄປ​ສູ່​ໄຟ​ຟ້າ​ມອດຫຼາຍ​ຊົ່ວ​ໂມງ​ຕໍ່​ວັນ. ໂຣກ​ລະ​ບາດ​ໂຄວິດ-19 ກໍ​ໄດ້​ເຮັດ​ໃຫ້ອຸດ​ສາ​ຫະ​ກຳ​ການ​ທ່ອງ​ທ່ຽວ​ທີ່​ສຳ​ຄັນ​ຂອງ
ສ​ຣີ ລັງ​ກາ ຢຸດ​ຊະ​ງັກ, ກໍ່​ໃຫ້​ເກີດ​ບັນ​ຫາ​ເພີ່ມ​ເຕີມ​ຕໍ່​ເສດ​ຖະ​ກິດ​ຂອງ​ເຂົາ​ເຈົ້າ​.

ທະ​ນາ​ຄານ​ກາງ​ຂອງ ສ​ຣີ ລັງ​ກາ ໄດ້​ຢຸດ​ການ​ຈ່າຍໜີ້​ສິນ​ຕ່າງ​ປະ​ເທດ​ທັງ​ໝົດ​ຊົ່ວ​ຄາວ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເຈ​ລະ​ຈາ​ກັບ​ອົງ​ການກອງ​ທຶນ​ສາ​ກົນ ກ່ຽວ​ກັບ​ໂຄງ​ການ​ປະ​ຕິ​ຮູບ​ການ​ກູ້​ຢືມ.

ປະ​ທາ​ນາ​ທິ​ບໍ​ດີ ຣາ​ຈາພັກ​ສາ ໄດ້​ປະ​ກາດ​ພາ​ວະ​ສຸກ​ເສີນ ​ໃນ​ເດືອນ​ມີ​ນາ​ທີ່​ຜ່ານ​ມາ ເພື່ອ​ຢຸດ​ການ​ປະ​ທ້ວງ​ຢູ່ນອກ​ບ້ານ​ຂອງ​ທ່ານ ທີ່​ຮຽກ​ຮ້ອງ​ໃຫ້​ທ່ານ​ລາ​ອອກ​ຈາກ​ຕຳ​ແໜ່ງ. ຄຳ​ສັ່ງ​ໄດ້​ມອບ​ອຳ​ນາດ​ໃຫ້​ຕຳ​ຫຼວດ​ເພື່ອ​ທຳ​ການ​ຈັບ​ກຸມ​ໂດຍ​ປາ​ສະ​ຈາກ​ໝາຍ​ຈັບ ແລະ ເຮັດ​ໃຫ້​ປະ​ຊາ​ຊົນ​ຜູ້​ທີ່​ອອກ​ຈາກ​ບ້ານ​ຂອງ​ເຂົາ​ເຈົ້າເປັນ​ສິ່ງ​ຜົນ​ກົດ​ໝາຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG