ຊາວສີລັງກາ ໄດ້ພາກັນໄປລົງຄະແນນ ໃນການເລືອກຕັ້ງ ທີ່ມີ
ຄະແນນສຽງໃກ້ຄຽງກັນ ຢ່າງບໍ່ຄາດຝັນ ລະຫວ່າງປະທານາທິ
ບໍດີ Mahinda Rajapaksa ກັບອະດີດ ພັນທະມິດເກົ່າຂອງ
ທ່ານຄົນນຶ່ງ.
ທ່ານ Rajapaksa ເຂົ້າກຳຕຳແໜ່ງນັບຕັ້ງແຕ່ປີ 2005 ເປັນ
ຕົ້ນມາ ແລະຮຽກຮ້ອງໃຫ້ມີການເລືອກຕັ້ງກ່ອນກຳນົດ 2 ປີ
ໂດຍທີ່ພວກນັກວິເຄາະທຳນາຍວ່າຈະໄດ້ຮັບໄຊຊະນະຢ່າງ
ງ່າຍດາຍ.
ເຖິງແມ່ນຄວາມນິຍົມຊົມຊອບຂອງທ່ານໄດ້ຫລຸດນ້ອຍຖອຍ
ລົງແດ່ແລ້ວກໍຕາມ ແຕ່ທ່ານ Rajapaksa ຍັງໝັ້ນໃຈວ່າ ພັກຝ່າຍຄ້ານ ທີ່ມີການແຕກ ແຍກກັນມາເປັນເວລາດົນນານແລ້ວນັ້ນ ຈະບໍ່ສາມາດຊອກຫາຜູ້ທ້າທາຍທີ່ໜ້າເຊື່ອຖື
ໄດ້ ມາສະໝັກແຂ່ງກັບທ່ານ.
ທ່ານໄດ້ບໍ່ຄາດຫວັງ ກ່ຽວກັບການລົງສະໝັກຂອງທ່ານ Mithripala Sirisena ຜູ້ຊຶ່ງລາອອກຈາກຕຳແໜ່ງລັດຖະມົນຕີກະຊວງສາທາລະນະສຸກ ແລະຂ້າມໄປເຂົ້າກັບອີກຝ່າຍນຶ່ງ ເພື່ອເປັນຜູ້ສະໝັກຂອງພັກຝ່າຍຄ້ານໃນເດືອນພະຈິກຜ່ານມາ ຊຶ່ງພາໃຫ້ເກີດມີ ການ
ໂຕນພັກເປັນຈຳນວນຫຼວງຫຼາຍຈາກຝ່າຍລັດຖະບານ.
ໃນການປ່ອນບັດຢູ່ເຂດເລືອກຕັ້ງຂອງທ່ານໃນວັນພະຫັດມື້ນີ້ ທ່ານ Rajapaksa ໄດ້ກ່າວວ່າ ທ່ານໝັ້ນໃຈວ່າ ທ່ານຈະໄດ້ຮັບໂອກາດໃຫ້ເປັນຜູ້ນຳຂອງປະເທດຕື່ມອີກເປັນຄັ້ງທີ 3.
ລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານ John Kerry ໄດ້ໂອ້ລົມທາງໂທລະ
ສັບກັບ ທ່ານ Rajapaksa ໃນວັນພຸດວານນີ້ ກ່ອນໜ້າຂອງການເລືອກຕັ້ງ. ໂຄສົກກະຊວງ
ການຕ່າງປະເທດສະຫະລັດ ກ່າວວ່າ ທ່ານ Kerry ຮຽກຮ້ອງໃຫ້ລັດຖະບານສີລັງກາ “ຄ້ຳປະ
ກັນວ່າການເລືອກຕັ້ງໃນວັນທີ 8 ມັງກອນ ມື້ນີ້ ຈະດຳເນີນໄປ ໂດຍປາສະຈາກຄວາມຮຸນ ແຮງ ການຂົ່ມຂູ່ໃດໆ ແລະວ່າ ການນັບຄະແນນສຽງນັ້ນ ຈະດຳເນີນໄປ ແບບໜ້າເຊື່ອຖືແລະໂປ່ງໃສ.”