ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ​ສ​ຣີ​ລັງ​ກາ ຫຼົບ​ໜີ​ອອກ​ໄປ​ນອກ​ປະ​ເທດ ທ່າມ​ກາງວິ​ກິດ​ການ​ທາງ​ດ້ານ​ເສດ​ຖະ​ກິດ


ທະ​ຫານ​ສ​ຣີ​ລັງ​ກາ ລາດ​ຕະ​ເວນ​ໃນ​ບໍ​ລິ​ເວນ​ໃກ້ໆ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ໂກ​ໂຕ​ບາ​ຢາ ຣາ​ຈາ​ພັກ​ສາ ເມື່ອ​ວັນ​ທີ 12 ກໍ​ລະ​ກົດ 2022.
ທະ​ຫານ​ສ​ຣີ​ລັງ​ກາ ລາດ​ຕະ​ເວນ​ໃນ​ບໍ​ລິ​ເວນ​ໃກ້ໆ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ໂກ​ໂຕ​ບາ​ຢາ ຣາ​ຈາ​ພັກ​ສາ ເມື່ອ​ວັນ​ທີ 12 ກໍ​ລະ​ກົດ 2022.

ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ສ​ຣີ​ລັງ​ກາ ໄດ້​ຫຼົບ​ໜີ​ອອກ​ຈາກ​ປະ​ເທດ ໃນ​ຕອນ​ເຊົ້າ​ວັນ​ພຸດ ມື້ນີ້ ບໍ່​ເທົ່າ​ໃດ​ມື້​ຫຼັງ​ຈາກ​ພວກ​ປະ​ທ້ວງ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ເຮືອນ ແລະຫ້ອງການ ຂອງ​ທ່ານ ແລະ​ບ້ານ​ພັກ​ທາງ​ການ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່າມ​ກາງວິ​ກິດ​ການ​ທາງ​ດ້ານ​ເສດ​ຖະ​ກິດ​ທີ່​ດຳ​ເນີນ​ມາເປັນ​ເວ​ລາສາມ​ເດືອນ ຊຶ່ງ​ໄດ້​ກໍ່​ໃຫ້​ເກີດ​ມີ​ການ​ຂາດ​ແຄນ​ອາ​ການ​ການ​ກິນ ແລະ​ນ້ຳ​ມັນ​ເຊື້ອ​ໄຟ​ຢ່າງ​ຮ້າຍ​ແຮງ.

ປະ​ທາ​ນາ​ທິ​ບໍ​ດີ​ໂກ​ຕາ​ບາ​ຢາ ຣາ​ຈາ​ພັກ​ສາ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ​ອາ​ລັກ​ຂາສອງ​ຄົນ ໄດ້​ຂຶ້ນ​ເຮືອ​ບິນ​ຂອງກອງ​ທັບ​ອາ​ກາດ ແລະ​ເດີນ​ທາງ​ໄປ​ເມືອງ​ມາ​ເລ ຊຶ່ງ​ເປັນ​ນະ​ຄອນ​ຫຼວງ​ ຂອງ​ປະ​ເທດ​ມາ​ລ​ດິບ ອີງ​ຕາມຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່ກວດ​ຄົນ​ເຂົ້າ​ເມືອງ ທີ່​ໄດ້​ກ່າວ​ໂດຍ​ຂໍ​ສະ​ຫງວນ​ຊື່ ຍ້ອນ​ສະ​ຖາ​ນະ​ການ​ຍັງ​ມີ​ຄວາມ​ຫຼໍ່​ແຫຼມ.

ທ່ານ​ຣາ​ຈາ​ພັກ​ສາ​ໄດ້​ຕົກ​ລົງ​ທີ່​ຈະ​ລົງ​ຈາກ​ຕຳ​ແໜ່ງ​ດ້ວຍ​ຄວາມ​ກົດ​ດັນ. ນາ​ຍົກ​ລັດ​ຖະ​ມົນ​ຕີຣາ​ນິ​ລ ວິກ​ເກ​ຣ​ມາ​ຊິງ​ເກ ກ່າວ​ວ່າ ທ່ານ​ກໍ​ຈະ​ອອກ​ຈາກ​ຕຳ​ແໜ່ງ​ເຊັ່ນ​ດຽວ​ກັນ ເວ​ລາ​ໃດ​ທີ່​ລັດ​ຖະ​ບານ​ຊຸດ​ໃໝ່ ເຂົ້າ​ຮັບ​ໜ້າ​ທີ່​ແລ້ວ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ໄດ້​ຕົກ​ລົງ​ກັນ ທີ່​ຈະ​ເລືອກ​ເອົາ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່ ໃນ​ອາ​ທິດ​ໜ້ານີ້ ແຕ່​ໃນ​ວັນ​ອັງ​ຄານ​ວານີ້ ​ຍັງ​ບໍ່​ສາ​ມາດ​ຕົກ​ລົງ​ກັ​ນ​ໄດ້​ເທື່ອ ກ່ຽວ​ກັບ​ການ​ປະ​ກອບ​ຄະ​ນະ​ລັດ​ຖະ​ບານ​ຊຸດ​ໃໝ່ ເພື່ອ​ຊ່ວຍ​ໃຫ້​ປະ​ເທດ​ທີ່​ລົ້ມ​ລະ​ລາຍ​ດັ່ງ​ກ່າວ ອອກ​ຈາກ​ການ​ພັງ​ທະ​ລົງ​ລົງ ​ທາງ​ດ້ານ​ເສດ​ຖະ​ກິດ ​ແລະ​ການ​ເມືອງ.

ການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ລາ​ອອກ​ດັ່ງ​ກ່າວ ບໍ່​ໄດ້​ເຮັດ​ໃຫ້​ວິ​ກິດ​ການ​ສິ້ນ​ສຸດ​ລົງ ແລະ​ພວກ​ປະ​ທ້ວງ​ປະ​ກາດ​ວ່າ ຈະ​ເຂົ້າ​ຢຶດ​ຕຶກ​ໂຮງ​ການ​ຂອງ​ລັດ​ຖະ​ບານ ຈົນ​ກວ່າ​ພວກ​ຜູ້​ນຳ​ຈະ​ໜີ​ອອກ​ໄປ. ໃນ​ໄລ​ຍະ​ຫຼາຍມື້​ຜ່ານ​ມານີ້ ຜູ້​ຄົນ​ໄດ້​ພາ​ກັນ​ຫຼັ່ງ​ໄຫຼ​ໄປ​ຍັງ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຄ້າຍ​ຄື​ກັບ​ວ່າ​ມັນ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ອັນ​ສຳ​ຄັນ ໂດຍ​ພາ​ກັນ​ລົງ​ໄປ​ລອຍ​ນ້ຳ​ຢູ່​ໃນ​ສະ ມະ​ຫັດ​ສະ​ຈັນ​ກັບ​ຮູບ​ແຕ້ມ​ຕ່າງໆ​ແລະ​ຂຶ້ນ​ໄປ​ນອນ​ຢູ່​ເທິງ​ຕຽງ​ທີ່​ເຕັມ​ໄປ​ດ້ວຍກອງ​ໝອນ. ໃນ​ຈຸດ​ນຶ່ງນັ້ນ ພວກ​ເຂົາ​ຍັງ​ໄດ້​ຈູດ​ເຜົາ​ບ້ານ​ພັກ​ສ່ວນ​ຕົວ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

ໃນ​ຂະ​ນະ​ທີ່​ສະ​ມາ​ຊິກ​ສະ​ພາ​ຕົກ​ລົງ​ກັນ​ໃນ​ຕອນ​ເດິກ​ຂອງ​ຄືນ​ວັນ​ຈັນ​ຜ່ານ​ມາ​ເພື່ອ​ເລືອກ​ເອົາ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່ ຈາກ​ຖັນ​ແຖວ​ຂອງ​ພວກ​ເຂົາ​ເຈົ້າ​ພາຍ​ໃນ​ວັນ​ທີ 20 ກໍ​ລະ​ກົດ ແຕ່​ພວກ​ເຂົາ​ເຈົ້າ​ຍັງ​ຕົກ​ລົງ​ກັນ​ບໍ່​ໄດ້​ເທື່ອ​ວ່າ​ຜູ້​ໃດ​ຈະ​ເຂົ້າ​ກຳ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ຄະ​ນະ​ລັດ​ຖະ​ບານ.

ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່ ຈະ​ຮັບ​ໜ້າ​ທີ່​ໃຫ້​ຄົບ​ສະ​ໄໝ​ທີ່​ຍັງ​ເຫຼືອ​ຢູ່​ຂອງ​ທ່ານ​ຣາ​ຈາ​ພັກ​ສາ ຊຶ່ງ​ຈະ​ສິ້ນ​ສຸດ​ລົງ​ໃນ​ປີ 2024 ແລະ​ອາດ​ຈະ​ສາ​ມາດ​ແຕ່ງ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ດ້ວຍ ຊຶ່ງ​ຫຼັງ​ຈາກນັ້ນຈຶ່ງ​ຈະ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ສະ​ພາ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ກໍ​ຈ​ະ​ເຂົ້າ​ຮັບ​ຕຳ​ແໜ່ງ​ແບບ​ດຽວ​ກັນ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ໄປ​ຈົນ​ເທົ່າມີ​ການ​ເລືອກ ຜູ້​ທີ່ຈະ​ມາ​ເຂົ້າ​ຮັບ​ໜ້າ​ທີ່​ແທນ ຊຶ່ງ​ເປັນ​ການ​ຈັດ​ແຈງ ທີ່​ແນ່ນອນ​ຈະ​ສ້າງ​ຄວາມ​ໂກດ​ແຄ້ນ​ເພີ້ມ​ຕື່ມ​ ໃຫ້​ແກ່​ພວກ​ປະ​ທ້ວງ ທີ່​ຕ້ອງ​ການ​ໃຫ້​ທ່ານ​ວິກ​ເກ​ຣ​ມາ​ຊິງ​ເກ ອອກ​ຈາກ​ຕຳ​ແໜ່ງ​ໃນ​ທັນ​ທີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG