ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກ​ຝ່າຍ​ຄ້ານ​ ສ​ຣີ​ ລັງ​ກາ ປະ​ຊຸມ​ເພື່ອ​ຕັ້ງ​ລັດ​ຖະ​ບານ​ໃໝ່


ຜູ້​ປະ​ທ້ວງ​ເຈົ້າ​ໂຮມ​ກັນ​ຢູ່ນອກ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ນະ​ຄອນຫຼວງ ໂຄ​ລອມ​ໂບ, ປະ​ເທດ ສ​ຣີ ລັງ​ກາ. 9 ກໍ​ລະ​ກົດ, 2022.
ຜູ້​ປະ​ທ້ວງ​ເຈົ້າ​ໂຮມ​ກັນ​ຢູ່ນອກ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ນະ​ຄອນຫຼວງ ໂຄ​ລອມ​ໂບ, ປະ​ເທດ ສ​ຣີ ລັງ​ກາ. 9 ກໍ​ລະ​ກົດ, 2022.

ຜົນ​ກະ​ທົບ​ຈາກ​ການ​ປະ​ທ້ວງ​ໃນ​ນະ​ຄອນຫຼວງ​ຂອງ​ປະ​ເທດ ສ​ຣີ ລັງ​ກາ ທີ່​ໄດ້ສົ່ງ​ຜົນ​ໃຫ້​ເກີດ​ການ​ລາ​ອອກ​ຈາກ​ຕຳ​ແໜ່ງ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂກ​ຕາ​ບາ​ຢາ ຣາ​ຈາ​ປັກ​ຊາ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ຣາ​ນິ​ລ ວິກ​ເກ​ຣ​ມາ​ຊິງ​ເກ ທີ່​ໃກ້​ຈະ​ມາ​ເຖິງນີ້ໄດ້​ດຳ​ເນີນ​ຕໍ່​ໄປ.

ໃນ​ວັນ​ຈັນ​ວານນີ້, ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ກ່າວ​ວ່າ​ບັນ​ດາ​ລັດ​ຖະ​ມົນ​ຕີ​ໃນ​ຄະ​ນະ​ລັດ​ຖະ​ບານ​ໝົດ​ທຸກ​ຄົນ​ຈະ​ລົງ​ຈາກ​ຕຳ​ແໜ່ງ ເວ​ລາ​ທີ່​ລັດ​ຖະ​ບານ​ຊົ່ວ​ຄາວ​ໄດ້​ຖືກ​ສ້າງ​ຕັ້ງ​ຂຶ້ນ.

ບັນ​ດາ​ພັກ​ຝ່າຍ​ຄ້ານ​ຂອງ ສ​ຣີ ລັງ​ກາ ໄດ້​ປະ​ຊຸມ​ກັນ​ເມື່ອ​ວັນ​ອາ​ທິດ​ທີ່​ຜ່ານ​ມາ ເພື່ອ​ປຶກ​ສາ​ຫາ​ລື​ການ​ຕັ້ງ​ລັດ​ຖະ​ບານ​ໃໝ່. ກ​ານ​ປະ​ຊຸມ​ທີ່​ວ່າ​ນັ້ນ​ໄດ້​ມີ​ຂຶ້ນ​ນຶ່ງວັນຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ກ່າວ​ວ່າ​ພວກ​ເພິ່ນ​ຈະ​ລົງ​ຈາກ​ຕຳ​ແໜ່ງ.

ຜູ້​ປະ​ທ້ວງ​ຊາວ ສ​ຣີ ລັງ​ກ​າ ​ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ​ເຂົາ​ເຈົ້າ​ຈະ​ສືບ​ຕໍ່​ຄອບ​ຄອງ​ສະ​ຖານ​ທີ່​ພັກ​ອາ​ໄສ​ທາງ​ການ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃນ​ນະ​ຄອນຫຼວງ ໂຄ​ລອມ​ໂບ ຈົນ​ກວ່າ​ພວກ​ເພິ່ນ​ຈະອອກ​ຈາກ​ຕຳ​ແໜ່ງ​ຢ່າງ​ເປັນ​ທາງ​ການ.

ຜູ້​ປະ​ທ້ວງຫຼາຍ​ພັນ​ຄົນໄດ້​ບຸກ​ເຂົ້າ​ໄປ​ໃນ​ສະ​ຖ​ານ​ທີ່​ພັກ​ອາ​ໄສ​ທັງ​ສອງ​ແຫ່ງ​ນັ້ນ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ. ເຂົາ​ເຈົ້າ​ໄດ້​ທັບ​ມ້າງ​ບ້ານ​ຂອງ​ປ​ະ​ທາ​ນາ​ທິ​ບໍ​ດີ ຣາ​ຈາ​ປັກ​ຊາ ແລະ ຈູດ​ທີ່​ຢູ່​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວິກ​ເກ​ຣ​ຊິງ​ເກ ທ່າມ​ກາງ​ຄວາມ​ໂມ​ໂຫ​ທີ່​ເພີ່ມ​ຂຶ້ນ​ຂອງ​ສາ​ທາ​ລະ​ນະ ກ່ຽວ​ກັບ ວິ​ກິດ​ການ​ເສດ​ຖະ​ກິດ​ດົນຫຼາຍ​ເດືອນ.

ທ່ານ​ ຣາ​ຈາ​ປັກ​ຊາ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຕົກ​ລົງ​ທີ່​ຈະ​ລາ​ອອກ ໂດຍ​ປະ​ທານ​າ​ທິ​ບໍ​ດີ​ໄດ້​ປະ​ທານສະ​ພາ​ແຫ່ງ​ຊາດ​ວ່າ, ທ່ານ​ຈະ​ລົ​ງ​ຈາກ​ຕຳ​ແໜ່ງ​ໃນ​ວັນ​ທີ 13 ກໍ​ລະ​ກົດ ເພື່ອ​ຮັບ​ປະ​ກັນ​ການ​ໂອນ​ອຳ​ນາດ​ທີ່​ງຽບ​ສະ​ຫງົບ.

ແນວ​ໃດ​ກໍ່​ຕາມ, ຜູ້​ປະ​ທ້ວງ​ໄດ້​ຮຽກ​ຮ້ອງ​ການ​ລາ​ອອກ​ໃຫ້​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ທັນ​ທີ.

ປະ​ທາ​ນາ​ທິ​ບໍ​ດີ ຣາ​ຈາ​ປັກ​ຊາ ຖືກກອງ​ທະ​ຫານ​ພາ​ໄປ​ສະ​ຖານ​ທີ່​ທີ່​ປອດ​ໄພແລະ ບໍ່​ໄດ້​ຖືກ​ເປີດ​ເຜີຍ​ກ່ອນ​ການ​ປະ​ທ້ວງ​ຂະ​ໜາດ​ໃຫຍ່. ໃນ​ການ​ຖືກ​ຖິ້ມ​ໂທດ​ໃສ່​ຢ່າງກວ້າງ​ຂວາງ​ສຳ​ລັບ​ການ​ຕົກ​ຕ່ຳ​ຂອງ​ເສດ​ຖະ​ກິດ​ຢ່າງ​ຮ້າຍ​ແຮງ​ນັ້ນ, ທ່ານ​ໄດ້​ຖືກ​ກົດ​ດັນ​ໂດຍ​ສາ​ທາ​ລະ​ນະ​ເພື່ອ​ລາ​ອອກ​ເປັນ​ເວ​ລາຫຼາຍ​ເດືອນ.

ການ​ຕັດ​ສິນ​ໃຈ​ລາ​ອອກ​ຂອງ​ປະ​ທາ​ນາ​ບໍ​ດີ​ແມ່ນປະ​ກາດ​ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວິກ​ເກ​ຣມາຊິງ​ເກ ພ້ອມ​ກັບ​ໄດ້​ສະ​ເໜີ​ການ​ລົງ​ຈາກ​ຕຳ​ແໜ່ງ ແລະ ເປີດ​ທາງ​ສຳ​ລັບ​ລັດ​ຖະ​ບານ​ທີ່​ລວມ​ມີ​ທຸກ​ພັກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG