ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກ​ຝ່າຍ​ຄ້ານ​ຂອງ ສ​ຣີ ລັງ​ກາ ຈັດ​ກອ​ງ​ປະ​ຊຸມ ເພື່ອ​ຕັ້​ງ​ລັດ​ຖະ​ບານ​ໃໝ່


ຜູ້​ປະ​ທ້ວງ​ເຈົ້າ​ໂຮມ​ກັນ​ຢູ່ນອກ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ນະ​ຄອນຫຼວງ ໂຄ​ລອມ​ໂບ, ປະ​ເທດ ສ​ຣີ ລັງ​ກາ. 9 ກໍ​ລະ​ກົດ, 2022.
ຜູ້​ປະ​ທ້ວງ​ເຈົ້າ​ໂຮມ​ກັນ​ຢູ່ນອກ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ນະ​ຄອນຫຼວງ ໂຄ​ລອມ​ໂບ, ປະ​ເທດ ສ​ຣີ ລັງ​ກາ. 9 ກໍ​ລະ​ກົດ, 2022.

ພັກ​ຝ່າຍ​ຄ້ານ​ຂອງ ສ​ຣີ ລັງ​ກາ ໄດ້​ທຳ​ການ​ປະ​ຊຸມ​ກັນ​ໃນ​ວັນ​ອາ​ທິດ​ວານນີ້ ເພື່ອ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ການ​ຕັ້ງ​ລັດ​ຖະ​ບານ​ໃໝ່. ການ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ນຶ່ງວັນ ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ກ່າວ​ວ່າ​ພວກ​ເພິ່ນ​ຈະ​ລົງ​ຈາກ​ຕຳ​ແໜ່ງ.

ຜູ້​ປະ​ທ້ວງ​ຊາວ ສ​ຣີ​ ລັງ​ກາ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ​ເຂົາ​ເຈົ້າ​ຈະ​ສືບ​ຕໍ່​ຄອບ​ຄອງ​ສະ​ຖາ​ນ​ທີ່​ພັກ​ອາ​ໄສ​ທາງ​ການ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃນ​ນະ​ຄອນຫຼວງ ໂຄ​ລອມ​ໂບ ຈົນ​ກວ່າ​ພວກ​ເພິ່ນ​ຈະ​ອອກ​ຈາກຕຳ​ແໜ່ງ​ຢ່າງ​ເປັນ​ທາງ​ການ.

ຜູ້​ປະ​ທ້ວງຫຼາຍ​ພັນ​ຄົນ​ໄດ້​ບຸກ​ເຂົ້າ​ໄປ​ສະ​ຖານ​ທີ່​ພັກ​ອາ​ໄສ​ທັງ​ສອງ​ແຫ່ງ​ນັ້ນ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ. ເຂົາ​ເຈົ້າ​ໄດ້​ທັບ​ມ້າງ​ບ້ານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂກ​ຕາ​ບາ​ຢາ ຣາ​ຈາ​ປັກ​ຊາ ແລະ ໄດ້​ຈູ​ດ​ເຮືອນ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຣາ​ນິ​ລ ວິກ​ເຄ​ຣັມ​ຊິງເຫ ທ່າ​ມ​ກາງ​ຄວາມ​ຄຽດ​ແຄ້ນ​ທີ່​ເພີ່ມ​ຂຶ້ນ​ຂອງ​ສາ​ທາ​ລະ​ນະ ກ່ຽວ​ກັບ ວິ​ກິດ​ການ​ເສດ​ຖະ​ກິດຫຼາຍ​ເດືອນ.

ທ່ານ ຣາ​ຈາ​ປັກ​ຊາ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຕົກ​ລົງ​ທີ່​ຈະ​ລາ​ອອກ​ດ້ວຍ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ບອກ​ໂຄ​ສົກ​ສະ​ພາ​ແຫ່ງ​ຊາດ​ວ່າ, ທ່ານ​ຈະ​ລົງ​ຈາກ​ຕຳ​ແໜ່ງ​ໃນ​ວັນ​ທີ 13 ກໍ​ລະ​ກົດ ເພື່ອ​ຮັບ​ປະ​ກັນ​ການ​ໂອ​ອຳ​ນາດ​ທີ່​ງຽບ​ສະ​ຫງົບ.

ແນວ​ໃດ​ກໍ່​ຕາມ, ຜູ້​ປະ​ທ້ວງ​ໄດ້​ຮຽກ​ຮ້ອງ​ການ​ລາ​ອອກ​ໃຫ້​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ທັນ​ທີ.

ປະ​ທາ​ນາ​ທິ​ບໍ​ດີ ຣາ​ຈາ​ປັກ​ຊາ ຖືກກອງ​ທະ​ຫານ​ພາ​ໄປ​ສະ​ຖານ​ທີ່​ທີ່​ປອດ​ໄພແລະ ບໍ່​ໄດ້​ຖືກ​ເປີດ​ເຜີຍ​ກ່ອນ​ການ​ປະ​ທ້ວງ​ຂະ​ໜາດ​ໃຫຍ່. ໃນ​ການ​ຖືກ​ຖິ້ມ​ໂທດ​ໃສ່​ຢ່າງກວ້າງ​ຂວາງ​ສຳ​ລັບ​ການ​ຕົກ​ຕ່ຳ​ຂອງ​ເສດ​ຖະ​ກິດ​ຢ່າງ​ຮ້າຍ​ແຮງ​ນັ້ນ, ທ່ານ​ໄດ້​ຖືກ​ກົດ​ດັນ​ໂດຍ​ສາ​ທາ​ລະ​ນະ​ເພື່ອ​ລາ​ອອກ​ເປັນ​ເວ​ລາຫຼາຍ​ເດືອນ.

ການ​ຕັດ​ສິນ​ໃຈ​ລາ​ອອກ​ຂອງ​ປະ​ທາ​ນາ​ບໍ​ດີ​ແມ່ນປະ​ກາດ​ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວິກ​ເຄ​ຣັມ​ຊິງ ພ້ອມ​ກັບ​ໄດ້​ສະ​ເໜີ​ການ​ລົງ​ຈາກ​ຕຳ​ແໜ່ງ ແລະ ເປີດ​ທາງ​ສຳ​ລັບ​ລັດ​ຖະ​ບານ​ທີ່​ລວມ​ມີ​ທຸກ​ພັກ.

ວິ​ກິດ​ການ​ດ້ານ​ການ​ເມືອງ​ໄດ້​ເກີດ​ຂຶ້ນ​ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ ໂຄ​ລອມ​ໂບ ໄດ້​ປະ​ເຊີນ​ກັບ​ຄວາມ​ໂມ​ໂຫ​ຈາກ​ສາ​ທາ​ລະ​ນະ​ຢ່າງກວ້າງ​ຂວາງ​ ຫຼັງ​ຈາກຫຼາຍ​ພັນ​ຄົນ​ໄດ້​ໄປ​ລວມ​ກັນ​ໃນ​ນະ​ຄອນຫຼວງ​ດັ່ງ​ກ່າວ​ສຳ​ລັບ​ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ​ທີ່​ໃຫຍ່​ທີ່​ສຸດ​ໃນ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມາ.

ພາບ​ວິ​ດີ​ໂອ​ໃນ​ສື່​ສັງ​ຄົມ​ໄດ້​ສະ​ແດງ​ໃຫ້​ເຫັນ​ປະ​ຊາ​ຊົນ​ລາຍ​ພັນ​ຄົນ ບຸກ​ເຂົ້າ​ໄປ​ໃນ​ສະ​ຖານ​ທີ່​ອາ​ໄສ​ທີ່ຫຼູຫຼາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຣາ​ຈາ​ປັກ​ຊາ, ຮ້ອງ​ຄຳ​ຂວັນ, ແຫຍ້​ກັນ​ຢູ່​ໃນ​ທາງ​ຍ່າງ ແລະ ນັ່ງ​ຢູ່​ໃນ​ຫ້ອງ​ຕ່າງໆ ໃນ​ຂະ​ນະ​ທີ່​ບາງ​ຄົນ​ໄດ້​ພາ​ກັນ​ໂດດ​ລົງ​ສະ​ລອຍ​ນ້ຳ. ຜູ້​ປະ​ທ້ວງ​ທີ່​ມີ​ຄວາມ​ດີ​ອົກ​ດີ​ໃຈ​ຍັງ​ໄດ້​ເຂົ້າ​ໄປ​ໃນ​ຫ້ອງ​ການ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ຮ້ອງວ່າ “ເຈົ້າ​ຄິດ​ວ່າ​ເຈົ້າ​ສາ​ມາດ​ຢຸດ​ພວກ​ເຮົາ​ໄດ້, ແຕ່​ພວກ​ເຮົາ​ໄດ້​ມາ​ຮອດ​ທີ່ນີ້​ແລ້ວ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG