ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຣີລັງກາ ພວມສືບສວນ ຫາຮ່ອງຮອຍ ການເຊື່ອມໂຍງໃດໆ ຕໍ່ ກຸ່ມທີ່ໂຈມຕີ ບຸນອີສເຕີ ວັນອາທິດ


ກຳລັງຮັກສາຄວາມປອດໄພ ພວມມຸ້ງໜ້າເຂົ້າໄປໃນຈຸດເກີດ
ເຫດ ຫຼັງຈາກ ລົດຄັນນຶ່ງທີ່ຈອດຢູ່ໃກ້ ໂບດ St. Anthony ໄດ້ລະເບີດຂຶ້ນ ໃນນະຄອນຫຼວງ ໂຄລົມໂບ ຂອງສຣີລັງກາ, ວັນທີ 22 ເມສາ 2019.
ກຳລັງຮັກສາຄວາມປອດໄພ ພວມມຸ້ງໜ້າເຂົ້າໄປໃນຈຸດເກີດ ເຫດ ຫຼັງຈາກ ລົດຄັນນຶ່ງທີ່ຈອດຢູ່ໃກ້ ໂບດ St. Anthony ໄດ້ລະເບີດຂຶ້ນ ໃນນະຄອນຫຼວງ ໂຄລົມໂບ ຂອງສຣີລັງກາ, ວັນທີ 22 ເມສາ 2019.

ສຣີລັງກາ ພວມຢູ່ໃນພາວະສຸກເສີນ ຫຼັງຈາກໄດ້ຖິ້ມໂທດໃສ່ກຸ່ມຫົວຮຸນແຮງອິສລາມ
ກຸ່ມນ້ອຍໆກຸ່ມນຶ່ງ ທີ່ບໍ່ມີໃຜຮູ້ຈັກ ສຳລັບເຫດການລະເບີດແຕກຫຼາຍຄັ້ງລຽນຕິດ ທີ່ໄດ້
ສັງຫານ 290 ຄົນ ແລະ ເຮັດໃຫ້ອີກຫຼາຍຮ້ອຍຄົນບາດເຈັບ ໃນມື້ບຸນອີສເຕີ ວັນອາທິດ.

ລັດຖະບານສຣີລັງກາ ກ່າວວ່າ ຕົນກຳລັງສືບສວນວ່າ ກຸ່ມດັ່ງກ່າວ ໄດ້ເຊື່ອມໂຍງກັບ
ອົງການກໍ່ການຮ້າຍຕ່າງຊາດ ກຸ່ມອື່ນ ຫຼືບໍ່ ແມ່ນກະທັງວ່າ ນາຍົກລັດຖະມົນຕີ ທ່ານ
ຣາ​ນິ​ລ ວິກ​ເຄ​ຣັມ​ຊິງ ກໍໄດ້ຢືນຢັນວ່າ ປະເທດຂອງຕົນໄດ້ຮັບການເຕືອນໄພ ກ່ຽວກັບ
ການໂຈມຕີລ່ວງໜ້າ ຈາກອົງການສືບລັບຂອງຕ່າງປະເທດ.

ຊາກສົບຂອງຜູ້ເຄາະຮ້າຍນອນລະເນລະນາດ ຢູ່ທີ່ໂບດ St. Sebastian's ທີ່ໄດ້ຮັບຄວາມເສຍຫາຍ ຫຼັວຈາກລະເບີດແຕກ ໃນເມືອງ ເນໂກມໂບ ຢູ່ກ້ຳເໜືອຂອງນະຄອນຫຼວງ ໂຄລອມໂບ ປະເທດສຣີລັງກາ, ວັນທີ 21 ເມສາ 2019.
ຊາກສົບຂອງຜູ້ເຄາະຮ້າຍນອນລະເນລະນາດ ຢູ່ທີ່ໂບດ St. Sebastian's ທີ່ໄດ້ຮັບຄວາມເສຍຫາຍ ຫຼັວຈາກລະເບີດແຕກ ໃນເມືອງ ເນໂກມໂບ ຢູ່ກ້ຳເໜືອຂອງນະຄອນຫຼວງ ໂຄລອມໂບ ປະເທດສຣີລັງກາ, ວັນທີ 21 ເມສາ 2019.

ໃນເບື້ອງຫລັງເຫດລະເບີດແຕກ 8 ຄັ້ງລຽນຕິດ ແມ່ນມີການວາງແຜນ ທີ່ສະຫລັບ
ຊັບຊ້ອນ ໂດຍການແນເປົ້າໝາຍໃສ່ໂບດ ແລະໂຮງແຮມ ແຫ່ງຕ່າງໆ ຊຶ່ງໄດ້ເຮັດໃຫ້
ຄວາມສະຫງົບງຽບຂອງປະເທດເກາະດອນແຫ່ງນີ້ ທີ່ມີມາຍາວນານນັ້ນ ພັງສະລາຍ
ແລະເຮັດໃຫ້ພວກນັກສືບສວນ ແລະບັນດາເຈົ້າໜ້າທີ່ທັງຫຼາຍ ຄຽດແຄ້ນ.

ຕຳຫຼວດສຣີລັງການ ກຳລັງເຄຍພື້ນທີ່ ໃນຂະນະທີ່ ພວກເຈົ້າໜ້າທີ່ໜ່ວຍເກັບກູ້ລະເບີດພິເສດ ກຳລັງກວດກາເບິ່ງລົດຕູ້ຢູ່ທີ່ຈຸດເກີດເຫດ ໃກ້ໆກັບໂບດ ທີ່ຖືກໂຈມຕີ ໃນມື້ວານນີ້ໃນ ນະຄອນຫຼວງໂຄລອມໂບ, ວັນທີ 22 ເມສາ 2019.
ຕຳຫຼວດສຣີລັງການ ກຳລັງເຄຍພື້ນທີ່ ໃນຂະນະທີ່ ພວກເຈົ້າໜ້າທີ່ໜ່ວຍເກັບກູ້ລະເບີດພິເສດ ກຳລັງກວດກາເບິ່ງລົດຕູ້ຢູ່ທີ່ຈຸດເກີດເຫດ ໃກ້ໆກັບໂບດ ທີ່ຖືກໂຈມຕີ ໃນມື້ວານນີ້ໃນ ນະຄອນຫຼວງໂຄລອມໂບ, ວັນທີ 22 ເມສາ 2019.

ໂຄສົກລັດຖະບານ ທ່ານຣາຈີທາ ເສນາຣາດເນ ໄດ້ກ່າວບອກບັນດານັກຂ່າວວ່າ
“ພວກເຮົາບໍ່ເຊື່ອວ່າ ການໂຈມຕີເຫຼົ່ານີ້ ໄດ້ດຳເນີນການ ໂດຍກຸ່ມພວກຄົນກຸ່ມດຽວ
ຜູ້ທີ່ຢູ່ໃນປະເທດນີ້ເທົ່ານັ້ນ. ມັນຕ້ອງເປັນເຄືອຂ່າຍຂອງຕ່າງປະເທດ ທີ່ກວ້າງກວ່າ
ນີ້ ຢູ່ເບື້ອງຫລັງ.”

ປະທານາທິບໍດີ ສຣີລັງກາ ທ່ານໄມຕຣີພາລາ ສີຣີເສນາ ຄາດວ່າ ຈະພົບປະກັບບັນດາ
ນັກການທູດ ຢູ່ໃນນະຄອນຫຼວງ ໂຄລົມໂບ ໃນວັນອັງຄານມື້ນີ້ ເພື່ອຂໍຮ້ອງເອົາການ
ຊ່ອຍເຫລືອ ໃນການຊອກຫາຮ່ອງຮອຍຂອງການເຊື່ອມໂຍງ ກັບພວກໂຈມຕີ ທີ່ເປັນ
ກຸ່ມຫົວຮຸນແຮງ ຢູ່ຕ່າງປະເທດ.

ບັນດາເຈົ້າໜ້າທີ່ສະຫະລັດ ໄດ້ກ່າວໃນວັນຈັນວານນີ້ ວ່າ ພວກຢູ່ເບື້ອງຫຼັງການວາງ ລະເບີດໃນສຣີລັງກາ ອາດມີແຮງບັນດານໃຈ ໂດຍກຸ່ມລັດອິສລາມ ແຕ່ໄດ້ເຕືອນວ່າ
ບໍ່ໄດ້ມີການພິຈາລະນາສະຫລຸບໃນຂັ້ນສຸດທ້າຍ ແຕ່ຢ່າງໃດເທື່ອ.

ເຈົ້າໜ້າທີ່ເຫຼົ່ານັ້ນ ໄດ້ກ່າວວ່າ ພວກເຂົາເຈົ້າເຊື່ອວ່າ ຜູ້ລະເບີດສະຫລະຊີບ 7 ຄົນ
ເປັນສະມາຊິກຂອງ ກຸ່ມໂທຟິກ ຈາມັດ ແຫ່ງຊາດ ຫຼືເອີ້ນຫຍໍ້ວ່າ NTJ ທີ່ໄດ້ປະຕິບັດ
ການໂຈມຕີແບບປະສານງານກັນ ທີ່ໄດ້ທຳລາຍໂຮງແຮມ 4 ແຫ່ງ ແລະ ໂບດທີ່
ສຳຄັນໆ 3 ໂບດ ຊຶ່ງໄດ້ເຮັດໃຫ້ມີການເສຍຊີວິດຢ່າງຫຼວງຫຼາຍ ແລະສ້າງຄວາມຕື່ນ
ຕົກໃຈ ໃຫ້ແກ່ປະເທດເກາະດອນນີ້. ບໍ່ມີໃຜຮູ້ຈັກຫຼາຍກ່ຽວກັບ ກຸ່ມ NTJ ຊຶ່ງໄດ້ກາຍ
ມາເປັນທີ່ສົນໃຈຂອງທາງການ ເມື່ອປີກາຍນີ້ ໃນເວລາທີ່ ພວກສະມາຊູິກຂອງກຸ່ມ
ດັ່ງກ່າວ ຖືກກ່າວໂທດໃນການເຮັດໃຫ້ພະພຸດທະຮູບເສຍໂສມໜ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG