ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກໂທດ ກໍ່ຈາລະຈົນ ທີ່ຄຸກໃຫຍ່ທີ່ສຸດ ຂອງສຣີລັງກາ

ພວກຄົນໂທດພາກັນຂຶ້ນໄປຢູ່ເທິງຫລັງຄາ ແລ້ວຮ້ອງໃສ່ພວກຕໍາຫລວດຍາມຄຸກ ໃນຂະນະ ທີ່ພວກຕໍາຫລວດກໍາລັງຫາມ ເພື່ອນນັກໂທດຂອງພວກເຂົາ ທີ່ໄດ້ຮັບບາດເຈັບໄປ, ຢູ່ນອກຄຸກໃຫຍ່ທີ່ສຸດຂອງສີລັງກາ, ໃນນະຄອນຫລວງ Colombo ຍ້ອນເກີດການກໍ່ຈາລະຈົນຂຶ້ນ ໃນຄືນວັນສຸກ ທີ 9 ພະຈິກ, 2012.

ພວກເຈົ້າໜ້າທີ່ສີລັງກາກ່າວໃນວັນເສົາມື້ນີ້ວ່າ ພວກທ່ານ
ໄດ້ສົ່ງທະຫານ ໄປ ປາບປາມການກໍ່ຈາລະຈົນ ຢູ່ໃນຄຸກທີ່
ໃຫຍ່ທີ່ສຸດຂອງປະເທດ ທີ່ໄດ້ເຮັດໃຫ້ ຢ່າງໜ້ອຍ 27 ຄົນ
ເສຍຊີວິດ ແລະ 43 ຄົນໄດ້ຮັບບາດເຈັບ.

ການກໍ່ຈາລະຈົນໄດ້ເກີດຂຶ້ນໃນວັນສຸກວານນີ້ ທີ່ຄຸກ Welikada
ໃນນະຄອນ ຫລວງ Colombo ໃນເວລາທີ່ພວກຄົນໂທດ ໄດ້ຕໍ່
ສູ້ກັບພວກພະນັກງານຮັກ ສາຄວາມສະຫງົບ ທີ່ທຳການຄົ້ນຫາ
ຢາເສບຕິດ ແລະຂອງຕ້ອງຫ້າມຕ່າງໆ ຢູ່ນັ້ນ.

ມີຄົນເຫັນພວກຄົນໂທດ ພາກັນຂຶ້ນໄປຢູ່ເທິງຫລັງຄາ ໃນວັນສຸກ
ວານນີ້ ແລ້ວ ຍິງປືນໃສ່ທະຫານ ແລະຕໍາຫລວດ ທີ່ຢູ່ພື້ນດິນ.
ທະຫານຂອງສີລັງກາອອກຈາກຄຸກ Welikada ໄປ ລຸນຫລັງການປະທະກັນລະຫວ່າງ ພວກຄົນໂທດ ແລະພວກພະນັກງານຮັກສາຄວາມສະຫງົບ ສິ້ນສຸດລົງ
ທະຫານຂອງສີລັງກາອອກຈາກຄຸກ Welikada ໄປ ລຸນຫລັງການປະທະກັນລະຫວ່າງ ພວກຄົນໂທດ ແລະພວກພະນັກງານຮັກສາຄວາມສະຫງົບ ສິ້ນສຸດລົງ

ໂຄສົກຂອງກອງທັບສຣີລັງກາເວົ້າວ່າ ໄດ້ພົບສົບຂອງ 6 ຄົນ
ຢູ່ໃນຄຸກ ໃນວັນເສົາມື້ນີ້ ໃນຂະນະທີ່ມີການກວດຄົ້ນສະຖານທີ່
ຕ່າງໆໃນຄຸກນັ້ນ ແລະໄດ້ມີການຍຶດເອົາອາວຸດຈຳນວນນຶ່ງ.

ພວກເຈົ້າໜ້າທີ່ກ່າວຢໍ້າອີກວ່າ ສະພາບການຢູ່ໃນຄຸກໄດ້ກັບຄືນ
ເຂົ້າສູ່ການຄວບຄຸມຂອງເຈົ້າໜ້າທີ່ຢ່າງເປັນປົກກະຕິແລ້ວ.
XS
SM
MD
LG