ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສີລັງກາ ປະກາດ ພາວະສຸກເສີນ ຫຼັງຈາກ ການປະທະກັນ ຢ່າງຮ້າຍແຮງ ລະຫວ່າງ ຊົນເຜົ່າ


ທະຫານສີລັງກາ ຢືນຍາມຢູ່ຕາມຖະໜົນ ຫຼັງຈາກການປະທະກັນ ລະຫວ່າງຊຸມຊົນສອງກຸ່ມ ໃນບ້ານດິການາ, ເມືອງຄານດີ, ໃນພາກກາງສີລັງກາ, 6 ມັງກອນ, 2018.
ທະຫານສີລັງກາ ຢືນຍາມຢູ່ຕາມຖະໜົນ ຫຼັງຈາກການປະທະກັນ ລະຫວ່າງຊຸມຊົນສອງກຸ່ມ ໃນບ້ານດິການາ, ເມືອງຄານດີ, ໃນພາກກາງສີລັງກາ, 6 ມັງກອນ, 2018.

ປະເທດ ສີລັງກາ ຍັງຄົງຢູ່ພາຍໃຕ້ພາວະສຸກເສີນໃນວັນພຸດມື້ນີ້ ຫຼັງ ຈາກກຸ່ມກໍ່ຈະລາ
ຈົນ ທີ່ນັບຖືສາສະໜາພຸດໄດ້ໂຈມຕີ ສະມາຊິກຂອງພວກຊາວມຸສລິມ ຊຶ່ງເປັນສາສະ
ໜາກຸ່ມນ້ອຍ.

ປະທານາທິບໍດີ ໄມທຣິປາລາ ສິຣິເສນາໄດ້ອອກດຳລັດໃນວັນອັງຄານວານນີ້, ນຶ່ງວັນ
ຫຼັງຈາກກຸ່ມກໍ່ຈະລາຈົນໄດ້ໂຈມຕີວັດອິສລາມຫຼາຍແຫ່ງ, ພ້ອມກັບຮ້ານຂາຍເຄື່ອງ
ແລະ ທຸລະກິດຕ່າງໆທີ່ຊາວມຸສລິມເປັນເຈົ້າຂອງ ໃນເຂດໃຈກາງເມືອງ ຄານດີ
“Kandy”. ສົບຂອງຜູ້ຊາຍມຸສລິມຄົນນຶ່ງ ຜູ້ທີ່ຕິດຄ້າງຢູ່ໃນຮ້ານຂາຍເຄື່ອງນ້ອຍຂອງ
ພໍ່ແມ່ລາວ ໃນເວລາທີ່ຖືກໄຟໄໝ້ນັ້ນ ໄດ້ຖືກພົບເຫັນໂດຍນັກດັບໄຟໃນວັນອັງຄານ
ວານນີ້.

ຄວາມວຸ້ນວາຍໄດ້ເລີ່ມຂຶ້ນໃນວັນເສົາທີ່ຜ່ານມາ, ເມື່ອຄົນຂັບລົດບັນທຸກ ຊາວສິງຫົນ
ໄດ້ຮັບບາດເຈັບຫຼັງຈາກມີລາຍງານວ່າ ລາວໄດ້ປະທະກັບ ກຸ່ມໄວລຸ້ນຊາວມຸສລິມ ໃນ
ເມືອງ ຄານດີ. ຄົນຂັບລົດບັນທຸກຄົນນັ້ນໄດ້ ເສຍຊີວິດຈາກອາການບາດເຈັບຂອງ
ລາວໃນວັນຕໍ່ມາ.

ປະເທດ ສີລັງກາ ຍັງຄົງມີການແບ່ງແຍກກັນຢ່າງເລິກເຊິ່ງຕາມສາຍ ຂອງສາສະໜາ
ແລະ ຊົນເຜົ່າ ນັບຕັ້ງແຕ່ການສິ້ນສຸດຂອງສົງຄາມ ກາງເມືອງດົນເຖິງ 36 ປີໃນປີ
2009, ເມື່ອກອງກຳລັງລັດຖະບານ ໄດ້ປາບພວກກະບົດຊົນກຸ່ມນ້ອຍ ທະມິລ
“Tamil” ທີ່ໄດ້ພະຍາຍາມທີ່ຈະສ້າງຕັ້ງລັດເອກະລາດ. ພວກຊາດນິຍົມຊາວ ສິງຫົນ
ທີ່ຍຶດໝັ້ນໃນສາສະໜາພຸດ ໄດ້ກ່າວຫາຊາວມຸສລິມ ຕໍ່ການໂຈມຕີສະຖານທີ່ສັກສິດ
ຂອງສາສະໜາພຸດ ແລະ ບັງຄັບໃຫ້ຄົນປ່ຽນສາສະໜາ.

ນາຍົກລັດຖະມົນຕີທ່ານ ຣານິລ ວິກຄຣາມາຊິງ “Ranil Wickremesighe ໄດ້ກ່າວ
ປະນາມ “ການກະທຳແບ່ງແຍກເຊື້ອຊາດ ແລະ ຄວາມຮຸນແຮງ” ໃນ Twitter ເມື່ອວັນ
ອັງຄານວານນີ້. ທ່ານໄດ້ ຂຽນວ່າ “ໃນຖານະປະເທດນຶ່ງທີ່ໄດ້ທົນທຸກກັບສົງຄາມໂຫດ
ຮ້າຍພວກ ເຮົາທຸກຄົນຮູ້ເຖິງຄຸນຄ່າຂອງສັນຕິພາບ, ຄວາມເຄົາລົບ, ຄວາມສາມັກ ຄີ
ແລະ ເສລີພາບ.”

ສະຖານທູດ ສະຫະລັດ ໃນນະຄອນຫຼວງ ໂຄລົມໂບ ໄດ້ຮຽກຮ້ອງໃຫ້ ລັດຖະບານ ດຳ
ເນີນການຢ່າງວ່ອງໄວ ຕໍ່ພວກຜູ້ກະທຳຜິດ, ປົກປ້ອງສິດທິຂອງສາສະໜາກຸ່ມນ້ອຍ
ແລະ ຍົກເລີກພາວະສຸກເສີນໃຫ້ໄວເທົ່າທີ່ຈະໄວໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG