ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສ​ຣີ​ລັງ​ກາ ສາ​ບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່ງ ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຮັກ​ສາ​ການ


ປະ​ທາ​ນາ​ທິ​ບໍ​ດີ​ຊົ່ວ​ຄາວ ທ່ານຣາ​ນີ​ລ ​ວິກ​ເກ​ຣ​ມາ​ຊິງ​ເກ (ຂວາ) ຖາມ​ສະ​ບາຍ​ດີ​ຫົວ​ໜ້າ​ສານ​ສູງ​ສຸດ ທ່ານ​ຈາ​ຢັນ​ທາ ຈາ​ຢາ​ສຸ​ຣິ​ຢາ ໃນ​ລະ​ຫວ່າງ​ສາ​ບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ ທີ່​ນະ​ຄອນ​ຫຼວງ​ໂຄ​ລອມ​ໂບ ປະ​ເທດ​ສ​ຣີ​ລັງ​ກາ ເມື່ອ​ວັນ​ທີ 15 ກໍ​ລະ​ກົດ 2022.
ປະ​ທາ​ນາ​ທິ​ບໍ​ດີ​ຊົ່ວ​ຄາວ ທ່ານຣາ​ນີ​ລ ​ວິກ​ເກ​ຣ​ມາ​ຊິງ​ເກ (ຂວາ) ຖາມ​ສະ​ບາຍ​ດີ​ຫົວ​ໜ້າ​ສານ​ສູງ​ສຸດ ທ່ານ​ຈາ​ຢັນ​ທາ ຈາ​ຢາ​ສຸ​ຣິ​ຢາ ໃນ​ລະ​ຫວ່າງ​ສາ​ບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ ທີ່​ນະ​ຄອນ​ຫຼວງ​ໂຄ​ລອມ​ໂບ ປະ​ເທດ​ສ​ຣີ​ລັງ​ກາ ເມື່ອ​ວັນ​ທີ 15 ກໍ​ລະ​ກົດ 2022.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ສ​ຣີ​ລັງ​ກາ ທ່ານ​ຣາ​ນິ​ລ ວິກ​ເກ​ຣ​ມາ​ຊິງ​ເກ ໄດ້​ສາ​ບານ​ເຂົ້າ​ຮັບ​ໜ້າ​ທີ່​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຮັກ​ສາ​ການ​ຂອງ​ປະ​ເທດ ໃນ​ວັນ​ສຸກມື້ນີ້.

ປະ​ທາ​ນາ​ທິ​ບໍ​ດີ​ຂອງສ​ຣີ​ລັງ​ກາ ທ່ານ​ໂກ​ຕາ​ບາ​ຢາ ຣາ​ຈາ​ພັກ​ສາ ໄດ້​ລາ​ອອກ ​ຫຼັງ​ຈາກ​ທ່ານ​ເດີນ​ທາງ​ໄປ​ເຖິງ​ສິງ​ກະ​ໂປ ​ຈາກ​ເກາະ​ມາ​ລ​ດີບ ບ່ອນ​ທີ່​ເຮືອ​ບິນ​ຂອງ​ທ່ານໄດ້​ລົງ​ຈອດແຫ່ງ​ທຳ​ອິດ ລຸນ​ຫຼັງໄດ້​ຫລົບ​ໜີ​ການ​ປະ​ທ້ວງ​ດ້ວຍ​ຄວາມ​ໂກດ​ແຄ້ນ ຍ້ອນ​ວິ​ກິດ​ການ​ທາງ​ດ້ານ​ເສດ​ຖະ​ກິດ ທີ່​ປະ​ຊາ​ຊົນ​ຖິ້ມ​ໂທດ​ໃສ່​ລັດ​ຖະ​ບານ​ຂອງ​ທ່ານ.

ປະ​ທານ​ສະ​ພາ​ສະ​ພາ​ແຫ່ງ​ຊາດ​ ໄດ້​ຮັບ​ເອົາ​ການ​ລາ​ອອກ ​ຂອງ​ທ່ານ​ຣາ​ຈາ​ພັກ​ສາ ໃນ​ວັນ​ສຸກມື້ນີ້.

​ທ່ານ​ມາ​ຣິນ​ດາ ຢາ​ປາ ອາ​ເບ​ວາ​ດີ​ນາ ປະ​ທານ​ສະ​ພາແຫ່ງ​ຊາດ​ກ່າວ​ວ່າ “ນັບ​ແຕ່​ຈຸດ​ນີ້​ໄປ ພວກ​ເຮົາ​ຈະ​ທຳ​ການ​ເຄື່ອນ​ໄຫວ ເພື່ອ​ແຕ່ງ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ຕາມ​ລັດ​ຖະ​ທຳ​ມະ​ນູນ.”

ການ​ລາ​ອອກ ໄດ້​ຖືກ​ສົ່ງ​ໄປ​ໃຫ້​ປະ​ທານ​ສະ​ພາ ໂດຍ​ຂ້າ​ຫຼວງ​ໃຫຍ່​ຂອງ​ສ​ຣີ​ລັງ​ກາ ທີ່​ສິງ​ກະ​ໂປ.

ເຖິງ​ແມ່ນ​ທ່ານ​ຣາ​ຈາ​ພັກ​ສາ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ລາ​ອອກ​ໃນ​ມື້​ວັນ​ພຸດ​ແລ້ວ ແຕ່​ທ່ານ​ບໍ່​ໄດ້​ກະ​ທຳ ຈຶ່ງ​ເຮັດ​ໃຫ້ຄວາມ​ບໍ່​ແນ່ນອນທາງ​ດ້ານ​ການ​ເມືອງເພີ້ມ​ທະ​ວີ​ຂຶ້ນ​ ແລະ​ມີ​ຄວາມ​ໂກດ​ແຄ້ນ​ຫຼາຍ​ຂຶ້ນ​ໃນ​ສ​ຣີ​ລັງ​ກາ ບ່ອນ​ທີ່​ພວກ​ເດີນ​ຂະ​ບວນ​ພາ​ກັນ​ຮ້ອງ​ຄຳ​ຂວັນ​ວ່າ “ໂກ​ຕາ ກັບ​ບ້ານ” ເລີ້ມ​ດັງ​ກ້ອງ​ມາ​ໄດ້​ຫຼາຍ​ເດືອນ​ແລ້ວ. ການ​ຊັກ​ຊ້າ​ດັ່ງ​ກ່າວ​ປາ​ກົດ​ວ່າ​ໄດ້​ຊ່ວຍ​ໃຫ້​ທ່ານ​ສາ​ມາດ​ຫຼົບ​ໜີ ໃນ​ຂະ​ນະ​ທີ່​ທ່ານ​ຍັງ​ມີ​ສິດ​ພິ​ເສດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຢູ່.

ສິງ​ກະ​ໂປອາດສາ​ມາດ​ໃຫ້​ບ່ອນ​ພັກ​ເຊົາ​ພຽງ​ຊົ່ວ​ຄາ​ວ​ເທົ່າ​ນັ້ນ​ສຳ​ລັບ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ພວມດີ້ນ​ຮົນ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ສິງ​ກະ​ໂປ​ກ່າວຢູ່​ໃນ​ຖະ​ແຫຼງ​ຂ່າວ​ວ່າ ທ່ານ​ຣາ​ຈາ​ພັກ​ສາ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເດີນ​ທາງ​ເຂົ້າ​ປະ​ເທດ​ໄດ້​ໃນ​ການ​ຢ້ຽມ​ຢາມ​ເປັນ​ການ​ສ່ວນ​ຕົວ ຊຶ່ງ​ທາງ​ກະ​ຊວງ​ຕ່າງ​ປະ​ເທດ​ກ່າວ​ຕື່ມ​ວ່າ “ທ່ານ​ບໍ່​ໄດ້​ຂໍ​ລີ້​ໄພ​ການ​ເມືອງ​ແລະ​ກໍ​ບໍ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ໃຫ້​ລີ້​ໄພ​ໃດໆ. ສິງ​ກະ​ໂປ​ໂດຍ​ທົ່ວ​ໄປ​ແລ້ວ​ບໍ່​ເຄີຍ​ໃຫ້​ການ​ອະ​ນຸ​ມັດ​ຕໍ່​ການ​ລີ້​ໄພ​ການ​ເມືອງ.”

ທີ່​ນະ​ຄອນ​ຫຼວງ​ໂຄ​ລອມ​ໂບ ພວກ​ປະ​ທ້ວງ​ໄດ້​ພາ​ກັນ​ຍົກ​ຍ້າຍ​ອອກ​ຈາກ​ຕຶກ​ໂຮງ​ການ​ຂອງ​ລັດ​ຖະ​ບານ​ໃນ​ວັນ​ພະ​ຫັດ​ວານນີ້ ຮວມ​ທັງ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ແລ​ະ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

ມີ​ການ​ປະ​ກາດ​ຫ້າມ​ອອກນອກ​ບ້ານ​ທີ່​ນະ​ຄອນຫຼວງ​ ແລະ​ມີ​ທະ​ຫານ​ລາດ​ຕະ​ເວນ​ຢູ່​ຕາມ​ຫົນ​ທາງ​ສາຍ​ຕ່າງໆ ແຕ່ກໍ​ປາ​ກົດ​ວ່າ​ມີ​ຄວາມ​ສະ​ຫງົບ ນຶ່ງມື້​ຫຼັງ​ຈາກ​ຫຼາຍ​ຮ້ອຍ​ພັນ​ຄົນ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ທວ​ງ​ໃຫ້​ທ່ານ​ວິກ​ເກ​ຣ​ມາ​ຊິງ​ເກ ທີ່​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຮັກ​ສາ​ການ ໂດຍ​ທ່ານ​ຣາ​ຈາ​ພັກ​ສາ ຊຶ່ງ​ກໍໄດ້​ລາ​ອອກ​ແລ້ວນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG