ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຣີລັງກາ ບໍ່ມີເຊື້ອໄຟໃຊ້ແລ້ວ


 ແມ່​ຍິງ​ ສ​ຣີ​ລັງ​ກາ ຄົນ​ນຶ່ງ ນັ່ງ​ລໍ​ຖ້າ​ຊື້​ນ້ຳ​ມັນ ເພື່ອນ​ຳ​ໄປ​ຄົວ​ກິນ ຢູ່​ປ້ຳ​ນໍ້​າ​ມັນ ທີ່​ເປົ່າ​ຫວ່າງ ໃນ​ນະ​ຄອນ​ໂຄ​ລອມໂບ ປະ​ທດ​ສ​ຣີ​ລັງ​ກາ ວັນ​ທີ 26 ມິ​ຖຸ​ນາ 2022
ແມ່​ຍິງ​ ສ​ຣີ​ລັງ​ກາ ຄົນ​ນຶ່ງ ນັ່ງ​ລໍ​ຖ້າ​ຊື້​ນ້ຳ​ມັນ ເພື່ອນ​ຳ​ໄປ​ຄົວ​ກິນ ຢູ່​ປ້ຳ​ນໍ້​າ​ມັນ ທີ່​ເປົ່າ​ຫວ່າງ ໃນ​ນະ​ຄອນ​ໂຄ​ລອມໂບ ປະ​ທດ​ສ​ຣີ​ລັງ​ກາ ວັນ​ທີ 26 ມິ​ຖຸ​ນາ 2022

ສຣີລັງກາບໍ່ມີເຊື້ອໄຟໃຊ້ແລ້ວ ອີງຕາມລາຍງານໃນວັນຈັນມື້ນີ້ ຂອງໜັງສືພິມ Daily Mirror ໃນສຣີລັງກາ. ນ້ຳມັນແອັດຊັງ 1,100 ໂຕນ ແລະນ້ຳມັນກາຊວນ 7,500 ໂຕນ ທີ່ປະເທດມີຢູ່ນັ້ນ ຈະບໍ່ກຸ້ມນຶ່ງມື້ ອີງຕາມລາຍງານ ຂອງສືພິມ ໂດຍໃຫ້ຂໍ້ສັງເກດ ຈາກແຫຼ່ງທີ່ບໍ່ບອກຊື່ ຢູ່ໃນບໍລິສັດ ຊີລອນປີໂຕຣລຽມສະຫະພາບການຄ້າ. ໃນວັນອາທິດວານນີ້ ອົງການຂ່າວຣອຍເຕີລາຍງານ ໂດຍໃຫ້ຂໍ້ສັງເກດວ່າ ເຈົ້າໜ້າທີ່ສູງສຸດລັດຖະບານ ຄົນນຶ່ງກ່າວວ່າ ປະເທດທີ່ມີປະຊາກອນ 22 ລ້ານຄົນ ມີນ້ຳມັນແອັດຊັງ ແລະນ້ຳ ມັນກາຊວນເຫຼືອພຽງແຕ່ 15,000 ໂຕນ ເພື່ອບໍລິການສຸກເສີນ ໃນບໍ່ເທົ່າໃດມື້ຈະມາເຖິງນີ້.

ໂດຍບໍ່ມີການສົ່ງເຊື້ອໄຟມາຕື່ມ ໜັງສືພິມກ່າວວ່າ ສຣີລັງກາ “ຈະຢຸດຢູ່ບໍ່ໄປບໍ່ມາເລີ້ມແຕ່ອາທິດນີ້ໄປແມ່ນແຕ່ການຂົນສົ່ງສາທາລະນະກໍຈະມີການຕົກຄ້າງ.” ວິກິດການພະລັງງານຂອງປະເທດໄດ້ເພີ້ມເຂົ້າໃສ່ວິກິດການທາງດ້ານການເງິນ.

ໜັງສືພິມ Daily Mirrow ກ່າວວ່າ “ສຣີລັງກາ ໄດ້ຢູ່ໃນບັນຊີດຳຂອງບໍລິສັດສາກົນ ໃນຂະນະທີ່ບໍ່ໄດ້ຊຳລະໜີ້ສິນຂອງຕົນ ແລະບັນດາບໍລິສັດ ບັດນີ້ຕ້ອງການທະນາຄານລະຫວ່າງປະເທດ ຄ້ຳປະກັນຄວາມເປັນລະບຽບຮຽບຮ້ອຍໃໝ່.”

ເຖິງຢ່າງໃດກໍດີ ສຣີລັງກາ ກຳລັງສົ່ງລັດຖະມົນຕີສອງທ່ານໄປຣັດເຊຍ ອີງຕາມອົງການຂ່າວເອພີ ໃນການເຈລະຈາແບບເຊິ່ງໜ້າ ເພື່ອຫາທາງໃຫ້ໄດ້ຮັບເຊື້ອໄຟ ທີ່ມີຄວາມວຕ້ອງການເປັນທີ່ສຸດນັ້ນ.

Sri Lanka has run out of fuel, according to a report Monday in the country’s Daily Mirror newspaper.

The 1,100 tons of petrol and 7,500 tons of diesel the country has would not last a day, the newspaper reported, citing anonymous sources in the Ceylon Petroleum Corporation Trade Union.

According to Reuters, which cited a top government official on Sunday, the country of 22 million people is down to just 15,000 tons of petrol and diesel to keep essential services running in coming days.

Without any deliveries of fuel, the newspaper said, Sri Lanka “will come to a complete standstill from this week, as even public transportation will come to a grinding halt.”

The country’s energy crisis is compounded by a financial crisis.

The Daily Mirror said Sri Lanka has been “blacklisted by international companies as it has defaulted on its debts and companies now require international bank guarantees for fresh orders.”

However, Sri Lanka is sending two ministers to Russia, according to The Associated Press, for face-to-face negotiations to try to acquire the much-needed fuel.

XS
SM
MD
LG