ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

15 ສົບ ທີ່ລວມມີ ສົບເດັກນ້ອຍ 6 ຄົນ ໄດ້ຖືກ ພົບເຫັນ ຫຼັງຈາກ ການບຸກເຂົ້າກວດຄົ້ນ ເຮືອນຫຼັງນຶ່ງ ໃນ ສຣີລັງກາ


ເຈົ້າໜ້າທີ່ຕຳຫຼວດ ຍ່າງເຂົ້າໄປໃນໂຮງແຮມ ບ່ອນທີ່ ຜູ້ລະເບີດສະຫຼະຊີບ ສັນຊາດອອສເຕຣເລຍ ແລະໄດ້ຮັບການສຶກສາຢູ່ປະເທດອັງກິດ ໄດ້ບີບຂະນວນລະເບີດ,ໃນເມືອງເດຮີວາລາ ຢູ່ຊານເມືອງ ຂອງນະຄອນ ໂຄລອມໂບ ຂອງສຣີລັງກາ, ວັນທີ 26 ເມສາ 2019.
ເຈົ້າໜ້າທີ່ຕຳຫຼວດ ຍ່າງເຂົ້າໄປໃນໂຮງແຮມ ບ່ອນທີ່ ຜູ້ລະເບີດສະຫຼະຊີບ ສັນຊາດອອສເຕຣເລຍ ແລະໄດ້ຮັບການສຶກສາຢູ່ປະເທດອັງກິດ ໄດ້ບີບຂະນວນລະເບີດ,ໃນເມືອງເດຮີວາລາ ຢູ່ຊານເມືອງ ຂອງນະຄອນ ໂຄລອມໂບ ຂອງສຣີລັງກາ, ວັນທີ 26 ເມສາ 2019.

ກຳລັງຮັກສາຄວາມປອດໄພຂອງສຣີລັງກາ ໄດ້ຍິງຕອບໂຕ້ກັບກຸ່ມຕິດອາວຸດບໍ່ຊາບຝ່າຍ
ໃນເມືອງຄາລມູໄນ ຢູ່ເຂດພາກຕາເວັນອອກຂອງປະເທດ.

ໂຄສົກຂອງກອງທັບ ທ່ານນຶ່ງ ກ່າວວ່າ ໄດ້ພົບເຫັນ 15 ສົບ ທີ່ລວມມີສົບເດັກນ້ອຍ 6 ຄົນ
ຢູ່ໃນເຮືອນຫຼັງນຶ່ງ ບ່ອນທີ່ເກີດການຍິງປະທະກັນ ເມື່ອຕອນແລງວັນສຸກວານນີ້.

ໜັງສືພິມ Daily Mirror ຂອງສຣີລັງກາ ໄດ້ລາຍງານວ່າ ຍັງມີວັນຖຸລະເບີດນຳດ້ວຍ
ໃນເວລາ ກຳລັງຮັກສາຄວາມປອດໄພ “ໄດ້ພະຍາຍາມເຂົ້າໄປຊອກຫາຊາຍຜູ້ຕ້ອງ
ສົງໄສຄົນນຶ່ງ.”

ກຳລັງທະຫານ ໄດ້ພົບເຫັນສິ່ງຂອງທີ່ຊຸກເຊື່ອງໄວ້ ລວມມີ ທ່ອນລະເບີດຊະນິດນຶ່ງ
ຈຳນວນ 150 ທ່ອນ ຊຸດຂອງກຸ່ມລັດອິສລາມ ລູກໝາກບີ່ ແລະເຮືອບິນບໍ່ມີຄົນຂັບ ຫຼື
ໂດຣນ ລຳນຶ່ງ ອີງຕາມລາຍງານຂອງໜັງສືພິມດັ່ງກ່າວ ແລະຍັງໄດ້ພົບເຫັນຄອມພິມເຕີ
laptop ເຄື່ອງນຶ່ງ ພ້ອມດ້ວຍລົດຕູ້ຄັນນຶ່ງອີກດ້ວຍ.

ໃນຂະນະດຽວກັນນັ້ນ ທາງການຂອງສຣີລັງກາ ໄດ້ປະກາດໃຫ້ປະຊາຊົນຢູ່ໃນເຮືອນ
ໃນວັນສຸກວານນີ້ ຈາກ ເວລາ 10 ໂມງແລງ ຈົນຮອດ 4 ໂມງເຊົ້າ ຂອງວັນເສົາມື້ນີ້.

ບັນດາຜູ້ນຳສາສະໜາແຄໂທລິກ ໃນສຣີລັງກາ ໄດ້ງົດພິທີທາງສາສະໜາໃນວັນອາທິດ
ທົ່ວປະເທດ ໃນຂະນະທີ່ບັນດາເຈົ້າໜ້້າທີ່ ໄດ້ອ້າງເຖິງເຫດຜົນທີ່ວ່າ ອາດມີການໂຈມຕີ
ຕື່ມອີກຢູ່ໃນປະເທດເກາະດອນແຫ່ງນີ້ ພາຍຫຼັງເກືອບນຶ່ງສັບປະດາ ຂອງການໂຈມຕີ
ດ້ວຍລະເບີດສະຫຼະຊີບທີ່ຮ້າຍແຮງ ໃນບຸນອີດສເຕີວັນອາທິດ ຕໍ່ໂບດ ແລະໂຮງແຮມ
ຫຼາຍແຫ່ງ ຜ່ານມານັ້ນ ຊຶ່ງໄດ້ຖືກຖິ້ມໂທດໃສ່ພວກຫົວຮຸນແຮງມຸສລິມ.

ຄາດີໂນລ ມາລຄອມ ຣານຈິດ ໄດ້ຂໍຮ້ອງໃຫ້ສາວົກທັງຫຼາຍ ໃນທົ່ວສຣີລັງກາ ຈົ່ງຢູ່
ພາຍໃນເຮືອນເພື່ອຄວາມປອດໄພຂອງພວກເຂົາເຈົ້າເອງ ໂດຍກ່າວວ່າ “ພວກເຮົາ
ບໍ່ຢາກໃຫ້ມີການຊ້ຳຮອຍອີກ.”

ກະຊວງການຕ່າງປະເທດຂອງສະຫະລັດ ໃນວັນສຸກວານນີ້ ຍົກລະດັບການແຈ້ງເຕືອນ
ໃນການເດີນທາງ ສຳລັບປະເທດສຣີລັງກາ ໃຫ້ເປັນລະດັບທີ 3 ໃນຈຳນວນທັງໝົດ 4
ລະດັບ ຊຶ່ງໝາຍຄວາມວ່າ ພວກທີ່ຈະເດີນທາງໄປຢ້ຽມຢາມ ປະເທດດັ່ງກ່າວ ຄວນພິຈາ
ລະນາຄືນໃໝ່. ມັນໄດ້ກ່າວວ່າ “ເປັນໄປໄດ້ວ່າ ພວກກຸ່ມກໍ່ການຮ້າຍ ຍັງສືບຕໍ່ວາງແຜນ
ການໂຈມຕີຢູ່ໃນສຣີລັງກາຢູ່”
ແລະວ່າ ພວກກໍ່ການຮ້າຍ ອາດແນເປົ້າໝາຍໃສ່ສະ
ຖານທີ່ ທາງສາສະໜາແຫ່ງຕ່າງໆ ພ້ອມດ້ວຍສະຖານທີ່ສາທາລະນະອີກດ້ວຍ ຊຶ່ງລວມ
ທັງ ຮ້ານຊັບພະສິນຄ້າ ໂຮງແຮມ ຮ້ານອາຫານ ແລະງານແຂ່ງຂັນກິລາ ແລະສ່ວນສາທາ
ລະນະ ເປັນຕົ້ນ.

ສະຖານທູດສະຫະລັດ ປະຈຳນະຄອນໂຄລອມໂບ ໄດ້ຮຽກຮ້ອງໃຫ້ປະຊາຊົນຈົ່ງ“ລະມັດ
ລະວັງ ຢູ່ສະເໝີ ແລະຫລີກເວັ້ນບ່ອນທີ່ມີຝຸງຄົນໜາແໜ້ນ”
ຊຶ່ງໄດ້ຖືກຂຽນລົງ ໃນບັນຊີ
ທວີດເຕີຂອງທາງການສະຖານທູດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG