ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານສະພາ ​ສີ​ລັງ​ກາ ບໍ່​ຮັບ​ຮູ້ ນາ​ຍົກ ທີ່​ຖືກ​ແຕ່ງ​ຕັ້ງ​ໃໝ່ ໂດຍ​ປະ​ທານາ​ທິ​ບໍ​ດີ


​ພວກ​ນັກ​ເຄື່ອນ​ໄຫວ​ຊາວສີ​ລັງ​ກາ ຍົກ​ປ້າຍ​ຂຶ້ນ ໃນເວລາ​ທີ່​ທຳ​ການ​ເດີນ​ຂະ​ບວນ ຢູ່ນອກ​ ບ້ານ​ພັກ​ຂອງ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຣາ​ນີ​ລ ວິກ​ເຄ​ຣ​ເມ​ສິງ​ງີ ໃນ​ນະ​ຄອນຫຼວງ ໂຄ​ລອມ​ໂບ​ ໃນ​ສີ​ລັງ​ກາ ໃນ​ວັນ​ທີ 4 ພະ​ຈິກ, 2018.
​ພວກ​ນັກ​ເຄື່ອນ​ໄຫວ​ຊາວສີ​ລັງ​ກາ ຍົກ​ປ້າຍ​ຂຶ້ນ ໃນເວລາ​ທີ່​ທຳ​ການ​ເດີນ​ຂະ​ບວນ ຢູ່ນອກ​ ບ້ານ​ພັກ​ຂອງ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຣາ​ນີ​ລ ວິກ​ເຄ​ຣ​ເມ​ສິງ​ງີ ໃນ​ນະ​ຄອນຫຼວງ ໂຄ​ລອມ​ໂບ​ ໃນ​ສີ​ລັງ​ກາ ໃນ​ວັນ​ທີ 4 ພະ​ຈິກ, 2018.

ໂຄ​ສົກ​ປະ​ຈຳ​ລັດ​ຖະສະ​ພາ​ຂອງ​ສີ​ລັງ​ກາ​ເວົ້າ​ວ່າ ທ່ານບໍ່​ສາ​ມາດ​ທີ່​ຈະ​ຍອມຮັບເອົາ
​ທ່ານ ມະ​ຫິນ​ດາ ຣາ​ຊາປາກ​ຊາ (Mahinda Rajapaksa) ອະ​ດີດ​ປະ​ນາ​ທາ​ທິ​ບໍ​ດີ
ແລະ​ຊາຍ​ທີ່​ເຂັ້ມ​ແຂງນັ້ນ ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ໄດ້.

ທ່ານ ຄາ​ຣູ ຈາ​ຣາ​ສູ​ຣິ​ຢາ (Karu Jayasuriya) ເວົ້າ​ວ່າ ທ່ານ ຣາ​ຊາປາກ​ຊາຕ້ອງ​
ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າທ່ານສາມາດ​ບັນ​ຊາ​ສະ​ມາ​ຊິກ​ສ່ວນ​ໃຫຍ່​ໃນ​ລັດ​ຖະ​ສະ​ພາ​ໄດ້.

ທ່ານ ຈາ​ຣາ​ສູ​ຣິ​ຢາໄດ້ກ່າວ​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງວ່າ "​ສະ​ມາ​ຊິກ​ສ່ວນ​ໃຫຍ່
​ແມ່ນ​ມີ​ຄວາມ​ເຫັນ​ວ່າ ການ​ປ່ຽນ​ແປງຢູ່ໃນ​ລັດ​ຖະ​ສະ​ພາ ແມ່ນບໍ່​ຖືກ​ຕ້ອງ​ຕາມ​ລັດ​ຖະ
​ທຳ​ມະ​ນູນ ແລະ​ຂັດ​ກັບ​ການ​ປະ​ຕິ​ບັດ​ທີ່​ເປັນ​ປະ​ເພ​ນີ​ມາ.” ທ່ານ​ກ່າວເພີ້ມອີກວ່າ
"ສະ​ນັ້ນ ຂ້າ​ພະ​ເຈົ້າຈຶ່ງຂໍ​ຮ້ອງ​ໃນ​ນາມສະ​ມາ​ຊິກ​ສ່ວນ​ໃຫຍ່​ໃນ​ລັດ​ຖະ​ສະ​ພາໃຫ້ຮັບ
​ຮອງ​ເອົາ​ທ່າ​ທີ ທີ່​ມີ​ຂຶ້ນ​ ກ່ອນ​ໜ້າ​ການ​ປ່ຽນ​ແປງ​ເຫລົ່າ​ນີ້. ຂ້າ​ພະ​ເຈົ້າ​ຈະ​ຮັບ​ຮູ້ຕາມ​
ສະ​ພາບ​ທີ່​ເປັນ​ຢູ່ນີ້ ກ່ອນຈະ​ມີ​ການ​ປ່ຽນ​ແປງ​ຕ່າງໆ ຈົນ​ກວ່າ​ວ່າ ກຸ່ມ​ໃໝ່ຈະ​ສະ
ແດງ​ໃຫ້​ເຫັນ​ວ່າ ເປັນ​ກຸ່ມ​ທີ່​ມີ​ສຽງ​ສ່ວນ​ຫລາຍ.”

ປະ​ທາ​ນາ​ທິ​ບໍ​ດີ ໄມ​ທ​ຣິບ​ປາ​ລາ ສີ​ຣິ​ເສ​ນາ ໄດ້ປົດ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຣາ​ນີ​ລ
ວິ​ກ​ເຄ​ຣ​ເມ​ສິງ​ງີ (Ranil Wickremesinghe) ແລະ​ຄະ​ນະ​ລັດ​ຖະ​ບານ​ຂອງ​ເພິ່ນ ​
ອອກ​ຈາກ​ຕຳ​ແໜ່ງ​ໃນ​ເດືອນ​ແລ້ວນີ້ ແລະ​ໄດ້​ແຕ່ງ​ຕັ້ງທ່ານ ຣາ​ຊາປາກ​ຊາ ເປັນ
ນາ​ຍົກ​ລັດ​ຖະ​ມົນ​ຕີ​ແທນ. ມື້​ຕໍ່​ມາ ທ່ານສີ​ຣິ​ເສ​ນາ ໄດ້​ຍຸ​ຕິ​ການ​ເຄື່ອນ​ໄຫວ​ຂອງ​ລັດ
​ຖະສະ​ພາ​ໄວ້ ຈົນ​ຮອດ​ວັນ​ທີ 16 ພະ​ຈິກ. ໃນ​ວັນ​ພະ​ຫັດ​ຜ່ານ​ມານີ້ ໂດຍ​ໄດ້​ຮັບ​
ການ​ກົດ​ດັນ​ຈາກ​ສາ​ກົນໃຫ້​ແກ້​ໄຂວິ​ກິດ​ການ​ທາງ​ການ​ເມືອງ ທ່ານ ສີ​ຣິ​ເສ​ນາ ໄດ້
​ເລື່ອນ​ວັນ​ທີ​ຮຽກ​ປະ​ຊຸມ ​ຂຶ້ນ​ມາ​ໃສ່​ວັນ​ທີ 5 ພະ​ຈິກມື້ນີ້. ພວກ​ນັກ​ວິ​ເຄາະ​ເຫດ​ການ
ເຊື່ອ​ວ່າ ທ່ານ​ຍຸ​ຕິ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ຖະ​ສະ​ພາ​ໄວ້ ກໍ​ເພື່ອ​ເຮັດ​ໃຫ້​ທ່ານ ຣາ
​ຊາ​ປາກ​ຊາ​ມີ​ເວ​ລາ​ຮວບ​ຮວມ​ເອົາ​ການ​ສະ​ໜັບ ສຸ​ໜຸນ ເພື່ອ​ໃຫ້​ເອົາ​ຕົວ​ລອດ ​ໃນ
​ການ​ລົງ​ຄະ​ແນນ​ສຽງ​ບໍ່​ໄວ້​ວາງ​ໃຈ​ນັ້ນ.

ທ່ານ ສີ​ຣິ​ເສ​ນາ ເວົ້າ​ວ່າ ເພິ່ນປົດທ່ານ ວິ​ກ​ເຄ​ຣ​ເມ​ສິງ​ງີ (Ranil Wickremesinghe)
ອອກ​ຈາກ​ຕຳ​ແໜ່ງ ​ພາຍ​ຫລັງ​ທີ່​ມີ​ນັກ​ສືບ​ຄົນ​ນຶ່ງ ບອກ​ຕຳ​ຫລວດ​ວ່າ ລັດ​ຖະ​ມົນ​ຕີ
​ໃນ​ຄະ​ນະ​ລັດ​ຖະ​ບານ​ຄົນ​ນຶ່ງ ມີ​ສ່ວນ​ໃນ​ການ​ວາງ​ແຜນ​ລອບ​ສັງ​ຫານ​ເພິ່ນ. ທ່ານ
ບໍ່​ໄດ້​ເປີດ​ເຜີຍ​ໃຫ້​ຮູ້​ຊື່​ຂອງ ລັດ​ຖະ​ມົນ​ຕີ ຄົນ​ນັ້ນ ແຕ່​ຢ່າງ​ໃດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG