ປະທານາທິບໍດີສຣີລັງກາ ທ່ານໄມທຣີພາລາ ສິຣິເສນາ ຈະເປີດປະຊຸມສະພາແຫ່ງຊາດໃນອາທິດໜ້າ ໃນອັນທີ່ປາກົດວ່າ ເປັນການຍິນຍອມຕໍ່ການກົດດັນຂອງນາໆຊາດ ເພື່ອແກ້ໄຂວິກິດການທາງດ້ານການເມືອງຂອງປະເທດ.
ນາຍົກລັດຖະມົນຕີມະຫິນດາ ຣາຊະພັກສາ ໄດ້ປະກາດໃນວັນພະຫັດວານນີ້ວ່າ ປະທານາທິບໍດີສິຣິເສນາຈະຮຽກຮ້ອງໃຫ້ສະມາຊິກສະພາກັບຄືນໄປເຮັດວຽກໃນວັນຈັນທີ 5 ພະຈິກນີ້.
ທ່ານສິຣິເສນາ ໄດ້ສັ່ງປົດນາຍົກລັດຖະມົນຕີຣານິລ ວິກເຣເມສິງເຫ ແລະຄະນະລັດຖະບານຂອງທ່ານທັງໝົດໃນວັນສຸກແລ້ວ ແລະໃນມື້ຕໍ່ມາ ກໍສັ່ງໃຫ້ສະພາແຫ່ງຊາດຢຸດເຮັດວຽກເປັນການຊົ່ວຄາວ. ໃນຄຳປາໄສທາງໂທລະພາບຕໍ່ປະເທດຊາດໃນວັນອາທິດ, ທ່ານສິຣິເສນາກ່າວວ່າ ທ່ານໄດ້ສັ່ງໃຫ້ປົດ ທ່ານວິກເຣເມສິງເຫ ຫລັງຈາກພວກນັກສືບຂອງຕຳຫຼວດວ່າ ລັດຖະມົນຕີຂອງລັດຖະບານທ່ານນຶ່ງ ໄດ້ວາງແຜນທີ່ຈະສັງຫານທ່ານ. ທ່ານບໍ່ໄດ້ເປີດເຜີຍຊື່ຂອງລັດຖະມົນຕີທ່ານນັ້ນ.
ທ່ານສິຣິເສນາໄດ້ແຕ່ງຕັ້ງທ່ານຣາຊະພັກສາ ອະດີດປະທານາທິບໍດີແລະນາຍພົນຂອງສຣີລັງກາ ຂຶ້ນເປັນນາຍົກລັດຖະມົນຕີແທນທ່ານວິກເຣເມສິງເຫແລະອະນຸຍາດໃຫ້ທ່ານຕັ້ງລັດຖະບານຊຸດໃໝ່. ພວກນັກສັງເກດການເຊື່ອວ່າທ່ານໄດ້ສັ່ງໃຫ້ສະພາໂຈະການເຮັດວຽກ ເພື່ອໃຫ້ເວລາແກ່ທ່ານຣາຊະພັກສາຊອກຫາສຽງສະໜັບສະໜຸນໃຫ້ພຽງພໍ ຈາກການລົງມະຕິບໍ່ໄວ້ວາງໃຈຢູ່ໃນສະພາ.