ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການເມືອງ ໃນ ສຣີລັງກາ


ອະດີດ ຜູ້ບັນຊາການ ທະຫານສູງສຸດ ຂອງສຣີລັງກາ ທີ່ຖືກຂັງຄຸກ ຢູ່ໃນເວລານີ້ ໄດ້ທວງເອົາ ອິສະລະພາບ ຂອງທ່ານ ໃນການຖະ​ແຫລ​ງ ຕໍ່​ສາທາ​ລະນະ ເທື່ອທຳອິດ ນັບແຕ່ທ່ານ ໄດ້ຖືກຈັບ ໃນເດືອນກຸມພາ ຜ່ານມາ. ອະດີດນາຍພົນ SERATH FONSEKA ໄດ້ຖືກຍາມ ຄຸມໂຕໄປ ຂະນະທີ່ທ່ານ ​ເຂົ້າໄປນັ່ງ ຢູ່ບ່ອນນັ່ງຂອງທ່ານ ໃນລະຫວ່າງ ພິທີເປີດ ກອງປະຊຸມ ສະພາແຫ່ງຊາດ ໃນວັນພະຫັດມື້ນີ້. ທ່ານໄດ້ຮຽກຮ້ອງ ໃຫ້ປະຊາຊົນ ສຣີລັງກາ ມີອິສະລະພາບ ແລະເວົ້າວ່າ ທ່ານເປັນຜູ້ເຄາະຮ້າຍ ຈາກການກະທຳ ທີ່ບໍ່ເປັນທຳ ຂອງລັດຖະບານ ອະດີດ ຜູ້ບັນຊາການ ທະຫານສູງສຸດ ຂອງສຣີລັງກາ ໄດ້ລົງ​ສະມັກ ​ແຂ່ງ​ກັບ ປະທາທິບໍດີ ສຣີລັງກາ ທ່ານມະຮິນດາ ຣາຊະພັກ ແຕ່ບໍ່ປະສົບ ຄວາມສຳເລັດ ໃນການເລືອກຕັ້ງ ປະທານາທິບໍດີ ເມື່ອເດືອນມັງກອນ ຕົ້ນປີນີ້. ທ່ານ FONSEKA ຖືກກ່າວຫາວ່າ ວາງແຜນ ທີ່ຈະຫລິ້ນການເມືອງ​ ໃນຂະນະທີ່ ຍັງຮັບໃຊ້ ຢູ່ໃນກອງທັບ ແລະລະເມີດ ກົດລະບຽບ ໃນການຊື້ອຸບປະກອນ ທາງທະຫານ ແຕ່ທ່ານໄດ້ປະຕິເສດ ຕໍ່ທັງສອງຂໍ້ຫານີ້.

XS
SM
MD
LG