ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

10 ຄົນ ເສຍຊີວິດ ຍ້ອນ ເກີດດິນເຈື່ອນ ທີ່ ສຣີລັງກາ


ແຜນທີ່ສຣີລັງກາ
ແຜນທີ່ສຣີລັງກາ

ສິບຄົນ​ໄດ້​ເສຍ​ຊີວິດ ​ແລະ​ຫລາຍ​ຮ້ອຍຄົນ​ຫາຍ​ສາບສູນ
ຫລັງຈາກໄດ້ເກີດດິນ​ເຈື່ອນ​ຖົມເອົາບ້ານເຮືອນຈຳນວນນຶ່ງ ໃນເຂດພາກກາງຕອນໃຕ້ຂອງສຣີ​ລັງກາ.

​ຝົນຕົກ​ໜັກ​ໄດ້​ກໍ່​ໃຫ້​ເກີີດຄື້ນຟອງ​ຂີ້ຕົມ ໄຫລລົງ​ມາສູ່​ບ້ານ
Haldummulla ທີ່​ຕັ້ງ​ຢູ່ 192 ກິ​ໂລ​ແມັດຫ່າງ​ຈາກ​ນະຄອນ
​ຫລວງ Colombo ຢູ່​ໃນ​ຂົງ​ເຂດທີ່​ຜະ ລິດ​ຊາຂອງປະເທດ.

ລັດຖະບານກ່າວ​ວ່າ ຢ່າງ​ໜ້ອຍມີ​ເຮືອນ 120 ຫລັງ​ໄດ້​ຖືກ​
ທຳລາຍ. ຄາດ​ວ່າ 500 ຄົນ​ຍັງ​ຕົກ​ຄ້າງ​ຢູ່​ໃນ​ຊາກ​ຫັກ​ພັງດັ່ງກ່າວ.

ລະດູລົມມໍ​ລະ​ສຸ​ມທີ່ພາໃຫ້ມີຝົນ​ຕົກ​ໜັກ ​ໃນສຣີີລັງກາ ແມ່ນ​ເລີ້ມ​ແຕ່ເດືອນ​ຕຸລາ ໄປຫາ​
ເດືອນ​ທັນວາ.

XS
SM
MD
LG