ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການປະທ້ວງ ສະຫະປະຊາຊາດ ໃນສຣີລັງກາ


ລັດຖະມົນຕີ ກະຊວງເຄຫະສະຖານ ຂອງສຣີລັງກາ ໄດ້ເລີ້ມອົດອາຫານ ປະທ້ວງ ການສືບສວນ ຂອງອົງການ ສະຫະປະຊາຊາດ ກ່ຽວກັບ ການກ່າວຫາວ່າ ​ໄດ້ມີການລະເມີດ ສິດທິມະນຸດ ໃນລະຫວ່າງ ສົງຄາມກາງເມືອງ ໃນສຣີລັງການັ້ນ.

ລັດຖະມົນຕີ ກະຊວງເຄຫະສະຖານ ຂອງສຣີລັງກາ ທ່ານວິມາລ ວິຣະວັນນະສາ ເລີ້ມອົດອາຫານ ປະທ້ວງ ຢູ່ນອກສຳນັກງານ ຂອງອົງການ ສະຫະປະຊາຊາດ ທີ່ນະຄອນຫຼວງ ໂຄລອມໂບ ຂອງສຣີລັງກາ.

ທ່ານວິຣະວັນນະສາ ກ່າວວ່າ ທ່ານພ້ອມແລ້ວ ທີ່ຈະອົດອາຫານ ຈົນຕາຍ ເພື່ອຍຸຕິ ໃນອັນທີ່ ທ່ານເອີ້ນວ່າ ການດຳເນີນຄະດີ ແບບບໍ່ຍຸຕິທຳ ຕໍ່ພວກທະຫານ ສຣີລັງກາ ກ່ຽວກັບ ການກໍ່ໂທດກຳ ສົງຄາມ. ນອກນັ້ນ ທ່ານຍັງຮຽກຮ້ອງ ໃຫ້ປະຊາຊົນ ສຣີລັງກາ ທຳການປະທ້ວງ ໃນທົ່ວປະເທດ ຕໍ່ຕ້ານ ການສືບສວນ ຂອງອົງການ ສະຫະປະຊາຊາດ.

ພວກປະທ້ວງ ຈຳນວນຫຼາຍຮ້ອຍຄົນ ພາຍໃຕ້ການນຳພາ ຂອງທ່ານວິຣະວັນນະສາ ໄດ້ປິດລ້ອມ ສຳນັກງານ ຂອງອົງການ ສະຫະປະຊາຊາດ ທີ່ນະຄອນຫຼວງ ໂຄລອມໂບ ໃນມື້ວັນອັງຄານ ຜ່ານມາ ເຮັດໃຫ້ພະນັກງານ ອົງການສະຫະປະຊາຊາດ ອອກໄປຈາກ ສຳນັກງານບໍ່ໄດ້ ເປັນເວລາ ຫຼາຍໆຊົ່ວໂມງ. ໃນມື້ວານນີ້ ພວກປະທ້ວງ ກໍໄດ້ພາກັນ ໂຮມຊຸມນຸມ ແຕ່ມີຈຳນວນ ໜ້ອຍລົງກວ່າເກົ່າ ແລະໄດ້ມີຄຳສັ່ງ ໃຫ້ພວກເຈົ້າໜ້າທີ່ ຂອງສະຫະປະຊາຊາດ ບໍ່ໃຫ້ມາການ.

ໂຄສົກ ຂອງອົງການ ສະຫະປະຊາຊາດ ທ່ານ FARHAN HAG ກ່າວວ່າ ພະນັກງານ ທີ່ຈຳເປັນ ຈະກັບຄືນໄປເຮັດການ ໃນວັນພະຫັດມື້ນີ້ ແລະອົງການ ສະຫະປະຊາຊາດ ໄດ້ຕິດຕາມເບິ່ງ ການເຄື່ອນໄຫວ ໃນສຣີລັງກາ ຢ່າງໃກ້ຊິດ.

XS
SM
MD
LG