ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຣີລັງກາ ຈັດການ ເລືອກຕັ້ງ ສະມາຊິກສະພາ ແຫ່ງຊາດ


ບັນດາພະນັກງານ ຄວບຄຸມ ການເລືອກຕັ້ງ ລໍຖ້າ ທີ່ຈະໄປປະຈຳການຢູ່ຕາມ ສະຖານີເລືອກຕັ້ງ ຫຼັງຈາກທີ່ໄດ້ເກັບກຳ ເອົາອຸປະກອນຕ່າງໆ ຈາກສູນກາງແຈກຍາຍ ໃນນະຄອນຫຼວງ ໂຄລອມໂບ, ປະເທດສຣີລັງກາ, ວັນອາທິດ ທີ 16 ສິງຫາ 2015.
ບັນດາພະນັກງານ ຄວບຄຸມ ການເລືອກຕັ້ງ ລໍຖ້າ ທີ່ຈະໄປປະຈຳການຢູ່ຕາມ ສະຖານີເລືອກຕັ້ງ ຫຼັງຈາກທີ່ໄດ້ເກັບກຳ ເອົາອຸປະກອນຕ່າງໆ ຈາກສູນກາງແຈກຍາຍ ໃນນະຄອນຫຼວງ ໂຄລອມໂບ, ປະເທດສຣີລັງກາ, ວັນອາທິດ ທີ 16 ສິງຫາ 2015.

ຊາວສຣີລັງກາ ກຳລັງ​ພາກັນ​ໄປ ສະຖານທີ່ປ່ອນ​ບັດ​ແຫ່ງ​ຕ່າງໆ
​ໃນ​ວັນ​ຈັນ​ມື້​ນີ້ ​ສຳ​ຫລັບ​ການ​ເລືອກ​ຕັ້ງສະມາຊິກ​ສະພາ ​ໃນ​ການ
​ທີ່ອະດີດ​ປະທານາທິບໍດີ ທ່ານ Mahinda Rajapaksa ຫວັງ​ວ່າ
ຈະ​ໄດ້​ກາຍ​ມາ​ເປັນ​ນາຍົກລັດຖະມົນຕີ.

​ໃນ​ປັດຈຸບັນ ປະທານາທິບໍດີ ທ່ານ Maithripala Sirisena ຜູ້​ທີ່
​ດຳລົງ​ຕຳ​ແໜ່​ງ​ເປັນ​ລັດຖະມົນຕີ​ ສາທາລະນະ​ສຸກ ​ໃນ​ລະຫວ່າງ
ທີ່ ທ່ານ Rajapaksa ​ໄດ້ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ ນັ້ນ
​ໄດ້​ປະຕິຍານ​ວ່າ ຈະ​ບໍ່​ແຕ່ງຕັ້ງ ທ່ານ Rajapaksa ​ໃຫ້​ເປັນ​ນາຍົກ
ລັດຖະມົນຕີ ​ເຖິງ​ແມ່ນ​ວ່າ ​ອະດີດ​ປະທານາທິບໍດີ ຈະ​ໄດ້​ຮັບ​ສຽງ​
ສ່ວນຫຼາຍ​ ໃນ​ສະພາ​ກໍ​ຕາມ.

ບັນດານ​ນັກວິ​ເຄາະ ກ່າວວ່າ ​ການ​ປ່ອນ​ບັດ​ໃນ​ວັນ​ຈັນ​ມື້​ນີ້ ໃນ​ທີ່​ສຸດ​ແລ້ວ ແມ່ນ​ເປັນ​ການ​ລົງ​ປະຊາ​ມະຕິ ກ່ຽວ​ກັບ​ຄວາມ​ນິຍົມ​ຊົມ​ຊອບ​ຂອງ​ທ່ານ Rajapaksa ນັ້ນ​ເອງ.

ທ່ານ Rajapaksa ​ໄດ້​ຍົກ​ເລີກ ກຳນົດສອງ​ສະ​ໄໝ​ຂອງ​ປະທານາທິບໍດີ ​ໃນ​ເວລາ ທ່ານໄດ້​ດຳລົງ​ຕຳ​ແໜ່​ງຢູ່​ນັ້ນ ​ແຕ່​ໄດ້​ປາລາ​ໄຊ​ໃນ​ການ​ລົງ​ສະໝັກ​ເມື່ອ​ເດືອນ​ມັງກອນ ສຳ​ຫລັບ​ສະ​ໄໝ
​ທີ 3 ​ໃນ​ເມື່ອ ​ທ່ານ Sirisena ​ແຂ່ງຊິງ​ເອົາ​ຕຳ​ແໜ່​ງ​ໄດ້ ຢ່າງ​ບໍ່​ຄາດ​ຝັນ.

ນັບ​ຕັ້ງ​ແຕ່​ໄດ້​ອອກ​ຈາກ​ຕຳ​ແໜ່​ງ​ແລ້ວ ທ່ານ Rajapaksa ​ແລະ ບັນດາ​ຍາດຕິ​ພີ​ນ້ອງ​ທີ່​ໄກ​ຊິດ​ບາງ​ສ່ວນ ​ແມ່ນ​ໄດ້​ປະ​ເຊີນ​ກັບ ການ​ກ່າວ​ຟ້ອງ ​ໃນ​ຂໍ້​ຫາສໍ້​ລາດ​ບັງຫຼວງ.

ອະດີດ​ປະທາ​ນາ​ທິບໍດີ ຍັງ​ຄົງ​ມີ​ຄວາມ​ນິຍົມ​ຊົບ​ຊອບຫຼາຍຢູ່ ພາຍ​ໃນ​ພາກສ່ວນ​ຂອງ​ ປະຊາ​ຄົມ
ຊາວ Siha​lese ທີ່​ເປັນຊົນ​ເຜົ່າກຸ່ມ​ໃຫຍ່ ທີ່​ໄດ້​ພາບ​ແພ້ ພວກ​ກອງ​ໂຈນ Tamil ​ໃນ​ປີ 2009 ທີ່​ໄດ້ນຳ​ມາ​ຊຶ່ງ​ການ​ສິ້ນ​ສຸດ​ຂອງ​ປະຕິ​ບັດ​ການ ​ແບ່ງ​ແຍກ​ດິນ​ແດນ ຂອງ​ພວກ​ເຂົາ ເປັນ​ເວລາ​ 37 ປີ.

ອົງການ​ສະຫະ​ປະຊາ​ຊາດ ​ຄາດ​ຄະ​ເນ ວ່າ ມີ​ພົນລະ​ເຮືອນ​ຊາວ Tamil ​ປະມານ 40,000 ຄົນ ​ໄດ້ຖືກຂ້າ​ຕາຍ ​ໃນ​ໄລຍະ​ສຸດ​ທ້າຍ​ຂອງ​ສົງຄາມ​ກາງ​ເມືອງ.

ຊາວ Tamil ​ໄ​ດ້ພາ​ກັນ​ໄປ ປ່ອນ​ບັດ​ເປັນ​ຈຳນວນຫຼວງຫຼາຍ ​ໃຫ້​ແກ່ ທ່ານ Sirisena ​ເມື່ອ​ເດືອນ​ມັງ​ກອນ​ຜ່ານ​ມາ ຫຼັງຈາກ​ທີ່ໄດ້ ຍົກ​ເລີກ​ການ​ໄປ​ປ່ອນ​ບັດ​ກ່ອນ​ໜ້າການ​ເລືອກຕັ້ງ ທີ່​ເປັນ​ພົນ​ກີດກັ້ນ​ ຄວາມ​ພະຍາຍາມຂອງ ທ່ານ Rajapakse ທີ່​ຈະ​ເຂົ້າມາ​ເປັນ​ປະທານາທິບໍດີ​ສະ​ໄໝ​ທີ​ສາມ.

Sri Lanka Elections
please wait
Embed

No media source currently available

0:00 0:01:21 0:00

Sri Lankans are going to the polls Monday for parliamentary elections in which former President Mahinda Rajapaksa is hoping to become prime minister.

Current President Maithripala Sirisena, who served as health minister during Mr. Rajapaksa's presidency, has vowed not to appoint Mr. Rajapakse as prime minister, even if the former president secures a majority in parliament.

Analysts say Monday's vote is essentially a referendum on Mr. Rajapaksa's popularity.

Mr. Rajapakse abolished the two-term limit for presidents when he was in office, but lost his bid in January for a third term when Mr. Sirisena staged an unexpected challenge.

Since leaving office, Mr. Rajapaksa and some of his closest relatives are facing corruption charges.

The former president remains hugely popular among sections of the ethnic majority Sinhalese community for the crushing defeat of the Tamil guerrillas in 2009, bringing an end to their 37-year campaign for a separate homeland.

The United Nations estimates about 40,000 Tamil civilians were killed in the final phases of the civil war.

The Tamils voted en masse for Mr. Sirisena in January after boycotting previous elections, effectively blocking Mr. Rajapaksa's attempt to become a third-term president.

XS
SM
MD
LG