ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ຢ່າງໜ້ອຍ 202 ຄົນ ​ເສຍ​ຊີວິດ​ ຍ້ອນນໍ້າຖ້ວມ ໃນ ສຣີລັງກາ


ພວກຜູ້ຊາຍກຸ່ມນຶ່ງ ພາກັນລຸຍນໍ້າ ຂ້າມທາງທີ່ນໍ້າຖ້ວມໝົດ ໃນຂະນະທີ່ມີການກູ້ໄພ ຢູ່ໃນບ້ານ Nagoda, ເມືອງ Kalutara ຂອງສີລັງກາ ໃນວັນທີ 29 ພຶດສະພາ, 2017.
ພວກຜູ້ຊາຍກຸ່ມນຶ່ງ ພາກັນລຸຍນໍ້າ ຂ້າມທາງທີ່ນໍ້າຖ້ວມໝົດ ໃນຂະນະທີ່ມີການກູ້ໄພ ຢູ່ໃນບ້ານ Nagoda, ເມືອງ Kalutara ຂອງສີລັງກາ ໃນວັນທີ 29 ພຶດສະພາ, 2017.

ໃນ​ວັນ​ພຸດ​ມື້ນີ້ ສຣີລັງກາເວົ້າວ່າ ​ໄພນໍ້າ​ຖ້ວມ ​ແລະ​ດິນ​ເຈື່ອນທີ່​ເກີດມາ​ຈາກ​ຝົນຕົກ​ໃນ
​ລະດູ​ລົມ​ມໍ​ລະ​ສຸມ ​ເຮັດ​ໃຫ້​ຢ່າງໜ້ອຍ 202 ຄົນ​ເສຍ​ຊີວິດ​ແລ້ວ.

ຂ່າວ​ຫລ້າ​ສຸດ​ຈາກ​ສູນ​ຄວບ​ຄຸມ​ໄພພິບັດ​ເວົ້າວ່າ ຍັງ​ມີ 96 ຄົນ​ທີ່ລາຍ​ງານ​ເວົ້າ​ວ່າຍັງ
​ຫາຍ​ສາບ​ສູນ​ຢູ່ ​ໃນ​ຂະນະ​ທີ່ 80,000 ຄົນໄດ້​ຍ້າຍໄປ​ຢູ່​ໃນ​ບ່ອນ​ພັກ​ຊົ່ວຄາວ.

ຝົນ​ໄດ້​ເລີ້ມຕົກ​ຢູ່​ໃນ​ປະ​ເທດ​ດັ່ງກ່າວ​ ໃນໄລ​ຍະ​ທ້າຍໆອາທິດ​ແລ້ວນີ້ ​ໂດຍໄດ້​ພາ​ໃຫ້​ເກີດ​
ນໍ້າ​ຖ້ວມ ​ແລະ​ດິນເຈື່ອນ​ໄດ້​ທໍາລາຍ​ອາຄານ ​ແລະ​ບ້ານ​ເຮືອນ​ຫລາຍ​ຮ້ອຍ​ຫລັງ ​ແລະ​ກໍ
ໄດ້​ທັບ​ຖົມຖະໜົນ ​ແລະ​ດິນ​ນາ ດິນ​ສວນ​ຕ່າງໆ​ໄປໝົດ. ສະພາບ​ດັ່ງກ່າວ​ໄດ້​ສົ່ງຜົນ​ກະ
ທົບໃຫ້ແກ່​ຜູ້​ຄົນລວມທັງໝົດປະມານ 630,000 ຄົນ.

ກອງທັບ​ບົກ​, ກອງທັບ​ເຮືອ ​ແລະ​ກອງທັບ​ອາກາດ​ຂອງ​ສຣີລັງກາ ​ໄດ້ເຮັດ​ວຽກໜັກ​ເພື່ອ
ຈັດ​ສົ່ງເຄື່ອງ​ຊ່ວຍ​ເຫລືອ​ໄປ​ໃຫ້ ​ແລະຊ່ວຍ​ກູ້​ເອົາ​ພວກ​ທີ່​ຕົກ​ຢູ່​ໃນ​ໄພ​ອັນຕະລາຍ​ເຫລົ່າ​ນັ້ນ.
ສະຫະປະຊາ​ຊາດ, ສະຫະລັດ​, ຈີນ, ຍີ່​ປຸ່ນ, ປາກິ​ສຖານ, ອອສ​ເຕຣ​ເລຍ ​ແລະ​ອິນ​ເດຍ
​ແມ່ນ​ອົງການແລະ​ປະ​ເທດ​ຈໍານວນ​ນຶ່ງ ທີ່​ໄດ້ໃຫ້​ຄໍາໝັ້ນສັນຍາ​ວ່າ​ຈະ​ໃຫ້ການ​ຊ່ວຍ​
ເຫລືອ​ໃນ​ດ້ານ ການບັນ​ເທົາ​ທຸກ​ແກ່​ປະ​ເທດ​ດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG