ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ສີ​ລັງ​ກາ ສັນ​ຍາ​ວ່າ ​ຈະ​ໄລ່​ບັນ​ດາ​ ເຈົ້າ​ໜ້າ​ທີ່ ​ສືບ​ລັບ​ ອອກ​ຈາກ​ຕຳ​ແໜ່ງ


ປະ​ທາ​ນາ​ທິ​ບໍ​ດີ ສີ​ລັງ​ກາ ທ່ານ ໄມ​ຕ​ຣີ​ປາ​ລາ ສິ​ຣິ​ເສ​ນາ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງ​ການ​ປະ​ຊຸມ​ກັບ ນັກ​ຂ່າວ​ຕ່າງ​ປະ​ເທດ ຢູ່​ທຳ​ນຽບ​ຂອງ​ທ່ານ​ໃນ​ນະ​ຄອນຫຼວງ ໂຄ​ລົມ​ໂບ, ສີ​ລັງ​ກາ. 25 ພະ​ຈິກ, 2018.
ປະ​ທາ​ນາ​ທິ​ບໍ​ດີ ສີ​ລັງ​ກາ ທ່ານ ໄມ​ຕ​ຣີ​ປາ​ລາ ສິ​ຣິ​ເສ​ນາ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງ​ການ​ປະ​ຊຸມ​ກັບ ນັກ​ຂ່າວ​ຕ່າງ​ປະ​ເທດ ຢູ່​ທຳ​ນຽບ​ຂອງ​ທ່ານ​ໃນ​ນະ​ຄອນຫຼວງ ໂຄ​ລົມ​ໂບ, ສີ​ລັງ​ກາ. 25 ພະ​ຈິກ, 2018.

ປະ​ທາ​ນາ​ທິ​ບໍ​ດີ ສີ​ລັງ​ກາ ທ່ານ ໄມ​ຕ​ຣີ​ປາ​ລາ ສິ​ຣິ​ເສ​ນາ ໄດ້​ປະ​ຕິ​ຍານ​ວ່າ​ ຈະ​ສັບ​ປ່ຽນ​
ບັນດາຜູ້ນຳ ກອງກຳລັງຮັກສາຄວາມປອດໄພຂອງປະເທດ ໃນການ ຕອບໂຕ້ ຕໍ່ອັນ
ທີ່ປາກົດວ່າ ເປັນຄວາມລົ້ມແຫຼວທີ່ຈະປ້ອງກັນການລະເບີດສະຫຼະຊີບ ໃນວັນອີສເຕີ
ເມື່ອວັນອາທິດທີ່ຜ່ານມາ ທີ່ຕອນນີ້ ມີຜູ້ເສຍຊີວິດ 359 ຄົນ.

ໃນ​ຄຳ​ປາ​ໄສ ​ທີ່​ອອກ​ອາ​ກາດ​ທາງ​ໂທ​ລະ​ພາບ​ທົ່ວ​ປະ​ເທດ​ ໃນ​ວັນ​ອັງ​ຄານ​ວານນີ້, ປະ​
ທານາທິບໍດີ ສິຣິເສນາ ກ່າວວ່າ ທ່ານຈະເອົາ “ມາດຕະການທີ່ເຂັ້ມງວດ” ພາຍໃນວັນ
ຂ້າງໜ້າ ຕໍ່ບັນດາເຈົ້າໜ້າທີ່ ຜູ້ທີ່ບໍ່ສາມາດແຈ້ງໃຫ້ທ່ານຮູ້ ກ່ຽວກັບ ຄວາມລັບທີ່ເຂົາ
ເຈົ້າໄດ້ຮັບວ່າ ການໂຈມຕີແບບນັ້ນ ໃກ້ຈະເກີດຂຶ້ນ.

ລາຍ​ງານ​ເວົ້າ​ວ່າ ອົງ​ການ​ສືບ​ລັບ ອິນ​ເດຍ ໄດ້​ສົ່ງ​ຄຳ​ເຕືອນຫຼາຍ​ຄັ້ງ​ເຖິງ ສີ​ລັງ​ກາ, ແລະ
ວ່າອົງການຮັກສາຄວາມປອດໄພ ອິນເດຍ ໄດ້ຮິບໂຮມລາຍລະອຽດ ກ່ຽວກັບ ກຸ່ມຫົວ
ຮຸນແຮງ ອິສລາມ ໂທຟີກ ຈາມາດ ແຫ່ງຊາດ ຫຼື NTJ, ເຊິ່ງຖືກສົງໄສວ່າ ເປັນຜູ້ດຳເນີນ
ການໂຈມຕີຕ່າງໆ.

ນອກນັ້ນ ລັດ​ຖະ​ບານ​ຍັງ​ໄດ້​ປະ​ເຊີນ​ກັບ​ການກວດ​ສອບ​ຢ່າງ​ຖີ່​ຖ້ວນ​ວ່າ ການໂຕ້​ຖຽງ
ທາງການເມືອງທີ່ຂົມຂື່ນ ລະຫວ່າງ ປະທານາທິບໍດີ ສິຣິເສນາ ກັບ ນາຍົກລັດຖະມົນ
ຕີ ຣານິລ ວິເຄຣັມຊິງ ໄດ້ມີສ່ວນຮ່ວມ ໃນຄວາມບໍ່ສາມາດທີ່ຈະດຳເນີນການຕາມຄຳ
ເຕືອນ ກ່ຽວກັບ ການໂຈມຕີຫຼືບໍ່. ທ່ານ ວິເຄຣັມຊິງ ໄດ້ຍອມຮັບ ໃນວັນອັງຄານວານນີ້
ວ່າ ມັນໄດ້ມີ “ຄວາມລົ້ມແຫຼວ ໃນການສື່ສານກັນ”, ແຕ່ໄດ້ກ່າວວ່າ ການບໍ່ເຫັນດີກັນ
ຕ່າງໆ ກັບທ່ານ ສິຣິເສນາ ແມ່ນຖືກແກ້ໄຂແລ້ວ.

ເມື່ອ​ຖືກ​ຖາມວ່າ​ມັນ​ຍັງມີ​ໄພ​ຂົ່ມ​ຂູ່ ຢູ່​ໃນ​ປະ​ເທດຫຼືບໍ່​ນັ້ນ, ທ່ານ ວິກ​ເຄ​ຣັມ​ຊິງ ກ່າວ​ວ່າ
ມັນຍັງມີຄົນທີ່ຍັງລອຍນວນກັບລະເບີດຢູ່.”

ຈາກ​ຜົນ​ກະ​ທົບ​ຂອງ​ການ​ໂຈມ​ຕີ​ດັ່ງ​ກ່າວ​, ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ຊີ້​ໃຫ້​ເຫັນ​ວ່າ ນາ​ຍົກ​ລັດ​
ຖະມົນຕີ ໄດ້ຖືກກີດກັ້ນ ອອກຈາກກອງປະຊຸມດ້ານຄວາມປອດໄພຕ່າງໆໂດຍປະທາ
ນາທິບໍດີ, ຜູ້ທີ່ຄອບຄອງແຟ້ມ ກ່ຽວກັບ ການປ້ອງກັນປະເທດ.

ທ່ານນາງ ອ​າ​ໄລ​ນາ ເທັບ​ພ​ລິ​ດ​ສ໌ ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ​ ສີ​ລັງ​ກາ
ໄດ້ກ່າວຕໍ່ນັກຂ່າວຕ່າງປະເທດກຸ່ມນຶ່ງໃນນະຄອນຫຼວງ ໂຄລົມໂບ ໃນວັນພຸດມື້ນີ້ວ່າ
ມັນມີ “ຄວາມລົ້ມແຫຼວບາງຢ່າງ ທີ່ເຫັນໄດ້ຊັດ” ໃນລະບົບການສືບລັບຂອງ ສີລັງກາ
ກ່ອນການລະເບີດບຸນອີສເຕີ ວັນອາທິດທີ່ຜ່ານມາ.

ທ່າ​ນນາງ ເທັບ​ພ​ລິ​ດ​ສ໌ ເວົ້າ​ວ່າ ເຈົ້າ​ໜ້າ​ທີ່ FBI ກຸ່ມ​ນຶ່ງ​ ໄດ້​ເດີນ​ທາງ​ໄປ​ຮອດ​ນະ​ຄອນ
ຫຼວງ ໂຄລົມໂບ ເພື່ອຊ່ວຍເຫຼືອເພື່ອນຮ່ວມຕຳແໜ່ງ ສີລັງກາ ຂອງເຂົາເຈົ້າໃນການ
ສືບສວນສອບສວນດັ່ງກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG