ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາ​ຍົກ ລມຕ ສ​ຣີ ລັງ​ກາ ທີ່ໄດ້ຖືກໂຕ້​ແຍ້ງ ລາ​ອອກ​ຈາກ​ຕຳແໜ່ງ ເພື່ອໃຫ້ວິກິດການ ​ຍຸຕິລົງ


່​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ຣີ​ ລັງ​ກາ ທ່ານ ​ມາ​ຮິນ​ດາ ຣາ​ຈາ​ປັກ​ຊາ ໂບກ​ມື​ຕໍ່​ນັກ​ຂ່າວ ເວ​ລາ​ມາ​ເຖິງ​ນະ​ຄອນ​ໂຄ​ລ​ົມ​ໂບ ສ​ຣີ ລັງ​ກາ ວັນ​ທີ 29 ພະ​ຈິກ 2018.
່​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ຣີ​ ລັງ​ກາ ທ່ານ ​ມາ​ຮິນ​ດາ ຣາ​ຈາ​ປັກ​ຊາ ໂບກ​ມື​ຕໍ່​ນັກ​ຂ່າວ ເວ​ລາ​ມາ​ເຖິງ​ນະ​ຄອນ​ໂຄ​ລ​ົມ​ໂບ ສ​ຣີ ລັງ​ກາ ວັນ​ທີ 29 ພະ​ຈິກ 2018.

ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ຣີ​ລັງ​ກາ ຜູ້ທີ່ໄດ້ຖືກໂຕ້​ແຍ້ງ ​ລາ​ອອກ​ຈາກ​ຕຳ​ແໜ່ງ ຊຶ່ງ​ເປັນ​ເລື່ອງ
ນອງນັນດ້ານ​ການ​ເມືອງຄັ້ງຫຼ້າສຸດ ທີ່​ໄດ້ເຜີຍແບ​ອອກ​ມາ​ ໃນຕະຫຼອດໄລຍະ​ຫຼາຍ​ອາ​ທິດຜ່ານມານີ້.

ທ່ານ ​ມາ​ຮິນ​ດາ ຣາ​ຈາ​ປັກ​ຊາ ໄດ້ລົງນາມໃນ​ໜັງ​ສື​ລາ​ອອກ​ສະບັບນຶ່ງ ໃນ​ວັນ​ເສົາ​ມື້​ນີ້
ອັນເປັນ​ມາດ​ຕະ​ການ ​ອອກ​ແບບ​ເພື່ອ​ປ້ອງ​ກັນປະ​ເທດບໍ່ໃຫ້​ ຕົກ​ເຂົ້າ​ສູ່ວິ​ກິ​ດ​ການດ້ານ
ການ​ເມືອງ​ ແລະ ​ເສດ​ຖະ​ກິດ.

ສະຖານະການ​ດ້ານ​ການ​ເມືອງທີ່ຫຍຸ້ງຍາກສັບສົນ ​ໄດ້​ເກີດ​ຂຶ້ນ​ ໃນ​ວັນ​ທີ 26 ເດືອນ​
ຕຸ​ລາ ເວ​ລາ​ປະ​ທາ​ນາ​ທິ​ບໍ​ດີ ​ໄມຕຣີປາ​ລາ ຊີ​ຣິ​ເຊ​ນາ ໄດ້​ປົດ​ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ
​ຣາ​ນິ​ລ ວິກ​ເກຣມ​ເມີ​ຊິງ​ຮີ ອອກຈາກຕຳ​ແໜ່ງ ແລະຊັບປ່ຽນແທນ​ທ່ານ ​ດ້ວຍ ທ່ານ
​ຣາ​ຈາ​ປັກ​ຊາ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ປະ​ເທດ ແລະ​ເປັນຜູ້ຜະເທດການ.

ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານວິກ​ເກຣມ​ເມີ​ຊິງ​ຮີ ໄດ້​ປະ​ຕິ​ເສດທີ່ຈະລາ​ອອກ ແລະຍັງຄົງ​ຢູ່
​ໃນ​ບ້ານ​ພັກຂອງນາຍົກ​ ທີ່ເປັນທາງການ ຄືເກົ່າ ໃນ​ນະ​ຄອນຫຼວງ ​ໂຄ​ລອມ​ໂບ.

ປະ​ທາ​ນາ​ທິ​ບໍ​ດີ ສ​ຣີ ລັງ​ກາ ທ່ານ ​ໄມຕຣີປາ​ລາ ຊີ​ຣິ​ເຊ​ນາ ກ່າວ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ວັນ​ທີ 25 ພະ​ຈິກ 2018.
ປະ​ທາ​ນາ​ທິ​ບໍ​ດີ ສ​ຣີ ລັງ​ກາ ທ່ານ ​ໄມຕຣີປາ​ລາ ຊີ​ຣິ​ເຊ​ນາ ກ່າວ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ວັນ​ທີ 25 ພະ​ຈິກ 2018.

ຫຼັງ​ຈາກ ​ທ່ານ​ ຣາ​ຈາ​ປັກ​ຊາ ບໍ່​ໄດ້​ຮັບຄະແນນສຽງໄວ້ວາງໃຈ ໃນການປະຕິບັດໜາທີ່ ຖານະເປັນນາຍົກລັດຖະມົນຕີ ທີ່ຕ້ອງການ ​ຢູ່​ໃນ​ສະ​ພາແລ້ວ ທ່ານປະທານາທິບໍດີ ຈຶ່ງໄດ້ຫຍຸບສະພາ ແລະ ໄດ້ປະກາດໃຫ້ມີການເລືອກຕັ້ງ ກ່ອນກຳນົດ ແຕ່​ສານ​ສູງ​ສຸດ​
ຂອງ ສ​ຣີ ລັງ​ກາ ໄດ້ຕັດ​ສິນ​ວ່າ​ ​ມາດຕະການດັ່ງກ່າວ ​ແມ່ນ​ຜິດ​ກົດ​ໝາຍ.

ໃນ​ຊ່ວງເວລາດັ່ງກ່າວ ສະ​ພາ​ບໍ່​ສາ​ມາດ​ຕົກລົງກັນໄດ້ ໃນເລື່ອງຂອງ​ງົບ​ປະ​ມານ​ສຳ​ລັບ
​ ປີ 2019 ສົ່ງຜົນໃຫ້ອົງການຈັດອັດດັບເຄຣດິດຕ່າງໆ ຈຶ່ງຫລຸດອັນດັບໜີ້ສິນຂອງສຣີ
ລັງກາ ລົງ ແລະ​ໄດ້ກໍ່ໃຫ້ເກີດຄວາມຢ້ານກົວວ່າ ຈະບໍ່ສາມາດຈ່າຍໜີ້ຕາມກຳນົດໄດ້.

ມາບັດນີ້ ເປັນໄປໄດ້ສູງ ທີ່ ທ່ານ ວິກ​ເກ​ຣມ​ເມີ​ຊິງ​ຮີ ຈະຖືກ​ແຕ່ງ​ຕັ້ງ​ ໃຫ້ເປັນນາ​ຍົກ
​ ຄືນໃໝ່​.

ອ່ານ​ຂ່າວ​ນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG