ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສ​ຣີ ລັງ​ກາ ປະ​ກາດ​ພາ​ວະ​ສຸກ​ເສີນ ກ່ອນ​ການ​ລົງ​ຄະ​ແນ​ສຽງ​​ປະ​ທາ​ນາ​ທິ​ບໍ​ດີ


ຜູ້​ແທນ​ສະ​ຫະ​ພັນ​ການ​ຄ້າ ແລະ ນັກ​ເຄື່ອງ​ໄຫວ​ຮ້ອງ​ຄຳ​ຂວັນ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ຕໍ່​ຕ້ານ​ປະ​ທາ​ນາ​ທິ​ບໍ​ດີວ່າ​ການ ທ່ານ ຣາ​ນິ​ລ ວິກ​ເກ​ຣ​ມາ​ຊິງ​ເກ, ນະ​ຄອນຫຼວງ ໂຄ​ລອມ​ໂບ, ປະ​ເທດ ສ​ຣີ ລັງ​ກາ, 18 ກໍ​ລະ​ກົດ, 2022.
ຜູ້​ແທນ​ສະ​ຫະ​ພັນ​ການ​ຄ້າ ແລະ ນັກ​ເຄື່ອງ​ໄຫວ​ຮ້ອງ​ຄຳ​ຂວັນ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ຕໍ່​ຕ້ານ​ປະ​ທາ​ນາ​ທິ​ບໍ​ດີວ່າ​ການ ທ່ານ ຣາ​ນິ​ລ ວິກ​ເກ​ຣ​ມາ​ຊິງ​ເກ, ນະ​ຄອນຫຼວງ ໂຄ​ລອມ​ໂບ, ປະ​ເທດ ສ​ຣີ ລັງ​ກາ, 18 ກໍ​ລະ​ກົດ, 2022.

ປະ​ທາ​ນາ​ທິ​ບໍ​ດີ​ວ່າ​ການ ສ​ຣີ​ລັງ​ກາ ທ່ານ ຣາ​ນິ​ລ ວິກ​ເກ​ຣ​ມາ​ຊິງ​ເກ ໄດ້​ປະ​ກາດ​ພາ​ວະ​ສຸກ​ເສີນ​ສອງວັນ​ກ່ອນ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຈະ​ປະ​ຊຸມ​ກັນ​ເພື່ອ​ເລືອກ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ ສຳ​ລັບ​ປະ​ເທດ​ເກາະ ​ທີ່​ກຳ​ລັງ​ຕໍ່​ສູ້​ກັບ​ວິ​ກິດ​ການ​ເສດ​ຖະ​ກິດ ແລະ ຄວາມ​ຫຍຸ້ງ​ໃນ​ການ​ເມືອງ​ທີ່ບໍ່​ແນ່ນອນ​ນັ້ນ.

ການ​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ອາ​ທິດ​ທີ່​ຜ່ານ​ມາ​ໄດ້​ກ່າວ​ວ່າ ພາ​ວະ​ສຸກ​ເສີນ​ໄດ້​ຖືກ​ໃຊ້ “ເພື່ອ​ປະ​ໂຫຍດ​ຕໍ່​ຄວາມ​ປອດ​ໄພ​ຂອງ​ສາ​ທາ​ລະ​ນະ, ປົກ​ປ້ອງ​ຄວາມ​ເປັນ​ລະ​ບຽບ​ຂອງ​ສາ​ທາ​ລະ​ນະ ແລະ ຮັກ​ສາ​ສະ​ໜອງ​ສິນ​ຄ້າ ແລະ ການ​ບໍ​ລິ​ການ​ທີ່​ຈຳ​ເປັນ​ຕໍ່​ຊີ​ວິດ​ຂອງ​ຊຸມ​ຊົນ.”

ທ່ານ ວິກ​ເກ​ຣ​ມາ​ຊິງ​ເກ ໄດ້​ສາ​ບານ​ຕົນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ວ່າ​ການ​ລຸນ​ຫຼັງ​ການ​ລາ​ອອກ​ຂອງ​ທ່ານ ໂກ​ຕາ​ບາ​ຢາ ຣາ​ຈາ​ປັກ​ຊາ ໃນ​ວັນ​ພະ​ຫັດ​ທີ່​ຜ່ານ​ມາ.

ພາ​ວະ​ສຸກ​ເສີນ​ທົ່ວ​ປະ​ເທດ​ຍັງ​ຖືກ​ປະ​ກາດ​ໃຊ້​ໃນ​ອາ​ທິດ​ທີ່​ຜ່ານ​ມາ ຫຼັງ​ຈາກ​ຜູ້​ປະ​ທ້ວງ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ຫ້ອງ​ການ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ມັນ​ເປັນ​ຕຶກ​ລັດ​ຖະ​ບານ​ທີ່​ສຳ​ຄັນ​ແຫ່ງ​ທີ​ສາມ​ທີ່​ເຂົາ​ເຈົ້າ​ໄດ້​ເຂົ້າ​ຄວບ​ຄຸມ​ໃນ​ລະ​ຫວ່າງ​ອາ​ທິດ​ທີ່​ວຸ້ນ​ວາ​ຍ​ທີ່​ໄດ້​ນຳ​ໄປ​ສູ່​ການ​ຂັບ​ໄລ່​ທ່ານ ຣາ​ຈາ​ປັກ​ຊາ.

ແຕ່​ການ​ປະ​ກາດ​ຄັ້ງ​ໃໝ່​ໄດ້​ເຮັດ​ໃຫ້​ມີ​ຄວາມ​ປະຫຼາດ​ໃຈ, ນະ​ຄອນຫຼວງ ໂຄ​ລອມ​ໂບ ແມ່ນ​ໄດ້​ມິດ​ງຽບ​ນັບ ໃນ​ເມື່ອ​ພວກ​ປະ​ທ້ວງທີ່​ໄດ້​ອອກ​ໄປ​ຈາກ​ຕຶກ​ດັ່ງ​ກ່າວ​ເວົ້າ​ວ່າ ເຂົາ​ເຈົ້າ​ຢາກ​ໃຫ້​ການ​ດີ້​ນ​ຮົນ​ຂອງ​ເຂົາ​ເຈົ້າ​ງຽບ​ສະ​ຫງົບ​ຢູ່​ຄື​ເກົ່າ.

ທ່ານ ບາ​ວາ​ນີ ຟອນ​ເຊ​ກາ, ນັກ​ຄົ້ນ​ຄວ້າ​ອາ​ວຸ​ໂສ​ຢູ່​ສູນ​ກາງ​ເພື່ອ​ນະ​ໂຍ​ບາຍ​ທີ່​ເລືອກ​ໄດ້, ໃນ​ນະ​ຄອນຫຼວງ​ໂຄ​ລອມ​ໂບ ໄດ້​ກ່າວ​ວ່າ “ພາ​ວະ​ສຸກ​ເສີນ​ຄວ​ນ​ຖືກ​ປະ​ກາດ​ເວ​ລາ​ທີ່​ປະ​ເທດ​ປະ​ເຊີນ​ກັບ​ໄພ​ຂົ່ມ​ຂູ່​ທີ່​ແທ້​ຈິງ. ໃນ​ເວ​ລານີ້, ໃນ​ຂະ​ນະ​ທີ່​ມັນ​ມີ​ຄວາມບໍ່​ແນ່ນອນ​ທາງ​ການ​ເມືອງ, ຂ້າ​ພະ​ເຈົ້າ​ບໍ່​ເຫັນ​ເຫດ​ຜົນ​ສຳ​ລັບ​ຄວາມ​ສຸກ​ເສີນ. ສະ​ນັ້ນ, ມັນ​ມີ​ຄວາມ​ເປັນ​ຫ່ວງ​ທີ່​ແທ້​ຈິງວ່າ​ເປັນ​ຫຍັງ​ມັນ​ຈຶ່ງ​ຖືກ​ປະ​ກາດ​ໃຊ້.”

ທ່ານ ວິກ​ເກ​ຣ​ມາ​ຊິງ​ເກ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ເມື່ອ​ວັນ​ຈັນ​ວານນີ້​ວ່າ ການ​ເຈ​ລະ​ຈາ​ກັບ​ອົງ​ການກອງ​ທຶນ​ສາ​ກົນ ສຳ​ລັບ​ໂຄງ​ການ​ຊ່ວຍ​ເຫຼືອ​ເສດ​ຖະ​ກິດແມ່ນ​ໃກ້​ຈະ​ສະຫຼຸບ​ໄດ້​ແລ້ວ. ລັດ​ຖະ​ບານ​ແມ່ນ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຂໍ​ໂຄງ​ການ​ກູ້​ໄພ​ດັ່ງ​ກ່າວ​ສຳ​ລັບ​ປະ​ເທດ​ ທ່າມ​ກາງວິ​ກິດ​ການ​ເສດ​ຖະ​ກິດ​ທີ່​ກຳ​ລັງ​ຮຸນ​ແຮງ​ຂຶ້ນ​ຂອງ ສ​ຣີ​ລັງ​ກາ. ມັນ​ບໍ່​ມີ​ຄຳ​ເຫັນ​ໃດໆ​ຈາກ​ອົງ​ການກອງ​ທຶນ​ສາ​ກົນ ກ່ຽວ​ກັບ ສະ​ຖາ​ນະ​ພາບ​ຂອງ​ການ​ເຈ​ລະ​ຈາ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG