ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະ​ເທດສ​ຣີ​ລັງ​ກາ ປະ​​ກາດ ພາ​ວະ​ສຸກ​ເສີນ


ພວກ​ແມ່​ຍິງ​ເອົາ​ແຂນ​ທີ່​ຂຽນ​ຂໍ້​ຄວາມ​ໃສ່​ວ່າ "ຣາ​ນິ​ລ​ກັບ​ບ້ານ" ຊຶ່ງ​ໝາຍ​ເຖິງ​ທ່ານ​ຣາ​ນິ​ລ ວິກ​ເກ​ຣ​ມາ​ຊິງ​ເກ ທີ່​ບ່ອນ​ປະ​ທ້ວງ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ຫຼວງ​ໂຄ​ລອມ​ໂບ ປະ​ເທດ​ສ​ຣີ​ລັງ​ກາ ເມື່ອ​ວັນ​ທີ 17 ກໍ​ລະ​ກົດ 2022.
ພວກ​ແມ່​ຍິງ​ເອົາ​ແຂນ​ທີ່​ຂຽນ​ຂໍ້​ຄວາມ​ໃສ່​ວ່າ "ຣາ​ນິ​ລ​ກັບ​ບ້ານ" ຊຶ່ງ​ໝາຍ​ເຖິງ​ທ່ານ​ຣາ​ນິ​ລ ວິກ​ເກ​ຣ​ມາ​ຊິງ​ເກ ທີ່​ບ່ອນ​ປະ​ທ້ວງ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ຫຼວງ​ໂຄ​ລອມ​ໂບ ປະ​ເທດ​ສ​ຣີ​ລັງ​ກາ ເມື່ອ​ວັນ​ທີ 17 ກໍ​ລະ​ກົດ 2022.

ປະ​ທາ​ນາ​ທິ​ບໍ​ດີ​ຮັກ​ສາ​ການ​ຂອງ​ສ​ຣີ​ລັງ​ກາ ທ່ານ​ຣາ​ນິ​ລ ວິກ​ເກ​ຣ​ມາ​ຊິງ​ເກ ໄດ້​ປະ​ກາດ​ພາ​ວະ​ສຸກ​ເສີນ​ໃນ​ວັນ​ອາ​ທິດ​ວານນີ້ ສຳ​ລັບ​ປະ​ເທດ​ເກາະ​ດອນ​ທີ່​ໄດ້​ປະ​ສົບ​ກັບ​ວິ​ກິດ​ການ​ຮ້າຍ​ແຮງທາງ​ດ້ານ​ເສດ​ຖະ​ກິດ​ ແລະ​ການ​ປະ​ທ້ວງ​ມາ​ເປັນ​ເວ​ລາ​ຫຼາຍໆ​ອາ​ທິດ.

ການ​ປະ​ກາດພາ​ວະ​ສຸ​ກ​ເສີນ​ແມ່ນ​ມີ​ຄວາມ​ຈຳ​ເປັນ “ເພື່ອ​ຜົນ​ປະ​ໂຫຍດ​ທາງ​ດ້ານ​ຄວາມ​ປອດ​ໄພ​ຂອງ​ສາ​ທາ​ລະ​ນະ​ຊົນ ຄຳ​ສັ່ງ​ໃຫ້ມີ​ການຄວາມ​ຄຸ້ມ​ຄອງ​ສາ​ທາ​ລະ​ນະ​ຊົນ ແລະ​ສືບ​ຕໍ່​ປົກ​ປັກ​ຮັກ​ສາ​ໃນ​ການ​ສະ​ໜອງ​ແລະ​ການ​ບໍ​ລິ​ການ​ທີ່​ມີ​ຄວາມ​ຈຳ​ເປັນ​ຕໍ່​ຊີ​ວິດ​ສຳ​ລັບ​ຊຸມ​ຊົນ.”

ທ່ານ​ວິກ​ເກ​ຣ​ມາ​ຊິງ​ເກ ຊຶ່ງ​ເປັນ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ສາ​ບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຮັກ​ສາ​ການ​ໃນ​ອາ​ທິດ​ແລ້ວ ຫຼັງ​ຈາກ​ການ​ໂກ​ຕາ​ບາ​ຢາ ຣາ​ຈາ​ພັກ​ສາ ໄດ້​ລາ​ອອກ​ຈາກ​ການ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ລຸນ​ຫຼັງ​ທີ່​ໄດ້​ເດີນ​ທາງ​ໄປ​ເຖິງ​ສິງ​ກະ​ໂປ ຈາກ​ເກາະ​ມາ​ລ​ດິບ ຊຶ່ງ​ເປັນ​ບ່ອນ​ທຳ​ອິດ​ທີ່​ທ່ານ​ໄດ້​ຫຼົບ​ໜີ​ການ​ປະ​ທ້ວງ ຍ້ອນ​ບັນ​ຫາ​ທາງ​ດ້ານ​ເສ​ດ​ຖະ​ກິດ​ຂອງ​ປະ​ເທດ.

ການ​ລາ​ອອກ​ຂອງ​ທ່ານ​ຣາ​ຈາ​ພັກ​ສາ​ໄດ້​ມີ​ການ​ຮັບ​ເອົາ​ຢ່າງ​ເປັນ​ທາງ​ການ​ໃນ​ມື້​ວັນ​ສຸກ​ອາ​ທິດ​ແລ້ວ ໂດຍ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ທີ່​ກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ຂອງ​ປະ​ເທດ ຈະ​ມີ​ການ​ເລືອກ​ເອົາ​ພາຍ​ໃນ​ນຶ່ງ​ອາ​ທິດ ເພື່ອ​ຮັບ​ຕຳ​ແໜ່ງ​ໃນ​ຊ່ວງ​ເວ​ລາ​ທີ່​ຍັງ​ເຫຼືອ​ຢູ່​ສອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ.

ປະ​ທານ​ສະ​ພາ ທ່ານ​ຫິນ​ດາ ອາ​ເບ​ວາ​ເດ​ນາ ​ກ່າວ​ວ່າ ການ​ເລືອກ​ຕັ້ງ​ຈະ​ຈັດ​ໃຫ້​ມີ​ຂຶ້ນ​ໃນ “ວິ​ທີ​ທີ່​ວ່ອງ​ໄວ​ແລະ​ໂປ່ງ​ໃສ” ແລະ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊ​າ​ຊົນ “ສ້າງ​ບັນ​ຍາ​ກາດ​ທີ່​ສະ​ຫງົບ​” ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂັ້ນ​ຕອນ​ປະ​ຊາ​ທິ​ປະ​ໄຕ.

ການ​ຮຽກ​ຮ້ອງ​ຂອງ​ທ່ານ​ໄດ້​ມີ​ຂຶ້ນ​ຫຼັງ​ຈາກ​ທີ່​ໄດ້​ເກີດອາ​ທິດ​ແ​ຫ່ງ​ຄວາມ​ວຸ້ນ​ວາຍ ຊຶ່ງ​ພວກ​ປະ​ທ້ວງ​ໄດ້​ພາ​ກັນ​ບຸກ​ເຂົ້າ​ໄປ​ໃນ​ບ້ານ​ພັກ​ ແລະ​ທຳ​ນຽບ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼັງ​ຈາກ​ທ່ານ​ຣາ​ຈາ​ພັກ​ສາ​ບໍ່​ປະ​ຕິ​ບັດ​ຕາມ​ການ​ຮຽກ​ຮ້ອ​ງ​ໃຫ້​ທ່ານ​ລາ​ອອກ ທີ່​ມີມາ​ເປັນ​ເລາ​ຫຼາຍ​ເດືອນ. ພວກ​ປະ​ທ້ວງ​ໄດ້​ອອກ​ໄປ​ຈາກ​ສະ​ຖານ​ທີ່​ເຫຼົ່າ​ນັ້ນ ໃນ​ວັນ​ພະ​ຫັດ​ອາ​ທິດ​ແລ້ວ ໂດຍ​ເວົ້າ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ບັນ​ລຸ​ໃນ​ຈຸດ​ປະ​ສົງ​ໃນ​ການ​ເດີນ​ຂະ​ບວນ​ໂດຍ​ໃຊ້​ອຳ​ນາດ​ຂອງ​ປະ​ຊາ​ຊົນ​ແລະ​ໃຫ້​ການ​ຄ້ຳ​ປະ​ກັນ​ວ່າ ການ​ຕໍ່​ສູ້​ຂອງ​ພວກ​ເຂົາ​ເຈົ້າ​ຈະ​ເປັນ​ໄປ​ດ້ວຍ​ຄວາມ​ສະ​ຫງົບ.

ການ​ລາ​ອອກ​ຂອງທ່ານ​ຣາ​ຈາ​ພັກ​ສາ ອາ​ຍຸ 73 ປີ ແມ່ນ​ໄຊ​ຊະ​ນະ​ຂອງຂະ​ບວນ​ການ​ປະ​ທ້ວງ ທີ່​ໄດ້​ທວງ​ໃຫ້​ທ່ານ​ລາ​ອອກ​ຈາກ​ອຳ​ນາດ ຫຼັງ​ຈາກ​ວິ​ກິດ​ການ​ທາງ​ດ້ານ​ເສ​ດ​ຖະ​ກິດ ​ເຮັ​ດ​ໃຫ້​ປະ​ເທດ​ເກາະ​ດອນ​ດັ່ງ​ກ່າວ​ຕ້ອງໄດ້​ດີ້ນ​ຮົນ​ກັບ​ອັດ​ຕາ​ເງິນ​ເຟີ້​ໃນ​ລະ​ດັບ​ສູງ ພ້ອມ​ທັງ​ການ​ຂາດ​ແຄນ​ເຊື້ອ​ໄຟ​ແລະ​ຢາ​ປົວ​ພະ​ຍາດ ໃນ​ຂະ​ນະ​ທີ່​ເງິນ​ຕາ​ສຳ​ຮອງ​ຕ່າງ​ປະ​ເທດ​ໝົດ​ລົງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG