ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຣີລັງກາ ເປັນເຈົ້າພາບ ຈັດປະຊຸມ ສຸດຍອດ ປະເທດ ເຄືອຈັກກະພົບ (ວີດີໂອ)


Sri Lanka
please wait
Embed

No media source currently available

0:00 0:00:31 0:00
ປະທານາທິບໍດີສຣີລັງກາ ໄດ້ຮຽກຮ້ອງໃຫ້ບັນດາເພື່ອນຜູ້ນຳ ຢ່າ
ໄດ້ດ່ວນຕັດສິນກ່ຽວກັບປະຫວັດທີ່ຜ່ານມາຂອງປະເທດທ່ານຂະ
ນະທີ່ທ່ານກ່າວຕ້ອນຮັບບັນດາຜູ້ນຳເຫຼົ່ານີ້ຢູ່ໃນກອງປະຊຸມຂອງ
ບັນດາປະເທດ ຊຶ່ງຄັ້ງນຶ່ງເຄີຍເປັນອະດີດອານານິຄົມຂອງມະຫາ
ອານາຈັກອັງກິດນັ້ນ.

ທ່ານມາຮິນດາ ຣາຊາພັກ ໄດ້ກ່າວຄຳປາໄສເປີດກອງປະຊຸມສຸດ
ຍອດປະເທດເຄືອຈັກກະພົບ ທີ່ນະຄອນຫຼວງໂຄລອມໂບ ໃນວັນ
ສຸກມື້ນີ້.

ກອງປະຊຸມສຸດຍອດຄັ້ງນີ້ ຈັດຂຶ້ນທ່າມກາງ ບັນຫາໂຕ້ແຍ້ງຫ້ອມ
ລ້ອມການກ່າວຫາທີ່ວ່າ ກອງທັບສຣີລັງກາ ໄດ້ກໍ່ອາຊະຍາກຳສົງຄາມ ໃນລະຫວ່າງຊຸມ ເດືອນສຸດທ້າຍ ຂອງສົງຄາມກາງເມືອງ ທີ່ດຳເນີນມາ ເປັນເວລາຫລາຍທົດສະວັດຢູ່ໃນ ປະເທດດັ່ງກ່າວ.

ປະທານາທິບໍດີ ມາຮິນດາ ຣາຊາພັກ ແຫ່ງສຣີລັງກາກ່າວວ່າ “ຂໍໃຫ້ພວກເຮົາຢ່າໄດ້ຖື
ເອົາຄວາມຜິດຂອງຜູ້ອື່ນ ຫລືສິ່ງທີ່ພວກເຂົາເຈົ້າໄດ້ກະທຳຫລືບໍ່ໄດ້ກະທຳ. ຂໍໃຫ້ພວກ ເຮົາມີຄວາມກັງວົນ ແຕ່ກຽວກັບສິ່ງທີ່ເຮົາເອງໄດ້ກະທຳໄປ ແລະຢ່າໄດ້ກັງວົນກ່ຽວກັບ ເລື່ອງອື່ນ.”

ທ່ານຣາຊາພັກກ່າວວ່າ ເຄືອຈັກກະພົບບໍ່ຄວນຈະເປັນອົງການຕັດສິນແລະເຕືອນເພື່ອນ ພວກຜູ້ນຳຂອງທ່ານທີ່ພະຍາຍາມຈະບັງຄັບໃຫ້ຮັບເອົາຫົວຂໍ້ການປະຊຸມຂອງພວກເຂົາ
ເຈົ້າ.

ລັດຖະບານສຣີລັງກາ ພວມຖືກນາໆຊາດກວດສອບເບິ່ງ ການປະຕິບັດງານຂັ້ນສຸດທ້າຍ
ຂອງກອງທັບສຣີລັງກາຕໍ່ພວກກະບົດເສືອທະມິລ ເວລາມີພົນລະເຮືອນຫຼາຍພັນຄົນເສຍ ຊີວິດໄປນັ້ນ. ລັດຖະບານສຣີລັງກາໄດ້ປະຕິເສດຢ່າງແຂງຂັນວ່າ ຕົນບໍ່ໄດ້ກໍ່ອາຊະຍາກຳ ສົງຄາມ.
XS
SM
MD
LG