ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ສ​ຣີ​ລັງ​ກາ ເກືອດຫ້າມ​​ກຸ່​ມ ທີ່​ຖືກ​​ສົງ​ໄສ ທຳ​ການ​ໂຈມ​ຕີ ບ​ຸນ​ອີ​ສ​ເຕີ


ພວກ​ເຈົ້າ​ໜ້າຮັກ​ສາ​ຄວາມ​ປອດ​ໄພ ​​ພາ​ກັນ​ລາດ​ຕະ​ເວນ​ຢູ່ນອກ​ໂຮງ​ແຮມ​ຫລູ​ຫລາ ໃນ​ນະ​ຄອນ​ ໂຄ​ລຳ​ໂບ ປະ​ເທດ ​ສ​ຣີ​ລັງ​ກາ ວັນ​ທີ 27 ເມ​ສາ 2019.
ພວກ​ເຈົ້າ​ໜ້າຮັກ​ສາ​ຄວາມ​ປອດ​ໄພ ​​ພາ​ກັນ​ລາດ​ຕະ​ເວນ​ຢູ່ນອກ​ໂຮງ​ແຮມ​ຫລູ​ຫລາ ໃນ​ນະ​ຄອນ​ ໂຄ​ລຳ​ໂບ ປະ​ເທດ ​ສ​ຣີ​ລັງ​ກາ ວັນ​ທີ 27 ເມ​ສາ 2019.

ສິບ​ຫ້າ​ຄົນ ຮວມ​ທັງ​ເດັກ​ນ້ອຍ​ຫົກ​ຄົນ ໄດ້​ຖືກ​ຂ້າ​ຕາຍ​ໃນ​ຕອນ​ແລງວັນ​ສຸກທີ່​ຜ່ານ​ມາ​
ໃນ​ການ​ຕໍ່​ສູ້​ກັນ​ລະ​ຫວ່າງ ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ ສ​ຣີ​ລັງ​ກາ ແລະ​ພວກ​ຫົ​ວ​ຮຸນ​
ແຮງ ທີ່​ເຊື່ອມ​ໂຍງ​ກັບ​ການ​ວາ​ງ​ລະ​ເບີດ​ສະ​ຫຼະ​ຊີບ​ໃນ​ວັນ​ບຸນ​ອິ​ສ​ເຕີ​ຢູ່​ທີ່​ໂບດ ແລະ
​ໂຮງ​ແຮມ.

ຕຳ​ຫຼວດ​ກ່າວ​ວ່າ ການ​ຕໍ່​ສູ້​ດ້ວຍ​ປືນ​ໄດ້​ເກີດ​ຂຶ້ນ ແລະ​ຜູ້​ຊ​າຍ​ສາມ​ຄົນ​ໄດ້​ບີບ​ຄະ​ນວນ
​ລະ​ເບີດ​ທີ່​ໄດ້​ສັງ​ຫານ​ພ​ວກເຂົາເອງ ລະ​ຫວ່າງ​ການ​ບຸກ​ກວດ​ຄົ້ນ​ຢູ່​ເຮືອນ​ຫຼົບ​ລີ້ ຢູ່​ໃນ
​ເຂດ ​ອຳ​ປາ​ຣາ ​ຢູ່​ທາງ​ທິດ​ຕາ​ເວັນ​ອອກຂອງ​ເກາະ.

ແມ່​ຍິງ​ຄົນ​ນຶ່ງ​ໄດ້​ຮັບ​ບ​າດ​ເຈັບ​ໜັກ ແລະ​ເດັກ​ນ້ອຍ​ຄົນ​ນຶ່ງ​ຖືກ​ພົບ​ເຫັນ​ລ​ະ​ຫວ່າງ​ການ
ເກັບ​ກວາດ​ເຮືອນດັ່ງ​ກ່າວ ແລະ​ ຖືກ​ນຳ​ຕົວ​ໄປ​ເຂົ້າ​ໂຮງໝໍ.

ຫຼັງ​ຈາ​ກ​ຄວາມ​ຮຸນ​ແຮງ​ເທື່ອ​ລ້າ​ສຸດນີ້ ປະ​ທາ​ນາ​ທິ​ບໍ​ດີ​ ໄມ​ຕ​ຣີ​ປາ​ລາ ສີ​ຣິ​ເສ​ນາ ໄດ້​ປະ
​ກາດ​ຢ່າງ​ເປັນ​ທາງ​ການ​ວ່າ ກຸ່​ມ​ອິ​ສ​ລາມ​ສອງ​ກຸ່ມ​ ເປັນ​ຜູ້​ຕ້ອງສົງ​ໄສວ່າ​ເປັນ​ຜູ້​ດຳ​ເນີນ
​ການ​ໂຈມ​ຕີບຸນ​ອິ​ສ​ເຕີ ທີ່​ໄດ້​ສັງ​ຫານກວ່າ 250 ຄົນ. ທ່ານ​ສີ​ຣິ​ເສ​ນາ ໄດ້​ໃຊ້​ອຳ​ນາດ
​ສຸກ​ເສີນ​ຂອງ​ທ່ານ ເພື່ອ​ຫ້າມ​ກຸ່ມ ທໍ​ຮີດ​ ຈາ​ມາດ ແຫ່ງ​ຊາດ ​ (Thawheedh Jamaat)
ແລະ ກຸ່ມ ຈາ​ມາ​ເທ ນິ​ລາ​ທູ ອີບ​ຣາ​ຮິມ (Jamathei Nillathu Ibrahim)

ພວກ​ເຈົ້າ​ໜ້າ​ທີ່ ເຫັນ​ຢູ່​ບ່ອນ​ເກີດ​ການ​ຕໍ່​ສ​ູ​້​ກັນລະ​ຫວ່າງ ກຳ​ລັງ​ຮັກ​ສາ​ຄວ​າມ​ປອດ​ໄພ ກັບບັນ​ດາ​ຜູ້​ຕ້ອງ​ສ​ົງ​ໄສ​ຫົວ​ຮຸນ​ແຮງ ໃນ​ເມືອງກາ​ລ​ມູ​ໄນ ປະ​ເທດ​ສ​ຣີ​ລັງ​ກາ ວັນ​ທີ 27 ເມ​ສາ 2019.
ພວກ​ເຈົ້າ​ໜ້າ​ທີ່ ເຫັນ​ຢູ່​ບ່ອນ​ເກີດ​ການ​ຕໍ່​ສ​ູ​້​ກັນລະ​ຫວ່າງ ກຳ​ລັງ​ຮັກ​ສາ​ຄວ​າມ​ປອດ​ໄພ ກັບບັນ​ດາ​ຜູ້​ຕ້ອງ​ສ​ົງ​ໄສ​ຫົວ​ຮຸນ​ແຮງ ໃນ​ເມືອງກາ​ລ​ມູ​ໄນ ປະ​ເທດ​ສ​ຣີ​ລັງ​ກາ ວັນ​ທີ 27 ເມ​ສາ 2019.

ບັນ​ດາ​ເຈົ້າ​ໜ້​າ​ທີ່​ຮັກ​ສາ​ຄວາ​ມ​ປອດ​ໄພ​ກ່າວ​ວ່າ ກຸ່ມ NTJ ໄດ້​ເປັນ​ທີ່​ເຊື່ອ​ວ່າ​ເປັນ​ຜູ້ຢູ່​
ເບື້ອງ​ຫຼັງຫຼັກ ຂອງ​ການ​ໂຈມ​ຕີ​ບຸນ​ອິ​ສ​ເຕີ. ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້ຖືກຫ້າມ
​ໂດຍ​ກົດ​ໝາຍ ​ຈາກການ​ຫ້າມ​ກຸ່ມ​ນ້​ອຍໆ​ທີ່​ບໍ່​ຮູ້​ຈັກ​ດີໃນ​ກ່ອນ​ໜ້ານີ້ ເນື່ອງ​ຈາກ​ຂາດ​
ຫລັກ​ຖານ​ທີ່​ໜັກ​ແໜ້ນ​ຕໍ່​ກັບ​ພວກ​ເຂົາ​.

ໂຄ​ສົກ​ຕຳ​ຫຼວດ ທ່ານ​ຣູ​ວານ ກູ​ນາ​ເຊກາ​ຣາ ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ໄດ້​ພົບ​ເຫັນກໍ້​ລະ​
ເບີດ 150 ກໍ້, ຊຸດ​ເຄື່ອງແບບ​ຂອງກຸ່ມ​ລັດ​ອິ​ສ​ລາມ, ລູກ​ປືນເຫຼັກ​ ແລະ​ເຮືອ​ບິນ​ບໍ່​ມີ​ຄົນ​
ຂັບ, ຄອ​ມ​ພິວ​ເຕີ Laptop ພ້ອມກັບ​ລົດ​ຕູ້ ທີ່​ຄິດ​ວ່າ​ໄດ້​ນຳ​ໃຊ້​ໃນລະ​ຫວ່າງການ​ໂຈມ​ຕີ
​ບຸນ​ອິ​ສ​ເຕີ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG