ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສ​ຣີ​ລັງ​ກາ ລໍ​ຖ້າ​ ໃຫ້​ປະ​ທານ​າ​ທິ​ບໍ​ດີ ລາ​ອອກ


ຜູ້​ປະ​ທ້ວງ​ຄົນ​ນຶ່ງ ນັ່ງ​ຕັ່ງ ທີ່​ຫ້ອມ​ລ້ອມ​ໄປ​ດ້ວຍ​ຄົນ​ອື່ນໆ ຫຼັງ​ຈາກ​ໄດ້​ບຸກ​ເຂົ້າ​ໄປ ​ໃນ​ຫ້ອງ​ການ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣາ​ນິ​ລ ວິກ​ເກ​ຣ​ມາ​ຊິງ​ເກ ເພື່ອ​ຮຽກ​ຮ້ອງ​ໃຫ້​ທ່ານ​ລາ​ອອກ ເມື່ອ​ວັນ​ທີ 13 ກໍ​ລະ​ກົດ 2022.
ຜູ້​ປະ​ທ້ວງ​ຄົນ​ນຶ່ງ ນັ່ງ​ຕັ່ງ ທີ່​ຫ້ອມ​ລ້ອມ​ໄປ​ດ້ວຍ​ຄົນ​ອື່ນໆ ຫຼັງ​ຈາກ​ໄດ້​ບຸກ​ເຂົ້າ​ໄປ ​ໃນ​ຫ້ອງ​ການ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣາ​ນິ​ລ ວິກ​ເກ​ຣ​ມາ​ຊິງ​ເກ ເພື່ອ​ຮຽກ​ຮ້ອງ​ໃຫ້​ທ່ານ​ລາ​ອອກ ເມື່ອ​ວັນ​ທີ 13 ກໍ​ລະ​ກົດ 2022.

ປະ​ຊາ​ຊົນ​ຊາວ​ສ​ຣີ​ລັງ​ກາ ໃນ​ວັນ​ພະ​ຫັດ​ມື້ນີ້ ພວມລໍ​ຖ້າ​ການລາ​ອອກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂກ​ຕາ​ບາ​ຢາ ຣາ​ຈາ​ພັກ​ສາ ​ທີ່​ໄດ້​ຫຼົບ​ໜີ​ໄປ​ຍັງ​ປະ​ເທດ​ເກາະ​ມາ​ລ​ດິບ ທ່າມ​ກາງ​ທີ່​ມີ​ການ​ປະ​ທ້ວງ ​ທີ່​ໄດ້​ຮັບ​ການ​ຜັກ​ດັນ​ຈາກ​ວິ​ກິດ​ການ​ທາງ​ດ້ານ​ເສດ​ຖະ​ກິດ.

ທ່ານ​ຣາ​ຈາ​ພັກ​ສາ ກ່າ​ວ​ວ່າ ທ່ານ​ຈະ​ລົງຈາກ​ຕຳ​ແໜ່ງ​ ໃນ​ຄືນ​ວັນ​ພຸດ​ວານນີ້.

ພວກ​ປະ​ທ້ວງໄດ້​ກັນ​ໄປ​ເຕົ້າ​ໂຮມ​ກັນ ໃນ​ຕອນ​ເດິກ​ຂອງ​ຄືນ​ວັນ​ພຸດ ຢູ່ນອກ​ຫໍ​ລັດ​ຖະ​ສະ​ພາ​ຂອງ​ສ​ຣີ​ລັງ​ກາ ບ່ອນ​ທີ່​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ ​ໄດ້​ຍິງ​ລະ​ເບີດ​ນ້ຳ​ຕາ​ເຂົ້າ​ໃສ່.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣາ​ນີ​ລ ວິກ​ເກ​ຣ​ມາ​ຊິງ​ເກ ໄດ້​ປະ​ກາດ​ພາ​ວະ​ສຸກ​ເສີນ​ ຢູ່​ໃນ​ທົ່ວ​ປະ​ເທດ.

ສະ​ມາ​ຊິກ​ສະ​ພາ​ຂອງ​ສ​ຣີ​ລັງ​ກາ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ມີ​ແຜນ​ທີ່​ຈະ​ເລືອກ​ເອົາ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ໃນ​ອາ​ທິດ​ໜ້າ ຊຶ່ງ​ຈະ​ຮັບ​ໜ້າ​ທີ່​ໄປ​ຈົນ​ໝົດ​ກຳ​ໜົດ​ເວ​ລາ​ທີ່​ຍັງ​ເຫຼືອ​ຢູ່​ຂອງ​ທ່ານ​ຣາ​ຈາ​ພັກ​ສາ.

ເລ​ຂາ​ທິ​ການ​ໃຫຍ່​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ອານ​ໂຕ​ນິ​ໂອ ​ກູ​ເຕ​ເຣັ​ສ ກ່າວ​ວ່າ ທ່ານ​ພວມ​ຕິດ​ຕາມ​ເບິ່ງ​ສະ​ຖາ​ນະ​ການ​ຢ່າງ​ໃກ້​ຊິດ.

ທ່ານ​ກູ​ເຕ​ເຣັ​ສ ກ່າວ​ຜ່ານ​ທາງ​ທວີດ​ເຕີ້ ໃນ​ວັນ​ພຸດ​ວານນີ້​ວ່າ “ມັນ​ເປັນ​ເລື້ອງ​ສຳ​ຄັນ​ທີ່​ບັນ​ຫາ​ຮາກ​ເຫງົ້າ​ຂອງ​ຄວາມ​ຂັດ​ແຍ້ງແລະຄວາມ​ບໍ່​ພໍ​ໃຈ​ຂອງ​ພວກ​ປະ​ທ້ວງ​ໄດ້​ຮັບ​ການ​ແກ້​ໄຂ. ຂ້າ​ພະ​ເຈົ້າ​ຂໍ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຜູ້​ນຳ​ຂອງ​ພັກ​ການ​ເມືອງ​ທັງ​ຫຼາຍ ຮັບ​ເອົາ​ຈິດ​ໃຈ​ຂອງ​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວ ໃນ​ການ​ໂອນ​ອຳ​ນາດ​ແບບ​ສັນ​ຕິ​ແລະ​ເປັນ​ປະ​ຊາ​ທິ​ປະ​ໄຕ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG