ນາຍົກລັດຖະມົນຕີ ເທຣີຊາ ເມ (Theresa May) ຂອງອັງກິດສັນຍາວ່າ
ຈະທໍາການຕອບໂຕ້ "ແບບເໝາະສົມ" ຖ້າຫາກອັງກິດພົບວ່າ ຣັດເຊຍເປັນ
ຜູ້ວາງສານພິດ ໃສ່ອະດີດນັກສືບຂອງຣັດເຊຍ ແລະລູກສາວຂອງທ່ານ.
ໃນການກ່າວຢູ່ໃນໂທລະພາບ ໄອທີວີ (ITV) ໃນວັນພະຫັດວານນີ້ນັ້ນ ທ່ານ
ນາງກ່າວວ່າ "ແຕ່ວ່າຈົ່ງໃຫ້ເວລາ ແລະສະຖານທີ່ແກ່ຕໍາຫລວດດໍາເນີນການ
ສືບສວນຕົວຈິງກ່ອນ. ແນ່ນອນ ຖ້າຫາກວ່າ ຕ້ອງໄດ້ເອົາມາດຕະການແລ້ວ
ລັດຖະບານ... ຈະປະຕິບັດເຊັ່ນນັ້ນ ຢ່າງຖືກຕ້ອງໃນເວລາອັນເໝາະສົມ ແລະ
ບົນພື້ນຖານ ຂອງຫລັກຖານດີທີ່ສຸດ."
ລັດຖະມົນຕີກະຊວງພາຍໃນອັງກິດ ທ່ານນາງແອມເບີ ຣູດ (Amber Rudd)
ກ່າວຕໍ່ສະພາວ່າ “ການໃຊ້ສານເຄມີທຳລາຍລະບົບປະສາດດັ່ງກ່າວຢູ່ຜືນແຜ່ນ
ດິນຂອງອັງກິດ ຖືວ່າ ເປັນການກະທໍາທີ່ດື້ດ້ານ ແລະຂາດຄວາມຮັບຜິດຊອບ.
ນີ້ຄືຄວາມພະຍາຍາມທີ່ຈະທໍາການຄາດຕະກໍາແບບຮ້າຍກາດປ່າເຖື່ອນ ແລະ
ຈົ່ງແຈ້ງທີ່ສຸດ”
ເຈົ້າໜ້າທີ່ຕຳຫຼວດຄົນນຶ່ງກ່າວຕໍ່ສໍານັກຂ່າວສະກາຍນີ້ວສ໌ (Sky News) ຂອງ
ອັງກິດວ່າ ມີທັງໝົດ 21 ຄົນ ທີ່ໄດ້ຮັບບາດເຈັບຍ້ອນຖືກສານເຄມີທຳລາຍລະ
ບົບປະສາດ ທີ່ປ່ອຍອອກມາຢູ່ໃກ້ສູນກາງການຄ້າ ຢູ່ໃນເມືອງຊາລິສບູຣີ
(Salisbury) ທາງພາກໃຕ້ຂອງອັງກິດນັ້ນ.
3 ຄົນຍັງນອນຢູ່ໃນໂຮງໝໍຢູ່ ໃນນັ້ນແມ່ນມີພວກທີ່ປາກົດວ່າເປັນເປົ້າໝາຍ
ຂອງການໂຈມນີ້ ຄືທ່ານເຊີເກ ສກຣີປາລ (Sergei Skripal) ອະດີດນັກສືບ
ຂອງຣັດເຊຍ, ນາງ ຢູເລຍ (Yulia) ລູກສາວຂອງທ່ານ ແລະທ່ານນິກ ເບລີ
(Nick Bailey) ຕໍາຫລວດອັງກິດທີ່ໄປຊ່ວຍພວກເຂົາເຈົ້າພາຍຫລັງທີ່ພົບ
ເຫັນສອງຄົນນັ້ນໝົດສະຕິ ແລະລົ້ມລົງຈາກແປ້ນມ້າອັນນຶ່ງຢູ່ຂ້າງນອກຂອງຕຶກ.
ຜູ້ພົບເຫັນເຫດການບອກນັກຂ່າວອັງກິດວ່າ ນາງຢູເລຍ ສກຣີປາລ (Yulia
Skripal) ສະຫລົບໄປໂດຍທີ່ມີຝອດໄຫລອອກມາຈາກປາກ ໃນຂະນະທີ່
“ຕາເຫລືອກຂຶ້ນ ແຕ່ວ່າຂາວໄປໝົດ”. ຄົນຜູ້ນັ້ນເວົ້າອີກວ່າ “ສ່ວນຜູ້ຊາຍນັ້ນ
ແມ່ນໂຕແຂງ, ມືຢຸດເໜັງ ແຕ່ວ່າລາວຍັງຫລຽວໄປທາງໜ້າແບບຕົງໆໄດ້.”
ທ່ານເຊີເກ ສກຣີປາລ (Sergei Skripal) ແລະລູກສາວຂອງທ່ານຍັງຢູ່ບໍ່ຟື້ນ
ສະຕິຄືນມາໄດ້ເທື່ອ ແລະຍັງຢູ່ໃນສະພາບທີ່ອັນຕະລາຍຢູ່ ມາຮອດແລງວັນ
ພະຫັດວານນີ້. ສ່ວນທ່ານ ເບລີ (Bailey) ນັ້ນແມ່ນຢູ່ໃນສະພາບທີ່ຮ້າຍແຮງ
ແຕ່ວ່າກໍສາມາດຮູ້ເມື່ອຄີງແລ້ວ.
ຕໍາຫລວດໄດ້ກວດເບິ່ງພາບຢູ່ໃນກ້ອງວົງຈອນປິດຢູ່ບ່ອນເກີດເຫດ ແລະມີ
ລາຍງານວ່າ ເຂົາເຈົ້າໄດ້ສຸມຄວາມສົນໃຈຕໍ່ຊາຍຄົນນຶ່ງ ແລະຜູ້ຍິງຄົນນຶ່ງ ທີ່
ປາກົດເຫັນຢູ່ໃກ້ໆບ່ອນເກີດເຫດນັ້ນ.
ຕໍາຫລວດບໍ່ໄດ້ເວົ້າຢ່າງເປີດເຜີຍກ່ຽວກັບສານພິດທຳລາຍເສັ້ນປະສາດທີ່ຖືກ
ທ່ານ ສກຣີປາລ (Skripal) ຫລືເວົ້າວ່າຜູ້ໃດເປັນຜູ້ໃຊ້ສານດັ່ງກ່າວນັ້ນເທື່ອ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ
ເບິ່ງວີດິໂອກ່ຽວກັບຂ່າວນີ້