ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຮືອບິນສອດແນມ ທີ່ມີຄົນຂັບ ທີ່ທັນສະໄໝ ທີ່ສຸດ ໃນໂລກຂອງ ສຫລ ຖືກເຊົາໃຊ້ແລ້ວ


ເຮືອບິນ Lockheed SR-71 (ລັອກຄີດ ເອັສອາ-71) ຊຶ່ງມີຊື່ນ້ອຍວ່າ Blackbird (ແບລັກເບີດ) ຫລືນົກສີດໍາ ຖືກເອົາໄປໄວ້ຢູ່ໃນເດີ່ນຈອດລົດຂອງສໍານັກງານ ໃຫຍ່ ຂອງອົງການສືບລັບຂອງສະຫະລັດ ຫລື CIA ຢູ່ເມືອງ McLean (ແມັກເຄລນ) ລັດເວີຈີເນຍ. ພາບຖ່າຍໃນວັນທີ 15 ກໍລະກົດ, 2014
ເຮືອບິນ Lockheed SR-71 (ລັອກຄີດ ເອັສອາ-71) ຊຶ່ງມີຊື່ນ້ອຍວ່າ Blackbird (ແບລັກເບີດ) ຫລືນົກສີດໍາ ຖືກເອົາໄປໄວ້ຢູ່ໃນເດີ່ນຈອດລົດຂອງສໍານັກງານ ໃຫຍ່ ຂອງອົງການສືບລັບຂອງສະຫະລັດ ຫລື CIA ຢູ່ເມືອງ McLean (ແມັກເຄລນ) ລັດເວີຈີເນຍ. ພາບຖ່າຍໃນວັນທີ 15 ກໍລະກົດ, 2014

ແຕ່ກ່ອນ ຕອນທີ່ດາວທຽມ ແລະເຮືອບິນບໍ່ມີຄົນຂັບທີ່ທັນສະໄໝ ຍັງບໍ່ທັນໄດ້ເລີ້ມ
ເກັບກໍາເອົາຂໍ້ມູນລັບທາງທະຫານນັ້ນ ສະຫະລັດແມ່ນອີງອາໄສເຮືອບິນທີ່ໄປໄວ
ກວ່າສຽງແລະບິນສູງໆ ທີ່ສາມາດລັກລອບເຂົ້າໄປໃນໜ່ານຟ້າຂອງປະເທດທີ່ເປັນຄູ່
ສັດຕູໄດ້ ເພື່ອຖ່າຍເອົາຮູບ ແລະກໍອອກມາກ່ອນທີ່ຈະຖືກຈັບໄດ້. ເຮືອ ບິນປະເພດ
ດັ່ງກ່າວລໍາສຸດທ້າຍ ທີ່ຢຸດປະຕິບັດງານໃນປີ 1998 ຍັງບັນຈຸປະຫວັດຂອງໂລກຢູ່
ຫລາຍໆ ເຫດການ. ແຕ່ວ່າດຽວນີ້ ເຮືອບິນນັກສືບທັງ ຫລາຍເຫຼົ່ານັ້ນ ແມ່ນສາມາດ
ພົບເຫັນໄດ້ ແຕ່ຢູ່ໃນຫໍພິພິດທະພັນເທົ່ານັ້ນ. George Putic ນັກ​ຂ່າວ VOA ມີ​ລາຍ
​ງານກ່ຽວກັບ​ເລື່ອງ​ນີ້​ ຊຶ່ງ​ບົວ​ສະຫວັນ ຈະ​ນໍາ​ມາສະ​ເໜີທ່ານໃນ​ອັນ​ດັບ​ຕໍ່​ໄປ.

ເຮືອບິນ Lockheed SR-71 (ລັອກຄີດ ເອັສອາ-71) ຊຶ່ງມີຊື່ນ້ອຍວ່າ Blackbird
(ແບລັກເບີດ) ຫລືນົກສີດໍາ ຄັ້ງນຶ່ງເຄີຍເປັນເຮືອບິນທີ່ທັນສະໄໝທີ່ສຸດໃນໂລກ ໄດ້ຖືກ
ເອົາໄປໄວ້ຢູ່ໃນບ່ອນທີ່ມີກຽດຢູ່ໃນສູນ Steven F. Udvar-Hazy (ສຕິວເວັນ ເອັຟ
ອັດວາ ເຮຊີ) ຂອງສະຖາບັນ Smithsonian (ສະມິດໂຊນຽນ) ທີ່ຕັ້ງຢູ່ບໍ່ໄກຈາກໃຈ
ກາງເມືອງ ຂອງນະຄອນຫລວງວໍຊິງຕັນ ພໍເທົ່າໃດ.

ສ່ວນເຮືອບິນສືບລັບລໍາອື່ນໆ ແມ່ນຖືກນໍາໄປໄວ້ຫໍພິພິດທະພັນທີ່ນ້ອຍກວ່ານັ້ນ ທີ່
ຕັ້ງຢູ່ໃນທົ່ວປະເທດ ເຊັ່ນ ສວນສາທາລະນະເຮືອບິນຂອງນົກສີດໍາ ຫລື Blackbird
Airpark ຢູ່ເມືອງ Palmdale (ພາລມເດລ) ລັດຄາລິຟໍເນຍ.

ທ່ານ Bill Flanagan (ບີລ ຟລາແນກແກນ), ອາສາສະມັກນໍາທ່ຽວ ເຄີຍໄດ້ນັ່ງຢູ່
ເບາະນັ່ງທາງຫລັງຂອງເຮືອບິນ SR-71 ໃນນາມທີ່ເປັນເຈົ້າໜ້າທີ່ຮັບ ຜິດຊອບ
ລະບົບເກັບກໍາການບັນທຶກພາບທາງອາກາດ.

ທ່ານ Bill Flanagan (ບີລ ຟລາແນກແກນ) ຊຶ່ງເປັນເຈົ້າໜ້າທີ່ທະຫານອາກາດທີ່
ອອກກິນເບ້ຍບໍານານແລ້ວ ເວົ້າວ່າ “ເຈົ້າສາມາດເຫັນປ່ອງຢ້ຽມນ້ອຍໆ ທີ່ຕອນນີ້
ມີຜ້າໃບປົກໄວ້ ນັ້ນຫລະ ຄືຫ້ອງການຂອງຂ້ອຍ. ຂ້ອຍບໍ່ມີໄມ້ຄວບຄຸມການບິນ ເພື່ອ
ໃຊ້ບັງຄັບເຮືອບິນ ຍ້ອນວ່າຂ້ອຍຫລຽວບໍ່ເຫັນສິ່ງທີ່ຢູ່ທາງໜ້າຂ້ອຍ ແຕ່ວ່າ ຂ້ອຍ
ຄວບຄຸມເຄື່ອງເຣດາ, ລະບົບນໍາທາງ, ລະບົບໂຕ້ຕອບສິ່ງກີດຂວາງ ທີ່ໃຊ້ລະບົບໄຟ
ຟ້າແລະພ້ອມທັງເປັນນັກບິນຮ່ວມກັບນັກບິນທີ່ນັ່ງຢູ່ທາງໜ້າຂອງຂ້ອຍນີ້ໂລດ.”

ເຮືອບິນ SR-71 Blackbird (ເອັສອາ-71 ແບລັກເບີດ) ຫລືນົກສີດໍາ ໄດ້ຖືກສ້າງ
ຂຶ້ນມາລຸນຫລັງເຮືອບິນ U-2 (ຢູ 2) ຂອງ Lockheed (ລັອກຄີດ) ທີ່ເປັນເຮືອບິນ
ສືບລັບທີ່ໃຊ້ກ່ອນມັນນັ້ນ ຖືກຍິງຕົກຢູ່ໃນດິນແດນຂອງສະຫະພາບໂຊຫວຽດໃນປີ
1960 ໃນຂະນະທີ່ປະຕິບັດການສືບລັບໃຫ້ແກ່ອົງການສືບລັບຂອງສະຫະລັດ ຫລື CIA.

ໂດຍທີ່ຮຽນຮູ້ກ່ຽວກັບການທີ່ຖືກທໍາລາຍໄດ້ງ່າຍຂອງເຮືອບິນ U-2 ອົງການສືບລັບ
CIA ໄດ້ຂໍເອົາເຮືອບິນທີ່ບິນໄດ້ໃນລະດັບຄວາມໄວ ແລະຄວາມສູງຫລາຍກວ່ານັ້ນ ທີ່ສາມາດເຮັດໃຫ້ເຄື່ອງເຣດາເກືອບວ່າບໍ່ສາມາດເຫັນໄດ້.

ພຽງແຕ່ສອງປີເທົ່ານັ້ນ ໂດຍໃຊ້ເຄື່ອງຄິດໄລ່ຮອບໝູນກົນໄກແບບອະນາລັອກ ທີ່ເອີ້ນ
ວ່າ Slide Rules (ສະໄລຣູລສ໌) ຫລືຄອມພີວເຕີແບບອະນາລັອກ, ວິສະວະກອນທີ່
ສ້າງເຮືອບິນໃຫ້ບໍລິສັດ Lockheed ຈຶ່ງໄດ້ສ້າງເຮືອບິນລຸ້ນ A-12 ຂຶ້ນມາ ຊຶ່ງເປັນ
ເຮືອບິນສືບລັບທີ່ມີບ່ອນນັ່ງບ່ອນດຽວ.

ທ່ານ Bill Flanagan (ບີລ ຟລາແນກແກນ) ອະທິບາຍຕື່ມວ່າ “ແຕ່ວ່າກອງທັບອາ
ກາດຢາກໄດ້ເຮືອບິນຖ່າຍຮູບ ໂດຍທີ່ພື້ນຖານແລ້ວ ສາມາດບັນຈຸເຄື່ອງກວດຈັບ
ສິ່ງຕ່າງໆ ໄດ້ຫລາຍກວ່າເຮືອບິນ ລຸ້ນ A-12 ອີກ ແລະເຮືອບິນ U-2 ກໍສາມາດ
ບັນທຸກໄດ້ພຽງແຕ່ເຄື່ອງ ເຊັ່ນວ່າ ກ້ອງ ຖ່າຍຮູບອັນດຽວ ແລະອາດຈະມີເຄື່ອງ
ບັນທຶກສຽງນຳ.”

ແລະເພາະສະນັ້ນ ເຮືອບິນ SR-71 (ເອັສອາ-71) ທີ່ມີສອງບ່ອນນັ່ງ ກໍເກີດຂຶ້ນມາ ໂດຍທີ່ມີຄວາມໄວທີ່ສູງທີ່ສຸດ ທີ່ິບິນໃນລະດັບໄວກວ່າ 3,500 ກິໂລແມັດ ຕໍ່ຊົ່ວໂມງ ແລະມີລະດັບການບໍລິການຢູ່ໃນຈຸດສູງສຸດເກືອບຮອດ 26 ກິໂລແມັດ ຕົວຈິງແລ້ວ
ການຍິງມາແຕ່ພື້ນດິນ ຈະບໍ່ສາມາດຍິງຖືກມັນໄດ້. ເຮືອບິນລໍານຶ່ງໃນຈໍານວນນັ້ນ
ບິນອອກຈາກເມືອງ Los Angeles (ລັອສ ແອນເຈີແລັສ) ໄປຫານະຄອນຫລວງ
ວໍຊິງຕັນດີຊີ ໂດຍໃຊ້ເວລາພຽງແຕ່ 64 ນາທີເທົ່ານັ້ນ.

ທ່ານ Bill Flanagan (ບີລ ຟລາແນກແກນ) ກ່າວມ້ວນທ້າຍວ່າ “ຂ້ອຍມີເພື່ອນ
ຫລາຍຄົນ ທີ່ຢູ່ໃນເຄືອຂ່າຍການປ້ອງກັນທາງອາກາດຕາມສັນຍາ Warsaw (ວໍຊໍ) ແລະເວົ້າວ່າພວກເຮົາທີ່ຈິງແລ້ວ ເຫັນເຮືອບິນ Blackbird ຫລື ນົກສີດໍາ ໄດ້ພຽງ
ຊົ່ວວູບນຶ່ງຢູ່ໃນເຣດາຂອງພວກເຮົາ ແລະພວກເຮົາບໍ່ສາມາດເຊື່ອໄດ້ເລີຍວ່າ ມັນມາຜ່ານໜ້າຈໍເຣດາຂອງພວກເຮົາ ແລ້ວກໍຫາຍໄປໄດ້ໄວປານໃດ.”

ພາຍຫລັງທີ່ມີການໂຕ້ຖຽງກັນຢູ່ໃນລັດຖະສະພາ ແລະທໍານຽບຫ້າແຈ ກ່ຽວກັບ ໂຄງການເທັກໂນໂລຈີທີ່ທັນສະໄໝຕ່າງໆ ພວກເຮືອບິນ SR-71 (ເອັສອາ-71) ກໍຈຶ່ງໄດ້ໃຫ້ເຊົາປະຕິບັດງານ ໃນປີ 1998. ວຽກງານຂອງພວກມັນໄດ້ຖືກປ່ຽນໄປ
ໃຫ້ເຮືອບິນບໍ່ມີຄົນຂັບທີ່ໃຊ້ບັນທຶກພາບທາງອາກາດ ແລະດາວທຽມ. ແຕ່ວ່າ ຕົກ
ມາເຖິງດຽວນີ້ ເຮືອບິນ Blackbird (ແບລັກເບີດ) ກໍຍັງເປັນເຮືອບິນທີ່ມີຄົນຂັບ ທີ່
ບິນໄວທີ່ສຸດ ແລະສູງທີ່ສຸດໃນໂລກຢູ່.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG