ອົງການສືບລັບທີ່ສຳຄັນສຸດຂອງສະຫະລັດ ແມ່ນຈະເປີດເຜີຍໃຫ້ປະຊາຊົນຮູ້ ໃນຄວາມ
ເປັນຫ່ວງ ກ່ຽວກັບບັນດາເອກກະສານ ທີ່ນຳອອກເຜີຍແຜ່ ໂດຍອົງການ WikiLeaks
ໂດຍເຕືອນໃຫ້ຊາວອາເມຣິກັນທັງຫຼາຍ ຄວນທີ່ຈະເປັນຫ່ວງກັງວົນ ກ່ຽວກັບຜົນກະທົບ
ທີ່ອາດມີຂຶ້ນ.
ໂຄສົກຂອງອົງການສືບລັບຊີໄອເອຂອງສະຫະລັດ ໄດ້ປະຕິເສດບໍ່ໃຫ້ຄວາມເຫັນໃດໆ
ໃນວັນພຸດວານນີ້ ກ່ຽວກັບເອກກະສານ 8 ພັນ 771 ໜ້າ ແຕ່ກໍໂຕ້ແຍ້ງວ່າ ບໍ່ມີຄວາມສົງ
ໄສຫຍັງຫຼາຍ ເຖິງຈຸດປະສົງຂອງອົງການ WikiLeaks “ທີ່ຈະສ້າງ ຄວາມເສຍຫາຍ
ໃຫ້ແກ່ຄວາມສາມາດ ຂອງປະຊາຄົມສືບລັບ ທີ່ຈະປົກປ້ອງຊາວອາເມຣິກັນ
ຈາກພວກກໍ່ການຮ້າຍ ແລະກຸ່ມທີ່ເປັນອັນຕະລາຍອື່ນໆ.”
“ການເປີດເຜີຍແບບນີ້ ບໍ່ພຽງແຕ່ເປັນອັນຕະລາຍຕໍ່ເຈົ້າໜ້າທີ່ແລະການປະຕິບັດງານ
ຂອງສະຫະລັດ, ແຕ່ວ່າ ຍັງຈະມອບເຄື່ອງມື ແລະຂໍ້ມູນຕ່າງໆໃຫ້ແກ່ພວກສັດຕູຂອງພວກເຮົາ ເພື່ອສ້າງຄວາມເສຍຫາຍໃຫ້ແກ່ພວກເຮົາ,” ນັ້ນແມ່ນຄຳເວົ້າໂຄສົກຂອງ
ອົງການສືບລັບ CIA ທ່ານ Jonathan Liu ທີ່ໄດ້ກ່າວຢູ່ໃນຖະ ແຫຼງການສະບັບນຶ່ງ.
ໂຄສົກທຳນຽບຂາວ ທ່ານ Sean Spicer ຍັງໄດ້ສະແດງຄວາມຕົກໃຈໃນວັນພຸດວານນີ້
ໂດຍໄດ້ບອກກັບພວກນັກຂ່າວວ່າ “ສະຫະລັດ ຈະຊອກຫາພວກທີ່ເປີດເຜີຍຂໍ້ມູນ
ຄວາມລັບເຫຼົ່ານີ້.”
“ນີ້ແມ່ນການເປີດເຜີຍ ທີ່ບ່ອນທຳລາຍຄວາມປອດໄພຂອງພວກເຮົາ ປະເທດຊາດ
ຂອງພວກເຮົາ ແລະຄວາມຢູ່ດີກິນດີຂອງພວກເຮົາ,” ນັ້ນຄືຄຳເວົ້າຂອງທ່ານ Spicer
ທີ່ໄດ້ກ່າວກັບພວກນັກຂ່າວ ແລະທ່ານກ່າວເພີ່ມຕື່ມວ່າ ປະທານາທິບໍດີ Donald
Trump ແມ່ນ“ມີຄວາມເປັນຫ່ວງທີ່ສຸດ ກ່ຽວກັບເລື່ອງນີ້.”
ດັ່ງດຽວກັນກັບອົງການສືບລັບ CIA ທ່ານ Spicer ກໍປະຕິເສດທີ່ຈະຢືນຢັນວ່າ
ເອກກະສານ ຂອງກຸ່ມ WikiLeaks ເປັນຂອງຈິງຫຼືບໍ່ ແຕ່ພວກນັກຊ່ຽວຊານດ້ານ
ຄວາມປອດໄພທາງcyber ແລະອະດີດເຈົ້າໜ້າທີ່ສືບລັບທີ່ໄດ້ກວດກາເບິ່ງເອກກະສານ
ພວກນີ້ແລ້ວ ບອກກັບ VOA ວ່າ ເບິ່ງຄືວ່າມັນເປັນຂອງຈິງ.
ອົງການ WikiLeaks ກ່າວວ່າ ຕົນໄດ້ເອກກະສານພວກນີ້ ຈາກອະດີດນັກເຈາະຂໍ້ມູນ
ຂອງລັດຖະບານສະຫະລັດ ແລະເຈົ້າໜ້າທີ່ສືບລັບທ່ານນຶ່ງໄດ້ກ່າວຕໍ່ VOA ໂດຍຂໍ
ສະຫງວນຊື່ວ່າ ເບິ່ງຄືວ່າ ພະນັກງານສັນຍາຈ້າງຂອງອົງການ CIA ອາດແມ່ນແຫຼ່ງທີ່ມາ
ຂອງຂໍ້ມູນພວກນີ້.