ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມສໍາຄັນ ຂອງການຫລິ້ນກິລາ ເພື່ອໃຫ້ມີສຸຂະພາບທີ່ເຂັ້ມແຂງ ແລະອະນາຄົດອັນຍາວໄກ


ຮູບພາບຂອງທີມນັກກິລາບານເຕະຍິງ ປະຈໍາໂຮງຮຽນມັດທະຍົມ ຫຼື High school ຂອງລູກສາວຍານາງ ຄອນສະຫວັນ
ຮູບພາບຂອງທີມນັກກິລາບານເຕະຍິງ ປະຈໍາໂຮງຮຽນມັດທະຍົມ ຫຼື High school ຂອງລູກສາວຍານາງ ຄອນສະຫວັນ

ຈາກກໍລະນີທີ່ມີການສ້າງຊື່ສຽງ ໃຫ້ແກ່ທີມຊາດສະຫະລັດ ໃນການແຂ່ງຂັນຊິງໄດ້ຫຼຽນຄໍາກິລາໂອລິມປິກປະຈໍາປີ 2020 ທີ່ນະຄອນຫຼວງໂຕກຽວປະເທດຍີປຸ່ນນັ້ນ, ໄດ້ເຮັດໃຫ້ມີເດັກນ້ອຍຫຼາຍໆຄົນ ມີຄວາມຫ້າວຫັນຢາກໄປຫຼິ້ນກິລາໃນປະ ເພດໃດປະເພດນຶ່ງທີ່ເຂົາເຈົ້າຖະນັດຫລາຍຂຶ້ນ ເພື່ອຄວາມກ້າວໜ້າທາງດ້ານຊື່ສຽງ ຄວາມແຂງແຮງຂອງຮ່າງກາຍແລະສ້າງຄວາມພາກພູມໃຈໃຫ້ກັບຄອບຄົວ ໂດຍສະເພາະພໍ່ແມ່ຂອງພວກເຂົາເອງ. ພ້ອມກັນນັ້ນ ຜູ້ປົກຄອງເອງ ກໍ່ສະໜັບສະໜຸນເປັນຢ່າງດີ ເຖິງຄວາມມຸ່ງໝັ້ນ ແລະຄວາມຫວັງຂອງພວກເຂົາເຈົ້າ ດັ່ງທີ່ຍານາງຄອນສະຫວັນ ເທບພະໂນຣິນ ຜູ້ທີ່ອາໄສຢູ່ໃນເມືອງ ໂມບິລ ລັດ ອາລາບາມາ ມາເລົ່າສູ່ທຸກຄົນຟັງດັ່ງນີ້:

“ຕອນນ້ອຍໆກະຫລິ້ນເບສບອລ ກ່ອນ, ຊັອກເກີ ແລະກໍ່ບາສເກັດບອລ. ຫລິ້ນ ຫລາຍຢ່າງ ແລະກໍ່ ຄາຣາດີ. ຄືຢາກໃຫ້ເພິ່ນຫລິ້ນ ດີກວ່າໄປຫລິ້ນໂທລະສັບຫັ້ນນະ, ຢາກໃຫ້ເພິ່ນເຮັດນີ້ເຮັດນັ້ນ, ໂຕໃດເພິ່ນມັກ ໂຕໃດເຮົາຈຶ່ງຮູ້ວ່າເຂົາມັກທາງນີ້ ເຮົາກໍ່ສະໜັບສະໜຸນ. ຫລິ້ນຫລາຍມາໝົດລະ ລາວກໍ່ມັກແຕ່ຊັອກເກີ ເພິ່ນຢູ່ດົນທີ່ສຸດ, ຫລິ້ນໃຫ້ຮາຍສະຄູລ ເພິ່ນເປັນສະໄຕຣເກີ້ແຖວໜ້າ. ໂຕໃດເຂົາບໍ່ມັກກໍ່ບໍ່ບັງຄັບ ແລ້ວແຕ່. ຢາກໃຫ້ເຂົາມີແອັກທີວິທີເພື່ອຕໍ່ອະນາຄົດຍາມເຂົາໄປໂຮງຮຽນ ຫລືຍາມໃຫຍ່ມາຫັ້ນໜາ, ມີທາງເລືອກດີກວ່າໄປໝົກໝຸ່ນຫລິ້ນແນວອື່ນ ເຮັດແນວບໍ່ດີ.”

ການຫລິ້ນກິລາ ນອກຈາກຈະສ້າງເວລາໃຫ້ເດັກນ້ອຍໄດ້ຝຶກຝົນຕົນເອງໃຫ້ມີຮ່າງກາຍທີ່ແຂງແຮງ ສຸຂະພາບດີແລ້ວ, ກິລາຍັງຈະສ້າງອະນາຄົດທີ່ດີໃຫ້ແກ່ພວກເຂົານໍາອີກດ້ວຍ ພຽງແຕ່ມີຄວາມບາກບັ່ນພະຍາຍາມ ແລະຄວາມຝັນ.

XS
SM
MD
LG