ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ພົບ​ປະ ສຸດຍອດ ຄັ້ງ​ທີ 2 ລະ​ຫວ່າງ ທ່ານ ທ​ຣຳ ແລະ ທ່ານ​ ກິມ ຈະ​ມີ​ຂຶ້ນ ໃນ​ທ້າຍ​ ເດືອນ​ກຸມ​ພາ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໂອ້​ລົມ ​ກັບ​ ທ່ານ​ກິມ ຢົງ ໂຊ​ລ (ຊ້າຍ) ອະ​ດີດ​ຫົວ​ໜ້າ​ໜ່ວຍ​ສືບ​ລັບ​ ກອງ​ທັບ ຂອງ​ເກົາ​ຫຼີ​ເໜືອ ຜູ້​ຊ່ວຍ​ຄົນ​ສຳ​ຄັນ ຂອງ​ທ່ານກິມ ຈົງ​ ອຶນ. (1 ມິ​ຖຸ​ນາ 2018)
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໂອ້​ລົມ ​ກັບ​ ທ່ານ​ກິມ ຢົງ ໂຊ​ລ (ຊ້າຍ) ອະ​ດີດ​ຫົວ​ໜ້າ​ໜ່ວຍ​ສືບ​ລັບ​ ກອງ​ທັບ ຂອງ​ເກົາ​ຫຼີ​ເໜືອ ຜູ້​ຊ່ວຍ​ຄົນ​ສຳ​ຄັນ ຂອງ​ທ່ານກິມ ຈົງ​ ອຶນ. (1 ມິ​ຖຸ​ນາ 2018)

ທຳ​ນຽບ​ຂາວ​ໄດ້​ປະ​ກາດ ກ່ຽວ​ກັບ​ການ​ພົບ​ປະ​ສຸດຍອດ ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ ​ສະ​ຫະ​ລັດ ທ່ານດໍ​ໂນ​ລ ທ​ຣຳ ແລະ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ວ່າຈະ​ມີ​ຂຶ້ນ​ໃນ​ທ້າຍ​ເດືອນກຸມ​ພາ​ຈະ​ມານີ້ ໃນ​ສະ​ຖານ​ທີ່ ຊຶ່ງ​ຈະ​ມີ​ການ​ແຈ້ງ​ໃຫ້ຊາບ “ຕາມ​ພາຍ​ຫຼັງ.”

ການ​ປະ​ກາດ​ດັ່ງ​ກ່າວ ມີ​ຂຶ້ນ​ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ພົບ​ປະ​ກັບ​ທ່ານ​ກິມ ຢົງ ໂຊ​ລ ທູດ​ພິ​ເສດ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ເລື້ອງ​ນິວ​ເຄ​ລຍ ​ຂອງ​ເກົາ​ຫຼີ​ເໜືອ ຢູ່​ທີ່ທຳ​ນຽບ​ຂາວ ຊຶ່ງ​ພວກ​ເຈົ້າ​ໜ້າ​ທີ່​ ກ່າວ​ວ່າ “ໄດ້​ໂອ້​ລົມ​ກັນ ​ກ່ຽວ​ກັບ ​ຄວາມ​ພະ​ຍາ​ຍາມ ທີ່​ຈະ​ໃຫ້​ພຽງ​ຢາງ ຍົກ​ເລີກ​ ໂຄງ​ການ​ນິວ ​ເຄລຍ​ ຂອງ​ຕົນ​ນັ້ນ.”

ທ່ານ​ທຣຳ​ ໄດ້​ພົບ​ປະ​ກັບ​ອະ​ດີດ​ຫົວ​ໜ້າ​ສືບ​ລັບ​ຂອງ​ເກົາ​ຫຼີ​ເໜືອ ທີ່​ຜູ້​ຄົນ​ມັກ​ເອີ້ນທ່ານ​ວ່າ ເປັນ​ມື​ຂວາ​ຂອງ​ທ່ານ​ກິມນັ້ນ ໂດຍ​ໃຊ້​ເວ​ລາ​ທັງ​ໝົດຊົ່ວ​ໂມງ​ເຄິ່ງ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ຫລ ທ່ານ​ໄມ​ຄ໌ ພອມ​ພຽວ ພວມ​ນຳ​ທາງ ທ່ານ​ກິມ ຢົງ ໂຊ​ລ ຫົວ​ໜ້າ​ຄະ​ນະ​ເຈ​ລະ​ຈາ​ດ້ານ​ນິວ​ເຄ​ລຍ ຂອງ​ເກົາ​ຫຼີ​ເໜືອ ເຂົ້າ​ຫ້ອງ​ເຈ​ລະ​ຈາ ທີ່​ໂຮງ​ແຮມ​ແຫ່ງ​ນຶ່ງ ຢູ່​ວໍ​ຊິງ​ຕັນ. (18 ມັງ​ກອນ 2019)
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ຫລ ທ່ານ​ໄມ​ຄ໌ ພອມ​ພຽວ ພວມ​ນຳ​ທາງ ທ່ານ​ກິມ ຢົງ ໂຊ​ລ ຫົວ​ໜ້າ​ຄະ​ນະ​ເຈ​ລະ​ຈາ​ດ້ານ​ນິວ​ເຄ​ລຍ ຂອງ​ເກົາ​ຫຼີ​ເໜືອ ເຂົ້າ​ຫ້ອງ​ເຈ​ລະ​ຈາ ທີ່​ໂຮງ​ແຮມ​ແຫ່ງ​ນຶ່ງ ຢູ່​ວໍ​ຊິງ​ຕັນ. (18 ມັງ​ກອນ 2019)

ຫຼັງ​ຈາກ​ພົບ​ປະ​ກັນ​ແລ້ວ ທ່ານ​ນາງ​ຊາຣາ ແຊນ​ເດີ​ຣ​ສ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ລັດ​ຖະ​ບານ​ສະ​ຫະ​ລັດ ຍັງ​ສືບ​ຕໍ່ “ສ້າງ​ຄວາມ​ກ້າວ​ໜ້າ” ກ່ຽວ​ກັບ​ເລື້ອງນີ້​ຢູ່.

ທ່ານ​ນາງ​ແຊນ​ເດີ​ຣ​ສ ກ່າວ​ວ່າ “ສະ​ຫະ​ລັດ​ຈະ​ສືບ​ຕໍ່​ທຳ​ຄວາມ​ກົດ​ດັນ ແລະ​ລົງ​ໂທດ​ເກົາ​ຫຼີ​ເໜືອ ຈົນ​ກວ່າ​ພວກ​ເຮົາ​ຈະ​ເຫັນ​ວ່າ ມີ​ການ​ປົດ​ອາ​ວຸດ​ນິວ​ເຄ​ລຍ ທີ່ສາ​ມາດ​ພິ​ສູດ​ໄດ້ ໂດຍ​ເຕັມ​ແລ້ວ. ທ່ານ​ນາງ​ແຊນ​ເດີ​ຣ​ສ ກ່າວ​ຕື່ມ​ວ່າ ພວກ​ເຮົາ​ໄດ້​ເຫັນຄວາມ​ຕັ້ງ​ໃຈ​ທີ່​ດີ​ຂອງ​ຝ່າຍ​ເກົາ​ຫຼີ​ເໜືອໃນ​ການ​ປ່ອຍ​ໂຕ​ປະ​ກັນ​ແລະການ​ເຄື່ອນ​ໄຫວ​ອື່ນໆ.”

ໃນ​ຕອນ​ເຊົ້າ​ວັນ​ສຸກວານນີ້ ທ່ານ​ກິມ ຢົງ​ໂຊ​ລ ຍັງ​ໄດ້​ພົບ​ປະ​ ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ທີ່​ໂຮງ​ແຮມ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ. ການ​ພົບ​ປະ​ດັ່ງ​ກ່າວ ແມ່ນ​ແນ​ໃສ່​ເພື່ອ​ຟື້ນ​ຟູ​ການ​ເຈ​ລະ​ຈາກ່ຽວ​ກັບ​ເລື້ອງ​ນິວ​ເຄ​ລຍ ຊຶ່ງມີ​ການ​ເລື່ອນ​ເວ​ລາ ມາ​ໄດ້ຫຼາຍ​ເດືອນ​ແລ້ວໃນ​ອັນທີ່​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ກ່າວ​ວ່າ ເປັນ​ການ​ປະ​ຕິ​ເສດ​ຂອງ​ພຽງ​ຢາງ ບໍ່​ຍອມ​ປະ​ຕິບັດ​ຕາມ​ຄຳ​ຮຽກ​ຮ້ອງ​ຂອງ​ສະ​ຫະ​ລັດໃນ​ການ​ໃຫ້​ໂຕ​ເລກ​ທີ່​ລະ​ອຽດກ່ຽວ​ກັບ​ໂຄງ
ອາ​ວຸດ​ນິວ​ເຄ​ລຍ​ແລະ​ລູກ​ສອນ​ໄຟ​ຂອງ​ຕົນ​ນັ້ນ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຈັບ​ມື​ກັບ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ​ ຈົງ ອຶນ ທີ່​ສິງ​ກະ​ໂປ. (12 ມິ​ຖຸ​ນາ 2018)
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຈັບ​ມື​ກັບ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ​ ຈົງ ອຶນ ທີ່​ສິງ​ກະ​ໂປ. (12 ມິ​ຖຸ​ນາ 2018)

ການ​ປະ​ກາດ​ຄັ້ງ​ຫຼ້າ​ສຸດນີ້ ເຮັດ​ໃຫ້​ພວກ​ນັກ​ວິ​ເຄາະ​ຫຼາຍໆ​ຄົນ​ຍັງ​ມີ​ຄວາມ​ສົງ​ໄສຢູ່ ກ່ຽວ​ກັບ​ວ່າມີ​ຄວາມ​ກ້າວ​ໜ້າ​ພຽງ​ພໍ​ຫຼື​ບໍ່​ໃນ​ການ​ເຈ​ລະ​ຈາທີ່​ຈະ​ຈັດ​ການ​ພົບ​ປະ ສຸດຍອດ​ຄັ້ງ​ທີ​ສອງຂຶ້ນ.

ແຕ່​ໃນ​ຫຼາຍໆ​ໂອກາດ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ກ່ຽວ​ກັບ ການ​ປົດ​ອາ​ວຸດ​ນິວ​ເຄ​ລຍ​ຂອງເກົາຫຼີ​ເໜືອ ຊຶ່ງ​ທ່ານ​ໄດ້​ກ່າວ​ ເມື່ອ​ວັນ​ທີ 6 ມັງ​ກອນນີ້​ວ່າ “ກັບ​ເກົາ​ຫຼີ​ເໜືອແລ້ວ ພວກເຮົາ​ແມ່ນ​ມີ​ການ​ໂອ້​ລົມ​ກັນ​ທີ່​ດີ” ແລະທ່ານກ່າວຕື່ມ​ວ່າ “ມັນ​ເປັນ​ເລື້ອງ​ພິ​ເສດ​ຫຼາຍ” ແລະ​ບໍ່​ແມ່ນ “ກັບ​ບຸກ​ຄົນ​ອື່ນໆ ແຕ່​ຂ້າ​ພະ​ເຈົ້າ ພວກ​ທ່ານ​ຈະ​ຢູ່​ໃນ​ສົງ​ຄາມ​ແລ້ວ ​ເວ​ລານີ້.”

ແຕ່​ພວກ​ຕ້ອງ​ຕິ​ ຊີ້​ໃຫ້​ເຫັນ​ວ່າ ພຽງ​ຢາງ​ບໍ່​ໄດ້​ເອົາ​ບາດ​ກ້າວ ​ທີ່​ສຳ​ຄັນ​ໃດໆ​ໄປ​ສູ່​ການປົດ​ອາ​ວຸດ ນັບ​ຕັ້ງ​ແຕ່​ໄດ້​ມີ​ການ​ພົບ​ປະ​ຄັ້ງ​ປະ​ຫວັດ​ສາດ ລະ​ຫວ່າງ​ປະ​ທານາ​ທິ​ບໍ​ດີ​ທ​ຣຳ ແລະ​ທ່ານ​ກິມ ທີ່​ສິງ​ກະ​ໂປ ໃນ​ເດືອນ​ມິ​ຖຸ​ນາ​ປີ​ກາຍ.

ຢູ່​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ວັນ​ສຸກວານນີ້ ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ ທ່ານ​ແອນ​ໂຕ​ນີ​ໂອ ກິວ​ຕີ​ເຣ​ສໄດ້​ຊຸກ​ຍູ້​ໃຫ້​ທັງ​ສອງ​ຝ່າຍເຈ​ລະ​ຈາ​ກັນ​ຕໍ່​ໄປ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG