ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ມົນ​ຕີ​ ການ​ຕ່າງ​ປະ​ເທດ ສ​ປ​ປ ລາວ ກ່າວ​ຄຳ​ປ​າ​ໄສ​ ທີ່​ກອງ​ປະ​ຊຸມ ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ


ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕ​ີ​ການ​ຕ່າງ​ປະ​ເທດ ລາວ, ກ່າວ​ຄຳ​ປ​າ​ໄສ ​ທີ່ກອງ​ປະ​ຊຸມ​ ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ, ທີ່ນະ​ຄອນນິວຢອກ, ສະ​ຫະ​ລັດ. 29 ກັນ​ຍາ, 2018.
ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕ​ີ​ການ​ຕ່າງ​ປະ​ເທດ ລາວ, ກ່າວ​ຄຳ​ປ​າ​ໄສ ​ທີ່ກອງ​ປະ​ຊຸມ​ ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ, ທີ່ນະ​ຄອນນິວຢອກ, ສະ​ຫະ​ລັດ. 29 ກັນ​ຍາ, 2018.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ ລາວ ໄດ້
ຂຶ້ນລາຍງານໃນກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ສະໄໝທີ 73 ທີ່ສຳນັກ
ງານໃຫຍ່ອົງການສະຫະປະຊາຊາດ ໃນນະຄອນ ນິວຢອກ ໃນວັນເສົາທີ 29 ກັນຍາ
ອາທິດແລ້ວນີ້. ພຸດທະສອນ ຈະມີລາຍລະອຽດ ກ່ຽວກັບ ລາຍງານພິເສດນີ້ມາສະເໜີ
ທ່ານ ໃນອັນດັບຕໍ່ໄປ.

ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລາວ ໄດ້​ຂຶ້ນ​ກ່າວ ​ຄຳ​ປາ​
ໄສຂອງທ່ານ ທີ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ໂດຍເລີ້ມຂຶ້ນວ່າ ທ່ານ
ປະທານ

“ຂ້າ​ພະ​ເຈົ້າ​ຂໍ​ເລີ່ມ​ຕົ້ນ​ດ້ວຍ​ການ​ສະ​ແດງ​ຄວາມ​ຍິນ​ດີ​ກັບ​ທ່ານ​ນາງ ມາ​ເຣຍ ເຟີ​ນັນ​ດາ
ເອສປີໂນຊາ ກາເຊັສ (Maria Fernanda Espinosa Garces) ສຳລັບການຖືກ
ເລືອກໃຫ້ເປັນປະທານກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດສະໄໝທີ 73
ນີ້.”

ປີນີ້ຖືວ່າ​ເປັນ​ປີ​ທີ​ສອງ​ຂອງ​ທ່ານ ສະ​ເຫຼີມ​ໄຊ ທີ່​ໄດ້​ຂຶ້ນ​ກ່າວ​ຄຳ​ປ​າ​ໄສ​ເພື່ອ​ລາຍ​ງານ
ກ່ຽວກັບ ບັນຫາໃນໂລກ ແລະ ສະພາບການໃນປະເທດ ລາວ ທີ່ກອງປະຊຸມສະມັດ
ຊາໃຫຍ່ ສະຫະປະຊາຊາດ, ນັບຕັ້ງແຕ່ທ່ານໄດ້ຖືກແຕ່ງຕັ້ງໃຫ້ເປັນລັດຖະມົນຕີ
ການຕ່າງປະເທດ. ໃນກອງປະຊຸມສະມັດຊາໃຫຍ່ຄັ້ງນີ້, ທ່ານລັດຖະມົນຕີກໍໄດ້ກ່າວ
ເຖິງຫຼາຍບັນຫາທີ່ສຳຄັນ ກ່ຽວກັບ ເປົ້າໝາຍການພັດທະນາໃນລາວ.

ທ່ານ ສະ​ເຫຼີມ​ໄຊ ​ກ່າວ​ວ່າ “ເພື່ອ​ຮັບ​ຮູ້​ໂຄງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປີ 2030 ແລະ
ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຫຼື SDG ນັ້ນ, ລັດຖະບານ ລາວ ໄດ້ຮວມ
ເອົາເປົ້າໝາຍຕ່າງໆຂອງ SDG ເຂົ້າໃນແຜນການພັດທະນາເສດຖະກິດສັງຄົມແຫ່ງ
ຊາດ 5 ປີ ຄັ້ງທີ 8 ຂອງເຂົາເຈົ້າ ສຳລັບປີ 2016-2020 ບໍ່ດົນ ຫຼັງຈາກການຮັບຮອງ
ເອົາໂຄງການປີ 2030. ເນື່ອງຈາກວ່າ ມັນມີຄວາມຕ້ອງການທີ່ສະເພາະເຈາະຈົງນັ້ນ,
ສປປ ລາວ ຈຶ່ງໄດ້ພະຍາຍາມເປັນພິເສດ ດ້ວຍການຮັບຮອງເອົາ SDG 2018 ຊື່ວ່າ
“ຢູ່ຢ່າງປອດໄພຫ່າງໄກຈາກລະເບີດທີ່ບໍ່ທັນແຕກ ຫຼື Lives Safe from
Unexploded Ordnance” ເພື່ອແກ້ໄຂບັນຫາລະເບີດທີ່ບໍ່ທັນແຕກ. ໃນກອງປະຊຸມ
ການເມືອງລະດັບສູງ ທີ່ໄຂຂຶ້ນໃນເດືອນກໍລະກົດປີນີ້, ລັດຖະບານ ລາວ ໄດ້ອາສາສະ
ໝັກລາຍງານບົດວິເຄາະແຫ່ງຊາດເປັນຄັ້ງທຳອິດ ກ່ຽວກັບ ການປະຕິບັດເປົ້າໝາຍ
ການພັດທະນາແບບຍືນຍົງ, ເຊິ່ງໄດ້ພົບເຫັນຄວາມກ້າວໜ້າ ທີ່ສຳຄັນ ແລະ ຂໍ້ຈຳກັດ
ທີ່ເພີ່ມຂຶ້ນໃນຊຸມປີທີ່ຜ່ານມາ.”

ປີນີ້ຖືວ່າເປັນປີທີ່ຫຼາຍປະເທດໃນທົ່ວໂລກໄດ້ປະສົບກັບໄພພິບັດທຳມະຊາດຢ່າງໜັກ,
ໃນເດືອນທີ່ຜ່ານມາບັນດາປະເທດຕ່າງໆໃນເອເຊຍ ກໍໄດ້ປະສົບກັບພາຍຸ ໄຕ້ຝຸ່ນ ເຊິ່ງ
ໄດ້ສ້າງຄວາມເສຍຫາຍຢ່າງກວ້າງຂວາງໃນຫຼາຍພື້ນທີ່ ແລະ ປະເທດລາວ ກໍໄດ້ຮັບ
ຜົນກະທົບຈາກພາຍຸດັ່ງກ່າວ ເຮັດໃຫ້ມີຝົນຕົກໜັກ ແລະ ຈົນໃນທີ່ສຸດກໍໄດ້ເຮັດໃຫ້
ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ໃນແຂວງອັດຕະປືເມື່ອບໍ່ເທົ່າໃດເດືອນທີ່ຜ່ານ
ມາ. ນໍ້າຈາກເຂື່ອນໄດ້ຖ້ວມໝູ່ບ້ານ ທີ່ຢູ່ໃກ້ຄຽງ ແລະ ເຮັດ ໃຫ້ມີການສູນເສຍຊັບສິນ
ແລະ ຊີວິດຂອງປະຊາຊົນລາວຈຳນວນຫຼາຍ.

ທ່ານ ສະເຫຼີມໄຊ ໄດ້ກ່າວວ່າ “ໃນຂະນະທີ່ປະເທດໄດ້​ຮັບ​ແຮງ​ກະ​ຕຸ້ນ ກ່ຽວກັບ ເປົ້າ
ໝາຍການພັດທະນາແບບຖາວອນ ແລະ ການຫຼຸດພົ້ນຈາກປະເທດດ້ອຍ ພັດທະນາ
ນັ້ນ, ສປປ ລາວ ຍັງຄົງມີຄວາມສ່ຽງຕໍ່ຜົນກະທົບຈາກພາຍນອກຢູ່. ໃນປີນີ້, ພວກເຮົາ
ໄດ້ປະສົບກັບຄວາມເຄັ່ງຕຶງທີ່ເພີ່ມຂື້ນ ຈາກສະພາບອາກາດ ປ່ຽນແປງ ແລະ ໄພພິບັດທຳມະຊາດ ທີ່ໄດ້ເຮັດໃຫ້ມີການສູນເສຍ ແລະ ຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນ
ຂອງປະຊາຊົນໃນຫຼາຍພາກສ່ວນຂອງ ໂລກຢ່າງຫຼວງຫຼາຍ. ຄືກັບປະເທດອື່ນໆນັ້ນ,
ສປປ ລາວ ກໍບໍ່ໄດ້ຖືກ ລະເວັ້ນ ແລະ ໄດ້ຮັບຜົນກະທົບຢ່າງໜັກ ຈາກໄພທຳມະຊາດ
ໂດຍສະເພາະ ໄພນໍ້າຖ້ວມທີ່ຍືດເຍື້ອໃນທົ່ວປະເທດ. ນີ້ແມ່ນໄພທຳມະຊາດທີ່ຮ້າຍແຮງ
ທີ່ສຸດ ທີ່ເຄີຍເກີດຂຶ້ນໃນປະຫວັດສາດຂອງປະເທດພວກເຮົາ. ທຸກມື້ນີ້, ໝູ່ບ້ານ 2,409
ແຫ່ງຈາກຈຳນວນ 8,464 ແຫ່ງ ຢູ່ໃນ 115 ເມືອງຈາກ 148 ເມືອງ ແມ່ນໄດ້ຮັບຜົນກະ
ທົບໂດຍໄພນໍ້າຖ້ວມຄັ້ງໃຫຍ່. ມູນຄ່າຂອງຄວາມເສຍຫາຍ ທີ່ແນ່ນອນ ແມ່ນຍັງບໍ່ເປັນ
ທີ່ຮູ້ຈັກເທື່ອ ໃນຂະນະທີ່ການປະເມີນຜົນ ຫຼັງ ໄພພິບັດ ຈະໄດ້ດຳເນີນຂຶ້ນ ໃນສອງສາມ
ເດືອນຂ້າງໜ້ານີ້. ໄພທຳມະຊາດນີ້ ໄດ້ສ້າງຜົນກະທົບຢ່າງຮ້າຍແຮງ ຕໍ່ຊີວິດການເປັນ
ຢູ່ຂອງປະຊາຊົນຢູ່ໃນຂົງເຂດທີ່ ຖືກກະທົບ. ໃນປັດຈຸບັນນີ້, ລັດຖະບານລາວ, ພ້ອມ
ກັບການຊ່ວຍເຫຼືອ ຈາກບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ລວມທັງບັນ
ດາອົງການທີ່ບໍ່ ຂຶ້ນກັບລັດຖະບານ ແລະ ບຸກຄົນຕ່າງໆ ແມ່ນໄດ້ສະໜອງການຊ່ວຍ
ເຫຼືອສຸກເສີນ ໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ເຊັ່ນການສະໜອງບ່ອນພັກເຊົາ
ຊົ່ວຄາວ, ອາຫານ ແລະ ການປິ່ນປົວສຸຂະພາບ. ດັ່ງນັ້ນ, ຂ້າພະເຈົ້າຈຶ່ງຂໍຖືໂອກາດນີ້
ສະແດງຄວາມຂອບໃຈຢ່າງສຸດຊຶ້ງ ແລະ ຄວາມຮູ້ບຸນຄຸນມາຍັງບັນດາປະເທດເພື່ອນ
ມິດ ແລະ ບັນດາອົງການຈັດຕັ້ງສາກົນທັງຫຼາຍ ສຳລັບການ ຊ່ວຍເຫຼືອທີ່ມີຄຸນຄ່າ ທີ່ໄດ້
ສະໜອງໃຫ້ພວກເຮົາ ໃນລະຫວ່າງເວລາທີ່ລຳບາກນີ້.”

ທ່​ານ ສະ​ເຫຼີມໄຊ ຍັງໄດ້​ເນັ້ນ​ຢ້ຳ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ປະ​ຕິ​ບັດ​ຕາມ​ຄຳ​ສັນ​ຍາ​
ຂອງຂໍ້ຕົກລົງ ປາຣີ ໂດຍບັນດາຜູ້ນຳໂລກ ແລະ ຄວາມສຳຄັນຕ່າງໆ ໃນການແກ້ໄຂ
ບັນຫາສະພາບອາກາດປ່ຽນແປງ ແລະ ການຈັດການກັບຄວາມສ່ຽງຕໍ່ໄພພິບັດໃນ ອາ
ຊຽນ. ໂດຍສະເພາະແມ່ນການສະໜັບສະໜູນຢ່າງຕໍ່ເນື່ອງ ຂອງສະຫະປະຊາຊາດ ສຳ
ລັບແຜນຍຸດທະສາດປະຕິບັດການຮ່ວມ ອາຊຽນ-ສະຫະປະຊາຊາດ ກ່ຽວກັບ ການຈັດ
ການໄພພິບັດປີ 2016-2020.

ສັນ​ຕິ​ພາບ ແລະ ຄວາມ​ປອດ​ໄພ​ຢູ່​ໃນ​ໂລກ​ກໍ​ເປັ​ນ​ອີກ​ນຶ່ງໃນບັນດາປັດ​ໄຈ​ທີ່​ສຳ​ຄັນ ຕໍ່​
ການພັດທະນາເສດຖະກິດຂອງທຸກໆປະເທດ. ເຊິ່ງທ່ານລັດຖະມົນຕີການຕ່າງປະເທດ
ລາວ ໄດ້ກ່າວຍົກຍ້ອງຄວາມສຳເລັດຂອງການຕົກລົງກັນແກ້ໄຂບັນຫາຄວາມຂັດແຍ້ງ
ໂດຍບັນດາຜູ້ນຳໂລກເມື່ອບໍ່ດົນມານີ້.

ທ່ານ ສະ​ເຫຼີມ​ໄຊ ກ່າວ​ວ່າ “ພວກ​ເຮົາ​ທຸກ​ຄົນ​ຮັບ​ຮູ້​ວ່າ ສັນ​ຕິ​ພາບ ແລະ ຄວາມ​ປອດ​ໄພ​
ແມ່ນສິ່ງຈຳເປັນສຳລັບການພັດທະນາເສດຖະກິດສັງຄົມ ສຳລັບທຸກປະເທດ. ສະນັ້ນ,
ພວກເຮົາຈຶ່ງຕ້ອງໄດ້ຮັກສາ ແລະ ສົ່ງເສີມສັນຕິພາບ ແລະ ຄວາມປອດໄພບໍ່ວ່າຈະເປັນ
ຢ່າງໃດກໍຕາມ. ປະສົບການໃນຄັ້ງຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ການລະງັບຄວາມ
ຂັດແຍ້ງດ້ວຍວິທີສັນຕິ ແມ່ນວິທີທີ່ດີທີ່ສຸດ ທີ່ຈະຮັບປະກັນສັນຕິພາບທີ່ຍືນຍົງ ເຊິ່ງມັນ
ມີຄວາມສຳຄັນ ສຳລັບການພັດທະນາແບບຍືນຍົງຂອງປະເທດໃດນຶ່ງ. ຍ້ອນແນວນັ້ນ,
ມັນຈຶ່ງເປັນໜ້າທີ່ຂອງປະຊາຄົມນາໆຊາດທີ່ຈະສ້າງການເຊື່ອຖືເຊິ່ງກັນແລະກັນຕໍ່ໄປ
ແລະ ຄວາມໝັ້ນໃຈໃນຄວາມພະຍາຍາມທີ່ຈະເອົາຊະນະສິ່ງທ້າທາຍ ທີ່ກຳລັງດຳເນີນ
ຢູ່ຮ່ວມກັນ ແລະ ຊອກຫາການແກ້ໄຂບັນຫາທີ່ສະຫງົບ ຕໍ່ຄວາມຂັດແຍ້ງ ຫຼືການຕໍ່ສູ້
ຕ່າງໆທີ່ພວກເຮົາໄດ້ເຫັນໃນຫຼາຍພາກພື້ນຂອງໂລກ.” ທ່ານລັດຖະມົນຕີໄດ້ກ່າວຕື່ມ
ວ່າ “ພວກເຮົາມີຄວາມຍິນດີກັບກອງປະຊຸມສຸດຍອດຄັ້ງປະຫວັດສາດລະຫວ່າງ ບັນດາ
ຜູ້ນຳຂອງສາທາລະນະລັດປະຊາທິປະໄຕ ເກົາຫຼີ ແລະ ສະຫະລັດ ອາເມຣິກາ ໃນເດືອນ
ມິຖຸນາທີ່ຜ່ານມາ ເຊິ່ງໄດ້ກາຍເປັນເຫດການທີ່ສຳຄັນໃນສາຍພົວພັນລະຫວ່າງສອງປະ
ເທດດັ່ງກ່າວ. ພວກເຮົາກໍມີຄວາມຍິນເຊັ່ນກັນກັບກອງປະຊຸມສຸດຍອດຄັ້ງທີ່ສາມ ລະ
ຫວ່າງບັນດາຜູ້ນຳຂອງສາທາລະນະລັດ ເກົາຫຼີ ກັບ ສາທາລະນະລັດປະຊາທິປະໄຕ
ເກົາຫຼີ ດ້ວຍຈຸດປະສົງທີ່ຈະພັດທະນາບໍ່ພຽງແຕ່ສາຍພົວພັນສອງຝ່າຍລະຫວ່າງ ສອງ
ປະເທດດັ່ງກ່າວເທົ່ານັ້ນ, ແຕ່ຍັງເປັນການແກ້ໄຂບັນຫາ ກ່ຽວກັບ ການປົດອາວຸດໃນ
ແຫຼມເກົາຫຼີ. ພວກເຮົາຫວັງວ່າ ແຮງຜັກດັນທີ່ເປັນແງ່ບວກນັ້ນ ຈະແຂງແກ່ນຂຶ້ນ, ຈະ
ປະກອບສ່ວນເຂົ້າ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ, ແລະ ການປົດອາ
ວຸດນິວເຄລຍໃນພາກພື້ນທັງໝົດ.”

ທ່ານ ສະ​ເຫຼີມ​ໄຊ ຍັງ​ໄດ້​ຮຽກ​ຮ້ອງໃຫ້​ສາ​ກົນ​ຢຸດ​ການ​ປິດ​ລ້ອມ​ທາງ​ເສດ​ຖະ​ກິດ​ຕໍ່​ປະ​ເທດ
ຄິວບາ ແລະ ໄດ້ສົ່ງເສີມການຮ່ວມມືນຳກັນ ແທນທີ່ຈະເປັນການປະເຊີນໜ້າກັນ.

ທ້າຍ​ສຸດ ໃນ​ການ​ກ່າວ​ສະຫຼຸບ​ຄຳ​ປາ​ໄສ​ນັ້ນ ທ່ານ ສະ​ເຫຼີມ​ໄຊ ກໍ​ໄດ້​ກ່າວ​ສະ​ໜັບ​ສະ​ໜູນ​
ຫົວຂໍ້ຂອງກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ສະໄໝທີ 73 ທີ່ວ່າ ເຮັດໃຫ້
ອົງການສະຫະປະຊາຊາດສຳຄັນຕໍ່ໝົດທຸກຄົນ ການນຳພາທົ່ວໂລກ ແລະ ຄວາມຮັບ
ຜິດຊອບຮ່ວມກັນ ສຳລັບສັນຕິພາບ, ຄວາມຍຸຕິທຳ ແລະ ສັງຄົມທີ່ໝັ້ນຄົງ ເຊິ່ງມັນມີ
ຄວາມສຳຄັນຕໍ່ສະຖານະການປັດຈຸບັນໃນທົ່ວໂລກ ແລະ ວຽກງານຂອງອົງການ ສະຫະ
ປະຊາຊາດ.

XS
SM
MD
LG