ຟັງລາຍງານພາສາລາວ:
ພວກນັກວິທະຍາສາດ ເວົ້າວ່າການເຮັດໃຫ້ຍຸງຕິດເຊື້ອແບັກທີເຣຍ ທໍາມະດາຊະນິດນຶ່ງ ສາມາດສະກັດກັ້ນການເຕີບໂຕຂອງເຊື້ອໄວຣັສ ທີ່ພາໃຫ້ເປັນໄຂ້ເລືອດອອກນັ້ນໄດ້.
ດາຣາມີລາຍງານກ່ຽວກັບເລື່ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.
Dengue fever ຫລືໄຂ້ເລືອດອອກ ແມ່ນມີຄວາມຮູ້ສຶກຄືກັນກັບການ ເປັນໄຂ້ຫວັດໃຫຍ່
ຂັ້ນໜັກ, ຊຶ່ງລວມທັງການເຈັບປວດກ້າມເນື້ອ ແລະຂໍ້ຕໍ່ກະດູກ. ອົງການອະນາໄມໂລກ
World Health Organization ຫລື WHO ເວົ້າວ່າ ອາດມີການຕິດເຊື້ອໄຂ້ເລືອດອອກ
ປະມານ 50 ລ້ານລາຍ ໃນແຕ່ລະປີຢູ່ໃນໂລກນີ້. ການເສຍຊີວິດຍ້ອນພະຍາດນີ້ ແມ່ນບໍ່
ຄ່ອຍມີຄືບໍ່ຮອດ 13 ພັນຄົນຕໍ່ປີ. ແຕ່ວ່າໄຂ້ເລືອດອອກໄດ້ແຜ່ຜາຍອອກໄປຢ່າງວ່ອງໄວ
ນັບແຕ່ຊຸມປີ 1970 ເປັນຕົ້ນມາ.
ພະຍາດທີ່ວ່ານີ້ ສ່ວນໃຫຍ່ແມ່ນມັກພົບເຫັນຢູ່ໃນເມືອງ. ອົງການ WHO ເວົ້າວ່າ ເວລານີ້
ປະຊາກອນໂລກປະມານ 40% ແມ່ນມີຄວາມສ່ຽງຕໍ່ການເປັນໄຂ້ເລືອດອອກ ຢູ່ໃນຫລາຍ
ກວ່າຮ້ອຍປະເທດ. ຂົງເຂດເອເຊຍຕາເວັນອອກສຽງໃຕ້ ແລະພາກຕາເວັນຕົກຂອງມະຫາສະ
ມຸດປາຊີຟິກ ແມ່ນເປັນເຂດທີ່ຖືກກະທົບຫລາຍທີ່ສຸດ. ໄຂ້ເລືອດອອກກໍມີຢູ່ໃນທະວີບອາ
ຟຣິກາ, ທະວີບອາເມຣິກາ ແລະພາກຕາເວັນອອກຂອງທະເລເມດີເຕີເຣນຽນ ຄືກັນ.
ບໍ່ມີຢາວັກຊິນໃດໆ ປ້ອງກັນຫລືຕ້ານພະຍາດໄຂ້ເລືອດອອກໄດ້ ແລະກໍບໍ່ມີວິທີການປິ່ນປົວ
ພະຍາດແບບພິເສດໃດໆ.
ທ່ານ ສະກັອດ ຣິດຈີ (Scott
Ritchie) ແຫ່ງມະຫາວິທະຍາ
ໄລ ເຈມສ໌ຄຸກ (James
Cook) ໃນເມືອງຄວີນສະແລນ
(Queensland) ປະເທດອອສ
ເຕຣເລຍ (Australia) ເວົ້າວ່າ
ຄວາມພະຍາຍາມໃນການຄວບ
ຄຸມ ແມ່ນແນເປົ້າໝາຍໃສ່ ຍຸງທີ່
ນໍາເອົາພະຍາດນີ້ໄປແຜ່ຜາຍ.
ທ່ານ ສະກັອດ ຣິດຈີ ເວົ້າວ່າ “ວິທີດຽວເທົ່ານັ້ນ ທີ່ຈະຄວບຄຸມພະຍາດນີ້ໄດ້ ກໍຄື
ຜ່ານການໃຊ້ຢາເຄມີຂ້າແມງໄມ້ ແລະບາງທີ ກໍອາດໃຊ້ທີການໃຫ້ການສຶກສາ ອົບຮົມໃຫ້ແກ່ປະຊາຄົມນໍາ. ແລະ ຍຸງບາງຈໍາພວກກໍມີຄວາມຕ້ານທານຕໍ່ຢາ
ຂ້າແມງໄມ້.”
ທ່ານສະກັອດ ຣິດຈີ ແລະພວກນັກວິທະຍາສາດຄົນອື່ນໆ ຈາກອອສເຕຣເລຍ ແລະສະ
ຫະລັດ ກໍາລັງດໍາເນີນການຄົ້ນຄວ້າຫາວິທີປາບພວກຍຸງເຫລົ່ານັ້ນແບບໃໝ່. ພວກເຂົາເຈົ້າ
ໄດ້ຂັດຂວາງ ຫລືສະກັດກັ້ນການເຕີບໂຕຂອງເຊື້ອໄວຣັສຂອງໄຂ້ເລືອດອອກ ຢູ່ໃນຍຸງ ໂດຍການເຮັດໃຫ້ມັນຕິດເຊື້ອແບັກທີເຣຍຊະນິດນຶ່ງ ທີ່ມີຊື່ວ່າ ໂວລບາເກຍ ພິພຽນທິສ
(Wolbachia pipientis). ເຊື້ອໂວລວາເກຍນີ້ ແມ່ນມັກຈະພົບເຫັນຢູ່ໃນຢູ່ໃນພວກແມງໝີ່
ທີ່ຕອມໝາກໄມ້ ແລະກໍປອດໄພສໍາລັບຄົນ.
ພວກນັກຄົ້ນຄວ້າ ໄດ້ປ່ອຍຍຸງທີ່ຕິດເຊື້ອແບັກທີເຣຍໂວລບາເກຍນັ້ນ ເຂົ້າໄປຢູ່ໃນຫ້ອງນຶ່ງ ບ່ອນທີ່ມີຍຸງທີ່ຍັງບໍ່ໄດ້ຕິດເຊື້ອ. ຍຸງທີ່ຕິດເຊື້ອໄປປະສົມພັນກັບຍຸງທີ່ຍັງບໍ່ຕິດເຊື້ອ ແລະ
ກໍແຜ່ເຊື້ອແບັກທີເຣຍອອກໄປຢ່າງສໍາເລັດຜົນ.
ຈາກນັ້ນ ພວກນັກຄົ້ນຄວ້າກໍໄດ້ທໍາການທົດລອງຢູ່ທາງນອກຢູ່ກາງອາກາດ. ພາຍໃນເວລາ
ສອງເດືອນ ເຂົາເຈົ້າໄດ້ປ່ອຍຍຸງທີ່ຕິດເຊື້ອແບັກທີເຣຍ ຫລາຍກ່ວາ 3 ແສນໂຕ ຢູ່ໃນສອງ
ເມືອງຂອງອອສເຕຣເລຍ ທີ່ຢູ່ຫ່າງໄກຈາກເມືອງໃຫຍ່ໆ.
ທ່ານສະກັອດ ໂອນີລ (Scott
O’Neill) ທີ່ມະຫາວິທະຍາໄລ
ໂມນາສ (Monash) ທີ່ນະ
ຄອນແມລເບີນ (Melbourne)
ເວົ້າວ່າ ພວກຍຸງເຫລົ່ານັ້ນ ໄດ້
ແຜ່ຜາຍເຊື້ອແບັກທີເຣຍໂວລບາ
ເກຍ ໄປໃສ່ພວກຍຸງຢູ່ທາງນອກ
ເຮືອນຢ່າງໄວວາ ຄືກັນກັບເວລາ
ທີ່ໄດ້ທົດລອງເຮັດຢູ່ໃນເຮືອນ.
ແລະເມື່ອໃດການປ່ອຍຍຸງທີ່ຕິດເຊຶ້ອແບັກທີເຣຍໂວລບາເກຍ
ໄດ້ຢຸດເຊົາໄປ ເຊື້ອເເບັກທີ
ເຣຍດັ່ງກ່າວກໍຍັງໄດ້ສືບຕໍ່
ແຜ່ຜາຍເພີ້ມຂຶ້ນຈົນຮອດ
ເວລາທີ່ການທົດລອງໄດ້ສິ້ນ
ສຸດລົງໃນຕອນທ້າຍລະດູຝົນ.
ແຜນການຂັ້ນຕໍ່ໄປ ກໍຄືວ່າ
ທໍາການທົດລອງໃນໄລຍະ 2 ຫລື 3 ປີ ຂ້າງໜ້າ ໃນເຂດທີ່ມີປະຊາຊົນຕິດເຊື້ອໄຂ້ເລືອດ
ອອກຫລາຍຄົນນັ້ນ.
ພວກນັກຄົ້ນຄວ້າ ໄດ້ຊີ້ແຈງກ່ຽວກັບວຽກງານທີ່ພວກເຂົາເຈົ້າເຮັດ ຢູ່ໃນບົດຂຽນສອງ
ບົດທີ່ພິມອອກເຜີຍແຜ່ໃນວາລະສານທໍາມະຊາດ ຫລື Nature.
ຍຸງຍັງເປັນພາຫານະນໍາເອົາເຊື້ອໄຂ້ມາເລເຣຍ ຫລືໄຂ້ຍຸງ ໄປແຜ່ຜາຍ ນໍາອີກ. ພວກຍຸງ ປະເພດທີ່ສີດເຊື້ອກາຝາກມາເລເຣຍ ເຂົ້າໃສ່ຜູ້ຄົນທີ່ມັນກັດນັ້ນ ມັກມີຫລາຍທີ່ສຸດໃນ
ຍາມຕາເວັນຕົກດິນ ແລະຕາເວັນຂຶ້ນ. ສະນັ້ນ ມຸ້ງກາງນອນແມ່ນຈະສາມາດຊ່ວຍປ້ອງ
ກັນບໍ່ໃຫ້ຄົນຖືກຍຸງກັດໄດ້ ໃນຍາມນອນຫລັບ. ແຕ່ວ່າ ຍຸງທີ່ແຜ່ຜາຍເຊື້ອໄຂ້ເລືອດອອກ
ທີ່ມີຊື່ວ່າ ເອອີດີສ໌ ເອຈິບທາຍ (Aedes aegypti) ນັ້ນ ແມ່ນມັກອອກກັດຄົນຫລາຍ
ທີ່ສຸດ ໃນຕອນກາງເວັນ.