ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄອຍະການພິເສດ ສອບຖາມ ລມຕ ຍຸຕິທຳ ທ່ານແຊັດຊັນສ໌ ແລະ ທ່ານໂຄມີ ອະດີດ ຜູ້ອຳນວຍການ FBI

ລັດຖະມົນຕີ ກະຊວງຍຸຕິທຳ ສະຫະລັດ ທ່ານແຈັຟ ແຊັດຊັນສ໌ (Jeff Sessions) ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ກະຊວງຍຸຕິທຳ ໃນນະຄອນຫຼວງ ວໍຊິງຕັນ.
ລັດຖະມົນຕີ ກະຊວງຍຸຕິທຳ ສະຫະລັດ ທ່ານແຈັຟ ແຊັດຊັນສ໌ (Jeff Sessions) ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ກະຊວງຍຸຕິທຳ ໃນນະຄອນຫຼວງ ວໍຊິງຕັນ.

ລັດຖະມົນຕີ ກະຊວງຍຸຕິທຳ ສະຫະລັດ ທ່ານແຈັຟ ແຊັດຊັນສ໌ ແລະ ອະດີດ
ຜູ້ອຳນວຍການ ອົງການສັນຕິບານກາງ ຫຼື FBI ທ່ານເຈມສ໌ ໂຄມີ ທັງສອງທ່ານ
ໄດ້ຖືກສຳພາດໂດຍທີມງານຂອງ ໄອຍະການພິເສດ ທ່ານຣໍເບີຣຕ໌ ມອລເລີ
ອັນເປັນສ່ວນນຶ່ງ ຂອງການສືບສວນສອບສວນ ກ່ຽວກັບການແຊກແຊງ ເຂົ້າໃນ
ການເລືອກຕັ້ງ ປີ 2016 ຂອງຣັດເຊຍແລະຂໍ້ກ່າວຫາວ່າມີການສົມຮູ້ຮ່ວມຄິດ
ລະຫວ່າງຣັດເຊຍ ແລະຄະນະໂຄສະນາຫາສຽງເລືອກຕັ້ງ ຂອງປະທານາທິບໍດີ
ດໍໂນລ ທຣຳ ນັ້ນ.

ອະດີດ ຜູ້ອຳນວຍການ ອົງການສັນຕິບານກາງ ຫຼື FBI ທ່ານຣໍເບີຣຕ໌ ມອນເລີ (Robert Mueller), ໄອຍະການພິເສດ ສອບສວນການແຊກແຊງເຂົ້າໃນການເລືອກຕັ້ງ ປີ 2016, ກຳລັງອອກມາຈາກລັດຖະສະພາ ຫຼື Capitol Hill ຫຼັງຈາກເຂົ້າຮ່ວມກອງປະຊຸມປິດລັບ ຢູ່ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 21 ມິຖຸນາ 2017.

ນັງສືພິມ ນິວຢອກ ໄທມສ໌ (New York Times) ລາຍງານ ໃນວັນອັງຄານວານນີ້
ວ່າ ທ່ານແຊັດຊັນສ໌ ໄດ້ຖືກສອບຖາມ ຫຼາຍຊົ່ວໂມງ ເມື່ອສັບປະດາແລ້ວນີ້ ກ່ຽວກັບ
ການຕິດຕໍ່ຂອງທ່ານ ກັບບັນດາເຈົ້າໜ້າທີ່ຣັດເຊຍ ແລະວ່າ ທ່ານທຣຳ ໄດ້ຂັດຂວາງ
ຂະບວນການຍຸຕິທຳ ຫຼືບໍ່ ໃນຂະນະດຽວກັນ ທ່ານໂຄມີ ໄດ້ຖືກສຳພາດເມື່ອປີກາຍນີ້
ທີ່ກ່ຽວຂ້ອງກັບເອກກະສານບັນທຶກ ຫຼາຍສະບັບ ທີ່ທ່ານໄດ້ຂຽນໄວ້ ກ່ຽວກັບ ການ
ພົວພັນຕ່າງໆຂອງທ່ານ ກັບທ່ານທຣຳ ນັ້ນ.

ທ່ານອຽນ ພຣາຍເອີຣ (Ian Prior) ໂຄສົກ ກະຊວງຍຸຕິທຳ ໄດ້ຢືນຢັນເຖິງການ
ສຳພາດ ທ່ານແຊັດຊັນສ໌ ແຕ່ໄດ້ປະຕິເສດ ທີ່ຈະໃຫ້ລາຍລະອຽດ.

ທ່ານຊັກ ຄູເປີຣ (Chuck Cooper) ທະນາຍຄວາມສ່ວນຕົວຂອງທ່ານແຊັດຊັນສ໌
ຜູ້ທີ່ມີລາຍງານວ່າ ໄດ້ຕິດຕາມທ່ານລັດຖະມົນຕີ ໃນການໄປໃຫ້ສຳພາດ ເຊິ່ງທ່ານ
ໄດ້ກ່າວວ່າ ທ່ານບໍ່ມີຄຳເຫັນຫຍັງ.

ອະດີດ ຜູ້ອຳນວຍການ ອົງການສັນຕິບານກາງ ຫຼື FBI ທ່ານເຈມສ໌ ໂຄມີ (James Comey) ຍິ້ມແຍ້ມ ໃນລະຫວ່າງ ການໃຫ້ປາກຄຳຕໍ່ ຄະນະກຳມະການສືບລັບ ຂອງສະພາສູງ ຢູ່ທີ່ລັດຖະສະພາ ຫຼື Capitol Hill, ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 8 ມິຖຸນາ 2017.

ສ່ວນທ່ານເດວິດ ເອັນ ແຄລີ (David N. Kelley) ຜູ້ເປັນທະນາຍຄວາມ ຢູ່ ບໍລິສັດ
ກົດໝາຍ Dechert LLP ໃນນະຄອນນິວຢອກ ຜູ້ທີ່ວ່າຄວາມໃຫ້ທ່ານໂຄມີ ໄດ້ກ່າວ
ວ່າ ທ່ານບໍ່ສາມາດ “ຢັ້ງຢືນ ຫຼື ປະຕິເສດ” ກ່ຽວກັບ ລາຍງານການສອບຖາມ ຂອງ
ທ່ານໂຄມີ ໂດຍຫ້ອງການຂອງທ່ານມອລເລີ ນັ້ນ.

ສຳນັກງານຂອງໄອຍະການພິເສດ ກໍໄດ້ປະຕິເສດທີ່ຈະໃຫ້ຄຳເຫັນ ກ່ຽວກັບການ
ສຳພາດບຸກຄົນທັງສອງ.

ໂຄສົກທຳນຽບຂາວ ທ່ານນາງ ແຊຣາ ຮັກກະບີ ແຊນເດີຣສ໌ ໄດ້ກ່າວວ່າ ທຳນຽບຂາວ
ໄດ້ໃຫ້ການຮ່ວມມື ກັບການສືບສວນຂອງທ່ານມອລເລີ ແຕ່ໄດ້ປະຕິເສດ ທີ່ຈະກ່າວ
ວ່າ ທ່ານທຣຳ ຕົກລົງຈະໄປຕອບຄຳຖາມຕ່າງໆຂອງໄອຍະການພິເສດ ຫຼືບໍ່.

ທ່ານທຣຳ ໄດ້ເອີ້ນ ການສືບສວນສອບສວນດັ່ງກ່າວຊ້ຳແລ້ວຊ້ຳອີກ ວ່າ “ເປັນການຫາເລື່ອງຈັບຜິດ ຫຼື witch hunt” ໂດຍກ່າວວ່າ ບໍ່ມີການສົມຮູ້
ຮ່ວມຄິດ ລະຫວ່າງຄະນະໂຄສະນາຫາສຽງຂອງທ່ານ ແລະ ຣັດເຊຍ.

Session Mueller Interview
please wait

No media source currently available

0:00 0:01:15 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG