ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໕ ຕຸລາ ໒໐໒໓

ປ. ທຣຳ ຈັດໂຮມຊຸມນຸມ ພວກສະໜັບສະໜູນ ຫຼັງຈາກ ມີລາຍງານ ການຕັ້ງ ຄະນະຕຸລາການ


ໄອຍະການພິເສດ Robert Mueller ທີ່ຕຶກລັດຖະສະພາ ສະຫະລັດ, 21 ມິຖຸນາ 2017.

ປະທານາທິບໍດີ ດໍ​ໂນ​ລ ທຣຳ ​ໃນ​ຄຳ​ປາ​ໄສ​ແບບ​ທ້າ​ທາຍ ​ໃນ​ການ​ໂຮມ​ຊຸມນຸມ​ທີ່​ລັດ
West Virginia ​ໃນ​ແລງ​ວັນ​ພະຫັດ​ວານ​ນີ້ ​ເອີ້ນຂ່າວການ​ກ່າວ​ຫາ​ທີ່​ວ່າ ຄະນະ​ໂຄ
ສະນາ​ຫາ​ສຽງ​ຂອງ​ທ່ານ ມີ​ຄວາມ​ສຳພັນ ​ກັບຣັດ​ເຊຍ​ນັ້ນ ​ເປັນ​ຂ່າວ​ທີ່ “​ເສກ​ສັນ​ປັ້ນ​
ແຕ່ງ​ທັງ​ໝົດ“ ທີ່​ເຮັດ​ໃຫ້​ພວກ​ຄັດຄ້ານ ​ທາງ​ການເມືອງ ​ຕໍ່​ທ່ານ ມີ​ຄວາມ​ຮູ້ສຶກ ​ດີ​ຂຶ້ນ
ກ່ຽວ​ກັບ​ຕົນ​ເອງ ຫຼັງຈາກ​ໄດ້​ສູນ​ເສຍ​ການ​ເລືອກ​ຕັ້ງ ​ໃນ​ປີ​ກາຍ​ນີ້.

​ໄອ​ຍະ​ການ​ພິ​ເສດ Robert Mueller ​ໄດ້ແຕ່ງຕັ້ງຄະນະ​ຕຸລາການຂຶ້ນ​ ອີງ​ຕາມ​ລາຍ
​ງານ​ຂອງ​ໜັງສືພິມ Wall Street Journal ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ ກ່ອນ​ໜ້ານັ້ນ ຊຶ່ງ​ເປັນ
​ການ​ເພີ່ມທະວີ​ທີ່​ສຳຄັນ ​ໃນ​ການ​ສືບສວນ​ຂອງ​ທ່ານກ່ຽວ​ກັບ​ການ​ແຊກ​ແຊງ​ຂອງຣັດ
​ເຊຍ ​ເຂົ້າ​ໃນ​ການ​ເລືອກ​ຕັ້ງປີ​ກາຍ​ນີ້.

ປະທານາທິບໍດີ​ທຣຳ ກ່າວ​ຕໍ່​ຝູງ​ຊົນ​ ທີ່​ພາກັນ​ຮ້ອງ​ເຊຍ ຢູ່ທີ່​ເມືອງ Huntington ວ່າ
“ພວກ​ເຂົາ​ພະຍາຍາມ​ທີ່​ຈະ​ໂກງ​ທ່ານບໍ່​ໃຫ້​ມີ​ຜູ້ນຳ​ທີ່​ພວກ​ທ່ານ​ຕ້ອງການດ້ວຍ​ຂ່າວ
​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ ນັ້ນ​ແມ່ນ​ການ​ກະທຳ​ທີ່​ບໍ່​ດີ​ຕໍ່​ພວກ​ເຮົາ​ທັງ​ໝົດ.”

ທ່ານ​ທຣຳ​ ກ່າວ​ເຖິງ​ການ​ສືບສວນ ຂອງ​ໄອ​ຍະ​ການ​ພິ​ເສດ​ວ່າ “ຂ້າພະ​ເຈົ້າຫວັງ​ວ່າ
ການ​ຕັດສິນ​ຂັ້ນສຸດ​ທ້າຍ ຈະ​ເປັນ​ການ​ຕັດສິນ​ທີ່​ຊື່ສັດ​ແທ້ໆ.”

Trump: 'Failed Voices in Washington Oppose Our Movement'
please wait

No media source currently available

0:00 0:00:33 0:00

ປະທານາທິບໍດີ ກ່າວ​ຕື່ມ​ວ່າ “ສິ່ງ​ທີ່​ໄອ​ຍະ​ການ ຄວນ​ຈະ​ທຳ​ການ​ສືບສວນ​ນັ້ນ ​ແມ່ນ
​ອີ​ແມ​ລທີ່​ຖືກ​ລຶບ 33,000 ໜ້າ ຂອງ​ທ່ານ​ນາງ Hillary Clinton.”

ທ່ານ​ນາງ Clinton ຜູ້​ສະໝັກ​ເປັນ​ປະທານາທິບໍດີ​ຂອງ​ພັກ​ເດ​ໂມ​ແຄຣັດ ​ໄດ້​ຊະນະ​
ຄະ​ແນນ​ສຽງ​ຂອງ​ປະຊາຊົນ ​ແຕ່​ທ່ານ​ທຣຳ ຜູ້​ສະໝັກ​ຂອງ​ພັກຣີພັບ​ບລີ​ກັນ ​ໄດ້​ຊະ
ນະ​ການ​ເລື​ອກຕັ້ງ ປະທານາທິບໍດີ ຍ້ອນ​ໄດ້​ຮັບ ​ຄະ​ແນນ​ສຽງ​ພຽງພໍ ​ຈາກ​ຄະນະ​ຜູ້
​ປ່ອນ​ບັດ​ທີ່​ຕາງໜ້າ​ໃຫ້​ລັດ​ຕ່າງໆ​.

ການ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ​ຂອງ​ປະທານາທິບໍດີ ມີ​ຂຶ້ນ​ໃນ​ຂະນະ​ທີ່​ພວກ​ນັກວິ​ເຄາະ
​ແລະ​ນັກ​ວິຈານ​ການ​ເມືອງ ກ່າວ​ຢ້ຳ​ເຖິງ​ຄວາມ​ຈິງ​ຈັງໃນ​ການຈັດຕັ້ງຄະ​ນະ​ຕຸລາການ
ຂອງ​ໄອ​ຍະ​ການ​ພິ​ເສດ ຢູ່​ທີ່​ນະຄອນຫຼວງຂອງ​ສະຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG