ໄອຍະການພິເສດ ທ່ານ ໂຣເບີດ ມອລເລີ ໄດ້ແນະນຳ ບໍ່ໃຫ້ຈັບທ່ານ ໄມເຄິລ ຟລິນ
ເຂົ້າຄຸກ, ເຊິ່ງອ້າງເຖິງ “ການຊ່ວຍເຫຼືອສ່ວນນຶ່ງ” ຂອງອະດີດທີ່ປຶກສາດ້ານຄວາມ
ປອດໄພແຫ່ງຊາດ ໃນການສືບສວນສອບສວນ ກ່ຽວກັບ ການແຊກແຊງ ໃນການ
ເລືອກຕັ້ງປະທານາທິບໍດີປີ 2016 ໂດຍ ຣັດເຊຍ ຂອງທ່ານ.
ທ່ານ ຟລິນ ໄດ້ລະພາບຜິດໃນການຂີ້ຕົວະອົງການສັນຕິບານກາງ ຫຼື FBI ກ່ຽວກັບ
ການພົວພັນຂອງທ່ານ ກັບອະດີດເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ສະຫະລັດ
ທ່ານ ເຊີເກ ຄິສລຽກ (Sergey Kislyak).
ນອກນັ້ນ ທ່ານຍັງໄດ້ໃຫ້ຄຳເວົ້າທີ່ບໍ່ເປັນຈິງຫຼາຍຄັ້ງ ກ່ຽວກັບ ການແລ່ນວິ້ງເຕັ້ນຂອງ
ທ່ານ ສຳລັບ ເທີກີ.
ໃນສຳນວນສານລັດຖະບານກາງ ເມື່ອຕອນຄ່ຳຂອງວັນອັງຄານວານນີ້, ທ່ານ ມອລເລີ
ເວົ້າວ່າ ທ່ານ ຟລິນ ໄດ້ສະໜອງ “ຂໍ້ມູນໂດຍກົງ” ກ່ຽວກັບ ຫົວຂໍ້ ແລະ ສ່ວນປະກອບ
ຂອງການພົວພັນ ລະຫວ່າງ ກຸ່ມລັດຖະບານໃໝ່ຂອງທ່ານ ທຣຳ ກັບ ບັນດາເຈົ້າໜ້າທີ່
ລັດຖະບານ ຣັດເຊຍ. ໄດ້ມີການຄິດໄວ້ວ່າ ລາຍລະອຽດຂອງຂໍ້ມູນດັ່ງກ່າວນີ້ ອາດຖືກ
ລວມຢູ່ໃນບັນທຶກ, ແຕ່ເອກະສານເວົ້າວ່າ ຍ້ອນ “ຄວາມລະອຽດອ່ອນຂອງຂໍ້ມູນ ກ່ຽວ
ກັບ ການສືບສວນສອບສວນທີ່ກຳລັງດຳເນີນຢູ່ນັ້ນ”, ຂໍ້ມູນບາງອັນຈຶ່ງໄດ້ຖືກປົກປິດ
ໄວ້.
ຂໍ້ມູນດັ່ງກ່າວແມ່ນໄດ້ຮັບມາໃນລະຫວ່າງການສຳພາດ 19 ຄັ້ງກັບທ່ານ ຟລິນ, ແລະ
ລວມມີເອກະສານຫຼາຍສະບັບ ແລະ ການສື່ສານອື່ນໆນຳ.
ທ່ານ ມອລເລີ ໄດ້ກ່າວໃນສຳນວນສານຂອງທ່ານວ່າ ຈາກການພິຈາລະນາໃນການ
ຊ່ວຍເຫຼືອບາງສ່ວນຂອງທ່ານ ຟລິນ ໃນການສືບສວນສອບສວນຫຼາຍຄັ້ງທີ່ກຳລັງດຳ
ເນີນຢູ່ນັ້ນ, ບຸກຄະລິກຂອງທ່ານ ແລະ ການຮັບໃຊ້ກອງທັບ ສະຫະລັດ ເປັນເວລາ 33
ປີ ລວມທັງການປະຕິບັດພາລະກິດຕໍ່ສູ້ດົນ 5 ປີນັ້ນ, ທ່ານຈຶ່ງໄດ້ສະເໜີແນະວ່າ ບໍ່ໃຫ້
ທ່ານ ຟລິນ ຖືກຈັບເຂົ້າຄຸກ.
ບັນທຶກຂອງທ່ານ ມອລເລີ ຈະຖືກສົ່ງໄປໃຫ້ຜູ້ພິພາກສາ ທົບທວນການຕັດສິນຄະດີ
ຂອງທ່ານ ຟລິນ.
ທ່ານຈະຖືກຕັດສິນໂທດຢູ່ສານປະຈຳເຂດ ສະຫະລັດ ສຳລັບນະຄອນຫຼວງ ວໍຊິງຕັນ
ໃນວັນທີ 18 ເດືອນທັນວານີ້. ພາຍໃຕ້ນະໂຍບາຍການຕັດສິນໂທດລັດຖະບານກາງ
ນັ້ນ, ທ່ານ ຟລິນ ອາດຖືກຈັບເຂົ້າຄຸກໃນລະຫວ່າງ ໄລຍະເວລາສັ້ນ ເຖິງ 6 ເດືອນ.