ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​​ໄອ​ຍະ​ການ​ພິ​ເສດ ກ່າວ​ວ່າ ທ່ານ​ມາ​ນາ​ຝອດ ໃຫ້​ການ​ເທັດ​ ຕໍ່ ອົງ​ການ​ສືບ​ສວນ ລັດ​ຖະບານ​ກາງ


ທ່ານ ພອລ ມານາຝອດ ອະດີດຫົວໜ້າໂຄສະນາຫາສຽງຂອງ
ທ່ານທຣຳ ເດີນ​ອອກ​ຈາກ​ສານລັດ​ຖະ​ບານ​ການ ເຂດ​ນຶ່ງ​ ຫຼັງ​ຈາກ​ຮັບ​ຟັງ​ຄຳ​ໃຫ້​ການ​ແລ້ວ, ​ວໍ​ຊິງ​ຕັນ, 23 ພຶດ​ສະ​ພາ 2018.
ທ່ານ ພອລ ມານາຝອດ ອະດີດຫົວໜ້າໂຄສະນາຫາສຽງຂອງ ທ່ານທຣຳ ເດີນ​ອອກ​ຈາກ​ສານລັດ​ຖະ​ບານ​ການ ເຂດ​ນຶ່ງ​ ຫຼັງ​ຈາກ​ຮັບ​ຟັງ​ຄຳ​ໃຫ້​ການ​ແລ້ວ, ​ວໍ​ຊິງ​ຕັນ, 23 ພຶດ​ສະ​ພາ 2018.

ທ່ານ ພອ​ລ ມາ​ນາ​ຝອດ ອະ​ດີດ​ຫົວ​ໜ້າ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ທ​ຣຳ ໄດ້​ລະ​ເມີ​ດ
​ຂໍ້ຕົກ​ລົງກັບ​ໄອ​ຍະ​ການ​ລັດ​ຖະ​ບານ​ກາງ​ສະ​ຫະ​ລັດ ໂດຍ​ທີ່​ໄດ້ໃຫ້​ການເທັດ​ຕໍ່​ຄະ​ນະ
​ສືບ​ສວນ ຊຶ່ງ​ຫ້ອງ​ການ​ຂອງໄອ​ຍະ​ການ​ພິ​ເສດ ທ່ານ​ໂຣ​ເບີ​ຣ໌ດ ມັ​ລ​ເລີ ໄດ້​ກ່າວ​ໄວ້
ໃນ​ວັນ​ຈັນ​ວານ​ນີ້.

ທ່ານມາ​ນາ​ຝອດ ຜູ້​ຊຶ່ງ​ປະ​ເຊີນ​ໜ້າ​ກັບ​ການ​ຖືກ​ຕິດ​ຄຸກ ເປັນ​ເວ​ລາ 10 ປີ ໃນ ຄວາມ​ຜິດ
ທາງ​ດ້ານ​ການ​ເງິນ​ຫຼາຍໆ​ກະ​ໂທງນັ້ນ ໄດ້​ຕົກ​ລົງ​ທີ່​ຈະໃຫ້​ການ​ຮ່ວມ​ມື​ກັບ​ຄະ​ນະ​ສືບ​ສວນ
ເພື່ອ​ຊອກ​ຫາ​ການ​ສົມ​ຮູ້​ຮ່ວມ​ຄິດ ລະ​ຫວ່າງ​ໜ່ວຍ​ໂຄ​ສະ​ນາ​ຫາ​ສຽງ​ຂອງປະ​ທາ​ນາ​ທິ
​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ​ກັບ​ການ​ແຊກ​ແຊງເຂົ້າ​ໃນ​ການ​ເລືອກ​ຕັ້ງ​ຂອງ​ຣັດ​ເຊຍ
ໃນ ປີ 2016.

​ເພື່ອ​ແລກ​ປ່ຽນກັບ​ການ​ຮ່ວມ​ມື​ຂອງ​ທ່ານ ​ໃນ​ການ​ຕອບ​ຄຳ​ຖາມ​ຕ່າງໆ “​ຢ່າງ​ຄົບ ຖ້ວນ ດ້ວຍຄວາມ​ຈິງ ແລະ​ກົງ​ໄປ​ກົງ​ມາ” ນັ້ນ ​ຂໍ້​ກ່າວ​ຫາ​ບາງຂໍ້ ຕໍ່ທ່ານມາ​ນາ​ຝອດ ແມ່ນ​ໄດ້
​ຖືກ​ຍົກ​ເລີກ ແລະ​ຄະ​ນະ​ໄອ​ຍະ​ການ​ສາ​ມາດ​ ຮ້ອງຂໍໃຫ້​ຫຼຸດ​ໂທດ ຕິດ​ຈຳ​ຄຸກໜ້ອຍລົງ
ໃຫ້​ແກ່​ຜູ້​ກ່ຽວ.

​ແຕ່ ຫ້ອງ​ການ​ຂອງທ່ານມັ​ລ​ເລີ ກ່າວ​ວ່າ ທ່ານມາ​ນາຝອດ ​ໄດ້​ລະ​ເມີດຄຳ​ໝັ້ນ​ສັນ​ຍາ
ແລະ​ຍັງ​ໄດ້​ລະ​ເມີດ​ກົດ​ລະ​ບຽບຂອງ​ລັດ​ຖະ​ບານ​ກາງ​ອີກ ​ດ້ວຍການ​ກໍ່ “ອາ​ຊະ​ຍາ​ກຳ ​
ແລະ​ຂີ້ຕົວະ.”

ຫ້ອງ​ການ​ດັ່ງ​ກ່າວ ບໍ່​ໄດ້ໃຫ້​ລາຍ​ລະ​ອຽດ​ວ່າ ທ່ານມາ​ນາ​ຝອດ ຂີ້​ຕົວະ​ຫຍັງ​ແທ້
ແຕ່​ວ່າ​ໃ​ຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ໃຫ້​ລາຍ​ລະ​ອຽດ​ຕາມ​ພາຍ​ຫລັງ. ທະ​ນາຍ​ຄວາມ​
ຂອງ ທ່ານມາ​ນາຝອດ ໄດ້​ປະ​ຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາເຫຼົ່າ​ນີ້.

​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ ແມ່ນໝາຍ​ຄວາມ​ວ່າ ​ຂໍ້​ກ່າວ​ຫາ​ຕໍ່ທ່ານມາ​ນາຝອດທີ່ ​ຖືກ​ຍົກ
​ເລີກໄປ​ນັ້ນ ສາ​ມາດ​ທີ່​ຈະ​ນຳ​ກັບ​ຄືນ​ມາ​ໃສ່​ໂທດ​ທ່ານ​ໄດ້ ແລະ​ເບິ່ງ​ຄື​ວ່າ​ຄະ​ນະ​ໄອ​ຍະ​
ການຈະ​ບໍ່​ອ່ອນ​ຂໍ້​ ໃນ​ການ​ລົງ​ໂທດ​ຖານ​ເບົາ ອີກຕໍ່​ໄປ.

ທ່ານມາ​ນາຝອດ ແມ່ນ​ຍັງ​ຢູ່​ໃນ​ຄຸກ ​ເພື່ອລໍ​ຖ້າການ​ຕັດ​ສິນ​ລົງໂທດ ຊຶ່ງ​ທັງ​ສອງ​ຝ່າຍ
ໃນ​ປະ​ຈຸ​ບັນ​ນີ້ ກ່າວ​ວ່າ ມັນ​ບໍ່​ມີ​ເຫດ​ຜົນ​ໃດ​ໆ ທີ່​ຈະ​ຊັກ​ຊ້າ​ອີກ​ແລ້ວ.

ຜູ້​ທີ່​ພົວ​ພັນທີ່​ໃກ້​ຊິດ​ກັບ​ທ່ານ​ທ​ຣຳ ອີກ​ຄົນ​ນຶ່ງ ກໍ​ຄື ອະ​ດີດ​ທີ່​ປຶກ​ສາ​ດ້ານ​ການ​ຕ່າງ​ປະ​ເທດ
ທ່ານຈອຣ໌ຈ ປາ​ປາ​ໂດ​ປູ​ໂລ​ສ ທີ່​ໄດ້​ເລີ້ມ​ເຂົ້າ​ຄຸກ ເປັນ​ເວລາ 14 ມື້ ໃນ​ວັນ​ຈັນ​ວານ​ນີ້​
ຍ້ອນ​ໃຫ້​ການ​ເທັດ​ຕໍ່​ຄະ​ນະ​ສືບ​ສວນ ໃນ​ເລື້ອງ​ຣັດ​ເຊຍ.

ຜູ້​ພິ​ພາກ​ສາ​ສານ​ລັດ​ຖະ​ບານ​ກາງ ໄດ້​ປະ​ຕິ​ເສດ​ຕໍ່​ການ​ຂໍ​ອຸ​ທອນ ທີ່​ຈະ​ເລື່ອນ​ເວ
ລາ​ໃນ​ການ​ຂອງ​ການ​ຕິດ​ຄຸກ ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ລໍ​ຖ້າ​ໃຫ້ສານຂໍ​ອຸ​ທອນ​ຕັດ​ສິນວ່າ
ການ​ແຕ່ງ​ຕັ້ງທ່ານມັ​ລ​ເລີ​ນັ້ນ ​ຖືກ​ຕ້ອງ​ຕາມ​ກົດ​ລັດ​ຖະ​ທົມະ​ນູນ ຫຼື​ບໍ່.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG