ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານສະພາ ອິນໂດເນເຊຍ ພົວພັນ ໃນການ ສໍ້ລາດບັງຫຼວງ


ປະທານສະພາອິນໂດເນເຊຍ ທ່ານ Setya Novanto ກ່າວຕໍ່ບັນດານັກຂ່າວ.
ປະທານສະພາອິນໂດເນເຊຍ ທ່ານ Setya Novanto ກ່າວຕໍ່ບັນດານັກຂ່າວ.

ປະທານສະພາ​ອິນ​ໂດ​ເນ​ເຊຍ ​ໄດ້​ຖືກ​ລະບຸ​ຊື​ວ່າ ​ເປັນ​ຜູ້​ຕ້ອງ​ສົງ​ໄສ​ ໃນ​ການສໍ້​ລາດ​ບັງ​ຫລວງຫລາຍ​ລ້ານ​ໂດ​ລາ ທີ່​ພົວ​ພັນ​ກັບ​ການ​ຈັດຕັ້ງປະຕິບັດ ​ບັດປະ​ຈຳ​ໂຕ​ອີ​ເລັກ​ໂຕຣ
ນິກແຫ່ງຊາດ.

ຫົວໜ້າ​ຄະນະ​ກຳມະການລົບ​ລ້າງ​ການ​ສໍ້​ລາດ​ບັງ​ຫລວງ​ລັດຖະບານ ທ່ານ Agus
Rahardjo ກ່າວໃນ​ວັນ​ຈັນ​ວານ​ນີ້​ວ່າ ມີ​ຫລັກ​ຖານ​ພຽງພໍ​ທີ່ ປະທານ​ສະພາ ທ່ານ
Setya Novanto ​ໄດ້​ເຂົ້າ​ຮ່ວມໃນ​ແຜນການຍັກຍອກ​ເງິນຫລາຍ​ເຖິງ 170 ລ້ານ​
ໂດ​ລາ ລະຫວ່າງ​ປີ 2011 ​ແລະ 2012 ປະມານ​ນຶ່ງ​ສ່ວນສາມ​ຂອງ 440 ລ້ານ​ໂດ​ລາ
ທີ່​ໄດ້ມອບ​ໃຫ້​ແກ່​ໂຄງການ.

ທ່ານ Rahardjo ກ່າວ​ວ່າ ທ່ານ Novanto ຜູ້​ທີ່​ຍັງ​ຮັບ​ໃຊ້ ເປັນ​ປະທານ​ພັກ Golka
​ແມ່ນ​ເປັນ​ທີ່ເຊື່ອ​ວ່າ ​ໃຊ້​ອຳນາດໄປໃນ​ທາງ​ຜິດ​ ໂດຍ​ການ​ເຮັດໃຫ້​ຕົນ​ເອງຮັ່ງມີ ​ແລະ​
ຄົນ​ອື່ນໆ.

ທ່ານ Novanto ​ໄດ້​ປະຕິ​ເສດ​ຕໍ່ການ​ກ່າວ​ຫາ​ໃນ​ວັນ​ອັງຄານມື້​ນີ້ ລະຫວ່າງ​ກອງ​ປະ
​ຊຸມ​ນັກ​ຂ່າວ.

ບັນດາ​ນັກ​ກາ​ນ​ເມືອງ​ຂັ້ນ​ສູງຄົນ​ສຳຄັນ​ຂອງ​ອິນ​ໂດ​ເນ​ເຊຍ ​ໄດ້​ພົວພັນ​ຢູ່​ໃນ​ກາ​ນສໍ້ລາດ
ຮວມທັງ​ລັດຖະມົນຕີ​ຍຸຕິ​ທຳ ​ແລະ​ອະດີດ​ລັດຖະມົນ​ຕີ​ພາຍ​ໃນ. ​ເຈົ້າ​ໜ້າ​ທີ່​ລັດຖະບານ​
ສອງ​ຄົນ​ ກຳລັງ​ຢູ່​ໃນລະຫວ່າງ​ການ​ໄຕ່​ສວນ ​ໃນ​ການ​ພົວພັນ​ກັບ​ຄະດີ ທີ່​ອາດ​ຈະ​ທົດ​ສອບຄວາມ​ເພີ່ງ​ພໍ​ໃຈ​ຂອງປະທານາທິບໍດີ Joko Widodo ທີ່​ຈະ​ເອົາ​ຄວາມ​ໜັກ​ແໜ້ນ​ຕ້ານການ​ສໍ້​ສາດ​ຂອງ​ເຈົ້າ​ໜ້າ​ທີ່.

ອິນ​ໂດ​ເນ​ເຊຍ​ຢູ່​ໃນ​ອັນ​ດັບ​ທີ 90 ຂອງ​ຈຳນວນ​ທັງ​ໝົດ 176 ປະ​ເທດ ທີ່ຢູ່ໃນ​ບັນຊີລັດ
ຖະບານທີ່​ສໍ້​ລາດ​ບັງ​ຫລວງຫລາຍ​ທີ່​ສຸດ​ໃນ​ໂລກ ໂດຍ​ການ​ເກັບ​ກຳ​ຂອງ​ອົງການ​ສິ້ງ
ຊອມ​ຄວາມ​ໂປ່​ງ​ໃສສາກົນ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG