ທ່ານ ໄມຄ໌ ຈອນສັນ ປະທານສະພາຜູ້ແທນປະຊາຊົນສະຫະລັດ ໃນວັນອັງຄານ ສັ່ງໃຫ້ຍົກທຸງຢູ່ຕຶກລັດຖະສະພາສະຫະລັດຂື້ນສູ່ລະດັບຄວາມສູງເຕັມທີ່ໃນມື້ເຂົ້າຮັບຕໍາແໜ່ງໂດຍລະງັບຄຳສັ່ງໃຫ້ເອົາທຸງລົງເປັນເວລາ 30 ວັນ ພາຍຫຼັງການເສຍຊີວິດຂອງອະດີດປະທານາທິບໍດີ ທ່ານ ຈິມມີ ຄາຣເຕີ ອີງຕາມການລາຍງານຂອງອົງການຂ່າວ ເອພີ
ການຕັດສີນໃຈຂອງຜູ້ນໍາ ພັກຣີພັບຣີກັນ ໝາຍຄວາມວ່າປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ ດໍໂນລ ທຣໍາ ຈະບໍ່ສາບານຕົວເຂົ້າຮັບຕໍາແໜ່ງເປັນສະໄໝທີ 2 ພາຍໃຕ້ທຸງເຄິ່ງເສົາຊຶ່ງເປັນສີ່ງທີ່ ທ່ານ ດໍໂນລ ທຣໍາ ສະແດງຄວາມບໍ່ພໍໃຈມາກ່ອນ
ຊຶ່ງສະທ້ອນເຖິງການກະທຳທີ່ໄດ້ຖືກປະຕິບັດໃນຊຸມມື້ທີ່ຜ່ານໂດຍຜູ້ປົກຄອງລັດ ຣີພັບລີກັນບາງທ່ານໄດ້ປະກາດວ່າທຸງໃນລັດຂອງພວກເຂົາຈະຖືກຍົກຂື້ນມາໃນວັນຖະການເພື່ອສະເຫຼີມສະຫຼອງສະໄໝທີສອງຂອງ ທ່ານ ດໍໂນລ ທຣໍາ
ຜູ້ປົກຄອງລັດ ອາລາບາມາ ທ່ານ ເຄຍ ໄອວີ ແລະ ຜູ້ປົກຄອງລັດ ເທນເນສຊິ ທ່ານ ບິລລີ ໄດ້ປະກາດເລື່ອງນີ້ເມື່ອວັນອັງຄານວານນີ້ ໂດຍກ່າວໃນໂພສສື່ສັງຄົມອ໋ອນລາຍວ່າ ທຸງຊາດສະຫະລັດທົ່ວລັດຈຖືກຫຼຸດລະດັບລົງໃນວັນທີ 21 ມັງກອນເພື່ອເປັນກຽດໃຫ້ແກ່ ປະທານາທິບໍດີ ຈິມມີ ຄາຣເຕີ ທ່ານ ເກຣັກ ແອບບອຕ ຜູ້ປົກຄອງລັດເທັກຊັສ ກໍ່ໄດ້ອອກປະກາດທີ່ຄ້າຍຄືກັນເມື່ອວັນຈັນຜ່ານມາ
ລະຍະເວລາການຫຼຸດທຸງ 30 ວັນ ກຳນົດເປັນການເຄື່ອນໄຫວຕາມຄຳສັ່ງຂອງປະທານາທິບໍດີ ທ່ານ ໂຈ ໄບເດນ ຊຶ່ງມີຜົນກັບທຸງທີ່ອາຄານຂອງລັດຖະບານກາງແລະບໍລິເວນນັ້ນ ລວມເຖິງສະຖານທູດສະຫະລັດ ແລະ ສະຖານທີ່ອື່ນ ໆ ໃນຕ່າງປະເທດ ລວມເຖິງຖານທັບແລະເຮືອລົບໂດຍລະຍະເວລາດັ່ງກ່າວຈະມີຜົນໄປຈົນເຖິງວັນທີ 28 ມັງກອນ ຊຶ່ງກວມເອົາເຖິງພິທີເຂົ້າຮັບຕໍາແໜ່ງຂອງທ່ານ ດໍໂນລ ທຣໍາ ແລະ ອາທິດທຳອິດຂອງການດຳລົງຕໍາແໜ່ງ. ຕາມຄຳສັ່ງຂອງທ່ານ ໂຈ ໄບເດນ ຜູ້ປົກຄອງລັດທົ່ວປະເທດໄດ້ອອກຄຳສັ່ງຂອງຕົນເອັງເພື່ອຄວບຄຸມທຸງໃນລັດຂອງຕົນ
ປະທານາທິບໍດີຄົນໃໝ່ສະແດງຄວາມວິຕົກກັງວົນວ່າທຸງຕ່າງ ໆ ຈະຍັງຄົງຖືກເຊີນລົງເມື່ອເຂົາໃຫ້ຄຳສາບານຕົນແລະມີຄວາມເປັນໄປໄດ້ທີ່ທ່ານສາມາດສັ່ງໃຫ້ມີການຖອນຄືນການຕັດສີນໃຈຂອງ ທ່ານ ໂຈ ໄບເດນ ພາຍຫຼັງທີ່ ທ່ານ ດໍໂນລ ທຣໍາ ໄດ້ຮັບການແຕ່ງຕັ້ງເປັນປະທານາທິບໍດີໃນວັນທີ 20 ມັງກອນ
ທ່ານ ດໍໂນລ ທຣໍາ ຂຽນໃນວັນທີ 03 ມັງກອນໃນສື່ສັງຄົມອອນລາຍນ໌
ວ່າ “ ພັກເດໂມແຄຣຕຮູ້ສຶກ” ຕື່ນເຕັ້ນຫຼາຍກັບແນວຄິດທີ່ຈະມີການເຊີນທຸງລົງໃນວັນພິທີສາບານຕົນເຂົ້າຮັບຕໍາແໜ່ງ
ທ່ານ ທຣໍາຂຽນວ່າ “ ບໍ່ມີໃຜຢາກເຫັນເລື້ອງນີ້” ເຂົາກ່າວເສີມວ່າ “ ຊາວອາເມຣິກັນບໍ່ມີທາງມີຄວາມສຸກໄດ້ມາເບິ່ງກັນວ່າມັນຈະເປັນຢ່າງໃດ MAKE AMERICAN GREAT AGAIN
ທ່ານ ດໍໂນລ ທຣໍາ ໄດ້ດຳເນີນການກ່ຽວກັບທຸງທີ່ເຂົາສາມາດຄວບຄຸມໄດ້ແລ້ວ ທີີ່ບ້ານຂອງເຂົາໃນຟລໍຣິດາໃນຊ່ວງບໍ່ພໍເທົ່າໃດວັນຫຼັງຈກາພິທີຝັງສົບຂອງ ທ່ານ ຈິມມີ ຄາຣເຕີ້ ມີຄົນສັງເກດເຫັນທຸງສະຫະລັດຂະໜາດໃຫຍ່ທີ່ສະໂມສອນສ່ວນຕົວຂອງທ່ານ ທຣໍາ ທີ່ ມາຣອາລາໂກ ຖືກໂບກສະບັດດ້ວຍຄວາມສູງເຕັມທີ່ເຖິງຈະມີຄຳສັ່ງຈາກ ທ່ານ ຣອນເດິຊານຕິສ ຜູ້ວ່າການລັດຟລໍຣິດາ ທີ່ປະຕິບັດຕາມຄຳສັ່ງຂອງທ່ານ ໂຈ ໄບເດນກໍຕາມ
ເມື່ອວັນອັງຄານທີ່່ຜ່ານມາຮ ທ່ານ ຣອນ ເດິຊານຕິສ ຍັງບໍ່ໄດ້ທຳການປ່ຽນແປງໃດ ໆ ຕໍ່ຄຳສັ່ງທຸງໃນສະຫະລັດເອັງ
ປະມວນກົດໝາຍທຸງຊາດສະຫະລັດກຳນົດຂອບເຂດໃນການຫຼຸດທຸງຊາດສະຫະລັດລົງເຄິ່ງເສົາລວມເຖິງລະຍະເວລາ 30 ວັນສຳລັບປະທານາທິບໍດີຄົນປັດຈຸບັນຫຼືອະດີດປະທານາທິບໍດີໃນການຄຸມທຸງທີ່ອາຄານຂອງລັດຖະບານກາງແລະບໍລິເວນໂດຍຮອບຕະຫຼອດຈົນທີ່ສະຖານທູດສະຫະລັດແລະສະຖານທີ່ອື່ນ ໆ ໃນຕ່າງປະເທດລວມເຖິງສະຖານທີ່ທາງທະຫານແລະເຮືອລົບ
ອ່ານຂ່າວນີ້ເປັນພາສາອັງກິດ
House Speaker Mike Johnson on Tuesday ordered that flags at the U.S. Capitol be raised to their full height on Inauguration Day, pausing a 30-day flag-lowering order following the death of former President Jimmy Carter.
The Republican leader's decision means that President-elect Donald Trump will not take the oath of office for his second term under a half-staff flag, a prospect that he had previously complained about.
It mirrors actions taken in recent days by some Republican governors who have announced that flags in their states would be raised on Inauguration Day to mark Trump's second term.
Alabama Gov. Kay Ivey and Tennessee Gov. Bill Lee did so on Tuesday, noting in social media posts that U.S. flags across their states would be relowered on Jan. 21 in honor of Carter. Texas Gov. Greg Abbott issued a similar notice on Monday.
The 30-day flag-lowering period, set into motion with President Joe Biden's order, affects flags at federal government buildings and their grounds, as well as at U.S. embassies and other facilities abroad, including military installations and vessels. It runs through Jan. 28, which encompasses Trump's inauguration and first week in office. In line with Biden's order, governors throughout the country issued their own orders to govern flags in their respective states.
The incoming president has expressed consternation that flags would still be lowered when he takes the oath, and it's possible that he could order the overall reversal of Biden's decision once he's installed as president on Jan. 20.
"Democrats are all 'giddy'" about the notion that flags will be lowered on Inauguration Day, Trump wrote Jan. 3 on social media.
"Nobody wants to see this," Trump wrote. He added that "no American can be happy about it. Let's see how it plays out. MAKE AMERICA GREAT AGAIN!"
Trump has already taken action over the flags that he can control: at his home in Florida. In the days following Carter's burial, a large U.S. flag at Trump's private Mar-a-Lago club was observed flying at its full height, despite an order from Florida Gov. Ron DeSantis that mirrors Biden's.
As of Tuesday, DeSantis had not made alterations to the flag order in his own state.
The U.S. flag code lays out parameters for lowering the U.S. flag to half-staff, including a 30-day period for current or former presidents to cover flags at federal government buildings and their grounds, as well as at U.S. embassies and other facilities abroad, including military installations and vessels.
ຟໍຣັມສະແດງຄວາມຄິດເຫັນ