ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສານ​ສູງ​ສຸດ ສ​ເປນ ອະ​ນຸ​ມັດ ການ​ຂຸດ ​ຊາກ​ກະ​ດູກ​ ຂອງ​ທ່ານ ຟ​ຣັງ​ໂກ ຂຶ້ນ​ມາ


ແມ່​ຍິງ​ຄົນ​ນຶ່ງ ກັ້ງ​ຄັນ​ຮົ່ມຢູ່​ສຸ​ສານ Valle de los Caidos (The Valley of the Fallen), ສຸ​ສານ​ທີ່​ຝັງ​ກະ​ດູກ​ອະ​ດີດ​ຜູ້​ນຳ​ຜະ​ເດັດ​ການຂອງ ສ​ເປນ, ທ່ານ ແຟ​ຣນ​ຊິ​ສ​ໂກ ຟ​ຣັງ​ໂກ, ເຂດນອກ​ນະ​ຄອນຫຼວງ ມາດ​ຣິດ, ສ​ເປນ.
ແມ່​ຍິງ​ຄົນ​ນຶ່ງ ກັ້ງ​ຄັນ​ຮົ່ມຢູ່​ສຸ​ສານ Valle de los Caidos (The Valley of the Fallen), ສຸ​ສານ​ທີ່​ຝັງ​ກະ​ດູກ​ອະ​ດີດ​ຜູ້​ນຳ​ຜະ​ເດັດ​ການຂອງ ສ​ເປນ, ທ່ານ ແຟ​ຣນ​ຊິ​ສ​ໂກ ຟ​ຣັງ​ໂກ, ເຂດນອກ​ນະ​ຄອນຫຼວງ ມາດ​ຣິດ, ສ​ເປນ.

ສານ​ສູງ​ສຸດ​ຂອງ ສ​ເປນ ໄດ້​ຕັດ​ສິນ​ວ່າ ລັດ​ຖະ​ບານ​ສາ​ມາດ​ຂຸດ​ຊາກ​ກະ​ດູກ​ຂອງ​ອະ​ດີດ
ຜູ້ນຳຜະເດັດການ ທ່ານ ແຟຣນຊິສໂກ ຟຣັງໂກ ຂຶ້ນມາ, ໂດຍປະຕິເສດການຄັດຄ້ານ
ຂອງຄອບຄົວທ່ານ ຟຣັງໂກ.

ຊາກ​ກະ​ດູກ​ດັ່ງ​ກ່າວ​ຈະ​ຖືກ​ຍ້າຍ​ອອກ​ຈາກ​ສຸ​ສານ Valley of the Fallen ທີ່​ຖືກ​ສ້າງ​ຂຶ້ນ​
ໂດຍຜູ້ນຳກອງທັບຜະເດັດການ ຢູ່ນອກນະຄອນຫຼວງ ມາດຣິດ ໄປຢູ່ສຸສານທີ່ທຳມະດາ
ກວ່າ ບ່ອນທີ່ພັນລະຍາຂອງລາວຖືກຝັງຢູ່.

ທ່ານ ຟ​ຣັງ​ໂກ ໄດ້​ປົກ​ຄອງ​ປະ​ເທດ ສ​ເປນ ຈາກ​ທ້າຍ​ສົງ​ຄາມ​ກາງ​ເມືອງ ສ​ເປນ ໃນ​ປີ
1939 ຈົນທ່ານເສຍຊີວິດໃນປີ 1975.

ບັນ​ດາ​ນັກ​ວິ​ພາກວິ​ຈານ​ໄດ້​ກ່າວ​ວ່າ ສຸ​ສານ​ຂອງ​ທ່ານ ຟ​ຣັງໂກ ໃນ​ສຸ​ສານ Valley of
the Fallen ມີແຕ່ຍົກຍ້ອງຜູ້ນຳຜະເດັດການຄົນດັ່ງກ່າວ ແລະ ລະບອບການປົກຄອງ
ທີ່ໂຫດຫ້ຽມອຳມະຫິດນັ້ນ, ໃນຂະນະທີ່ຜູ້ສະໜັບສະໜູນຂອງທ່ານ ຟຣັງໂກ ໄດ້ກ່າວ
ປະນາມການຕັດສິນໃຈດັ່ງກ່າວວ່າ ເປັນການດູໝິ່ນທີ່ຮຸນແຮງ.

ທ້າວ ໂຮ​ເຊ ຫຼຸຍ ມ​ເຕອອ​ສ ຜູ້​ໂຄ​ສະ​ນາ​ຕໍ່​ຕ້ານ​ທ່ານ ຟ​ຣັງ​ໂກ ໄດ້​ກ່າວ​ວ່າ “ການ​ຂຸດ​ຊາກ
ກະດູຂອງທ່ານ ຟຣັງໂກ ຂຶ້ນມາແມ່ນສິ່ງຈຳເປັນ, ມັນເປັນເລື່ອງທີ່ບ້າຫຼາຍ ທີ່ເງິນທຶນສາ
ທາລະນະ ແລະ ງົບປະມານຂອງລັດຖະບານ ຖືກໃຊ້ເພື່ອຮັກສາລາວຢູ່ໃນສຸສານນັ້ນ
ເຊິ່ງຄ່າໃຊ້ຈ່າຍແມ່ນມີຄວາມສຳຄັນຫຼາຍຕໍ່ປະຊາຊົນ.”

ທ້າວ ປີ​ຢາ ກູ​ຕີ​ເອ​ເຣັ​ສ ຜູ້​ສະ​ໜັບ​ສະ​ໜູນ​ທ່ານ ຟ​ຣັງ​ໂກ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຕົກ​ໃຈ​
ຫຼາຍທີ່ເຂົາເຈົ້າລົບຫລູ່ຂຸມຝັງສົບຂອງທ່ານ ຟຣັງໂກ. ປະມຸກລັດຄືທ່ານ ຟຣັງໂກ ຜູ້ທີ່
ຖືກຮັກຫອມໂດຍປະຊາຊົນ ແລະ ປະຊາຄົມນານາຊາດ.”

ການ​ຕັດ​ສິນ​ດັ່ງ​ກ່າວ​ແມ່ນ​ໄຊ​ຊະ​ນະ​ສຳ​ລັບພັກ​ສັງ​ຄົມ​ນິ​ຍົມ ຂອງລັດ​ຖະ​ບານ ​ນາ​ຍົກ​ລັດ​
ຖະມົນຕີ ເປໂດຣ ຊານເຊັສ (Pedro Sanchez), ເຊິ່ງໄດ້ຖືເອົາການຂຸດຊາກສົບຂຶ້ນ
ມາ ເປັນນຶ່ງໃນຄຳສັນຍາທີ່ສຳຄັນ ຂອງການໂຄສະນາຫາສຽງ ຂອງເຂົາເຈົ້າ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG