ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກການເມືອງສະເປນ ທີ່ເກົ່າແກ່ ຖືກຍິງຢູ່ໃນຄະນອນ ມາດຣິດ


ໜ່ວຍກູ້ໄພ ປິດບັງລົດພະຍາບານ ທີ່ຈອດຢູ່ໃນຈຸດເກີດເຫດການຍິງໃນນະຄອນມາດຣິດ ປະເທດສເປນ ວັນທີ 9 ພະຈິກ 2023
ໜ່ວຍກູ້ໄພ ປິດບັງລົດພະຍາບານ ທີ່ຈອດຢູ່ໃນຈຸດເກີດເຫດການຍິງໃນນະຄອນມາດຣິດ ປະເທດສເປນ ວັນທີ 9 ພະຈິກ 2023

ເຈົ້າໜ້າທີ່ຕຳຫຼວດຂອງສະເປນ ກ່າວວ່າ ອະດີດນັກການເມືອງຝ່າຍຂວາ ທ່ານ ອາເລຮານໂດຣ ວີດາລ-ຄົວດຣັສ (Alejandro Vidal-Quadras) ໄດ້ຖືກນຳ ສົ່ງໄປໂຮງໝໍ ຫຼັງຈາກຖືກຍິງໃສ່ໃບໜ້າໃນນະຄອນຫຼວງ ມາດຣິດ.


ທ່ານ ອາເລໂຮ ວີດາລ-ຄົວດຣັສ ອາຍຸ 78 ປີ, ເປັນສະມາຊິກຂອງພັກປະຊາ ນິຍົມທີ່ມີຫົວອະນຸລັກນິຍົມຂອງສະເປນ ແລະ ເຄີຍເປັນຜູ້ນຳໃນພາກພື້ນ ຄາຕາໂລເນຍ, ໄດ້ຖືກຍິງຢູ່ໃນເຂດຊາລາມັງກາ ທີ່ຮັ່ງມີຢູ່ໃຈກາງຂອງນະ ຄອນຫຼວງມາດຣິດ ໃນເວລາປະມານບ່າຍ 1 ໂມງ 30 ຕາມເວລາໃນທ້ອງ ຖິ່ນ.


ທ່ານວິດາລ-ຄົວດຣັສ ແມ່ນມີສະຕິຢູ່ເວລາທີ່ທ່ານຖືກນຳສົ່ງໄປໂຮງໝໍ.
ຕຳຫຼວດໄດ້ລະບຸໂຕຊາຍສອງຄົນທີ່ມີສ່ວນກ່ຽວຂ້ອງກັບເຫດການຍິງດັ່ງກ່າວ ຜູ້ທີ່ສາມາດຫລົບໜີໄປໄດ້ດ້ວຍລົດຈັກສີດຳ. ມືປື, ທີ່ໃສ່ມວກກັນກະທົບ, ໄດ້ລົງຈາກລົດຈັກເພື່ອດຳເນີນການຍິງ.

ບໍ່ມີການຈັບກຸມ ລຸນຫຼັງເຫດການຍິງດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG