ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຕຳຫລວດສະເປນ ຍິງຜູ້ຕ້ອງສົງໄສ ທີ່ຂັບລົດຕູ້ ໂຈມຕີນະຄອນ ບາເຊີໂລນາ ຕາຍ


ພວກເຈົ້າໜ້າທີ່ຕຳຫລວດຕິດອາວຸດ ຢືນຍາມຢູ່ໃກ້ກັບ Subirats, ປະເທດສະເປນ.
ພວກເຈົ້າໜ້າທີ່ຕຳຫລວດຕິດອາວຸດ ຢືນຍາມຢູ່ໃກ້ກັບ Subirats, ປະເທດສະເປນ.

ຜູ້​ຕ້ອງ​ສົງ​ໄສ​ສີ່​ຄົນ​ທີ່​ຖືກ​ຈັບໄດ້ໃນ​ການ​ພົວພັນ​ກັບ ການ​ຂັບ​ລົດ​ຕູ້ໂຈມ​ຕີ​ເຖິງ​ຕາຍໃນ
ອາທິດ​ແລ້ວ​ນີ້​ ຢູ່​ໃນ​ນະຄອນ Barcelona ມີ​ກຳນົດຈະ​ປາກົດ​ໂຕ​ຢູ່ສານ​ໃນ​ວັນ​ອັງຄານ
​ມື້​ນີ້ ນຶ່ງ​ມື້ ​ຫລັງ​ຈາກ​ຕຳຫລວດ​ໄດ້​ຍິງ​ຜູ້​ຊາຍ​ຄົນ​ນຶ່ງ​ຕາຍ ທີ່​ເຂົາ​ເຈົ້າ​ກ່າວ​ວ່າ ​ເປັນ​ຄົນ​
ຂັບ​ລົດ​ຕູ້ນັ້ນ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ບ່ອນ​ລີ້​ຊອນ​ຜູ້​ຊາຍ 12 ຄົນ​ທີ່​ຢູ່​ເບື້ອງ​ຫລັງ​ການ​ໂຈມ​ຕີ ​ແລະ​
ຜູ້​ຕ້ອງ​ສົງ​ໄສ​ອີກ​ແປດ​ຄົນ​ອາດ​ຖືກ​ຕຳຫລວດ​ຍິງ​ຕາຍ ​ຫລື​ຕາຍ​ຍ້ອນ​ອຸບັດ​ເຫດ​ລະ​ເບີດ
ຢູ່​ບ່ອນ​ເຮັດ​ລະ​ເບີດ​ຂອງ​ພວກເຂົາ ກ່ອນ​ມື້​ໂຈມ​ຕີ.

ການ​ຕາມ​ລ່າ​ຄັ້ງ​ໃຫຍ່ ​ຜູ້​ຕ້ອງ​ສົງ​ໄສ​ຄົນສຸດ​ທ້າຍ ທ້າວ Younes Abouyaaqoub ​ໄດ້
​ສິ້ນ​ສຸດ​ລົງ​ໃນ​ວັນ​ຈັນ​ວານ​ນີ້ ​ຢູ່ເຂດນອກ​ເມືອງ ທີ່​ເປັນ​ສວນ​ປູກໝາກ raisin ​ເຮັດ​ເຫ​ລົ້າ
​ແວງ ປະມານ 45 ກິ​ໂລ​ແມັດ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ນະຄອນ Barcelona. ພວກ​
ເຈົ້າ​ໜ້າ​ທີ່ີກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຍິງ​ຜູ້​ລົບ​ໜີ ຫລັງ​ຈາກ​ລາວ​ໄດ້​ຍົກ​ຂຶ້ນ ​ອັນ​ທີ່​ປາກົດ​ວ່າ​
ເປັນ​ສາຍ​ແອວລະ​ເບີດ ຊຶ່ງ​ເວລາ​ຕໍ່​ມາ​ໄດ້​ພົບ​ເຫັນ​ວ່າໄດ້ເປັນ​ຂອງ​ປອມ.

ບັນດານັກການເມືອງ ແລະແຂກຜູ້ມີກຽດ ພາກັນໄວ້ອາໄລຢູ່ Barcelona's Sagrada Familia Basilica ແກ່ບັນດາຜູ້ເຄາະຮ້າຍ ແລະໄດ້ຮັບບາດເຈັບ..
ບັນດານັກການເມືອງ ແລະແຂກຜູ້ມີກຽດ ພາກັນໄວ້ອາໄລຢູ່ Barcelona's Sagrada Familia Basilica ແກ່ບັນດາຜູ້ເຄາະຮ້າຍ ແລະໄດ້ຮັບບາດເຈັບ..

ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຂອງ​ເມືອງ Catalan ທ່ານ Joaquin Forn ກ່າວ​ຕໍ່​ວິທະ
ຍຸ Catalunya ວ່າ“ທຸກ​ສິ່ງ​ທຸກ​ຢ່າງ​ເນັ້ນ​ໜັກ” ​ໃສ່​ທ້າວ Younes Abouyaaqoub ວ່າ
​ຢູ່​ເບື້ອງ​ຫລັງ​ການ​ຂັບ​ລົດ​ຕູ້ ລະຫວ່າງ​ການ​ໂຈມ​ຕີຢູ່​ນະຄອນ Barcelona ​ໃນ​ວັນ​ພະຫັດ​
ແລ້ວ​ນີ້ ທີ່​ເຮັດໃຫ້​ມີ​ຜູ້​ເສຍ​ຊີວິດ 15 ຄົນ.

ຕຳຫລວດ​ກ່າວ​ວ່າ ​ຫຸ່ນຍົນເກັບ​ກູ້​ລະ​ເບີດ​ໄດ້ຖືກສົ່ງເຂົ້າ​ໄປ​ຫາ​ສົບຂອງ​ຜູ້​ຊາຍ ດັ່ງກ່າວ
ຫລັງ​ຈາກຍິງຕາຍ​ ​ເພື່ອ​ກວດເບິ່ງວ່າ​ເປັນ​ສາຍແອວ​ສະຫຼະ​ຊີບແທ້ຫຼືບໍ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Spain Attacks
please wait
Embed

No media source currently available

0:00 0:01:43 0:00

XS
SM
MD
LG