ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ ສເປນ ຕິດຕັ້ງ ສິ່ງກີດຂວາງ ຫົນທາງ ເພື່ອຈັບຜູ້ຕ້ອງສົງໄສ ໂຈມຕີ ກໍ່ການຮ້າຍ


ບັນດາເຈົ້າໜ້າທີ່ຢືນໃກ້ກັບສິ່ງກີດຂວາງຫົນທາງ ໃນຕອນເລີ່ມ
ຕົ້ນຂອງເທດສະການໃນເມືອງ Bilbao. ປະເທດ ສເປນ. 19 ສິງຫາ, 2017.
ບັນດາເຈົ້າໜ້າທີ່ຢືນໃກ້ກັບສິ່ງກີດຂວາງຫົນທາງ ໃນຕອນເລີ່ມ ຕົ້ນຂອງເທດສະການໃນເມືອງ Bilbao. ປະເທດ ສເປນ. 19 ສິງຫາ, 2017.

ການຕາມລ່າຫາໂຕຄົນຂັບລົດຕູ້ຢູ່ປະເທດ ສເປນ ທີ່ພ່າຝູງຊົນໄປໃນນະຄອນ ບາເຊ
ໂລນາ ໃນສັບດາແລ້ວນີ້ ແມ່ນເພັ່ງເລງໃສ່ເມືອງເມືອງທາງພາກຕາເວັນອອກສຽງເໜືອ
ຄືເມືອງ Ripoll ກັບເມືອງ Manlleu ໃນວັນອາທິດມື້ນີ້.

ຕຳຫຼວດໄດ້ຕັນຫົນທາງຫຼາຍບ່ອນ ຫວັງວ່າຈະພົບເຫັນ ທ້າວ Younes
Abouyaaquoub ອາຍຸ 22 ປີ ເຊື້ອສາຍມາຣົກ ຊຶ່ງພວກເຂົາເຈົ້າສົງໄສວ່າຢູ່ເບື້ອງຫຼັງ
ຂອງການໂຈມຕີໃນວັນພະຫັດແລ້ວນີ້ ທີ່ສັງຫານຜູ້ຄົນ 13 ຄົນ ແລະເຮັດໃຫ້ບາດເຈັບ
ຫຼາຍກວ່າ 100 ຄົນນັ້ນ.

ການໂຈມຕີອີກແຫ່ງນຶ່ງ ທີ່ພົວພັນກັນ ໃນອີກຫຼາຍໆຊົ່ວໂມງຕໍ່ມາ ໃນເມືອງຕາກອາກາດ
Cambrils ໄດ້ເອົາຊີວິດປະຊາຊົນໄປອີກນຶ່ງຄົນ ແລະເຮັດໃຫ້ບາດເຈັບອີກ 6 ຄົນ ເວລາ
ລົດຄັນນຶ່ງ ໄດ້ແລ່ນພ່າຝູງຊົນ ກ່ອນຕຳຫຼວດຈະຍິງຄົນຂັບ ແລະ ຂ້າພວກຕ້ອງສົງໄສອີກ
ຫ້າຄົນຕາຍ ຫຼັງຈາກພວກເຂົາຫຼົບໜີຈາກລົດໄປ.

ນອກຈາກທ້າວ Abouyaaquoub ແລ້ວກໍຍັງມີການຊອກຄົ້ນຫາຕົວພວກຕ້ອງສົງໄສ
ອີກສອງຄົນ ທີ່ເປັນຜູ້ສອນສາສະໜາ ຄື ອີມາມ Abdelbaki Es Satty. ພວກເຈົ້າໜ້າ
ທີ່ເຊື່ອວ່າທ້າວ Es Satty ອາດເປັນຜູ້ສັ່ງສອນພວກທຳການໂຈມຕີດັ່ງກ່າວ.

ຕຳຫຼວດຈັບໄດ້ ແລະ ຄຸມຂັງໄວ້ສີ່ຄົນ ທີ່ພວກເຂົາເຈົ້າເຊື່ອວ່າ ພົວພັນກັບການໂຈມຕີ
ດັ່ງກ່າວນັ້ນແລ້ວ.

ພວກນັກສືບສວນກຳລັງພາກັນພະຍາຍາມລົງຄວາມເຫັນຢູ່ວ່າ ພວກຕ້ອງສົງໄສດັ່ງກ່າວ
ທີ່ກຳລັງທຳການລ່າຫາໂຕຢູ່ ໄດ້ຖືກຂ້າໃນກາງຄືນວັນພຸດທີ່ຜ່ານມາ ໃນການລະເບີດ
ເຮືອນຫຼັງນຶ່ງໃນເມືອງ Alanar ນັ້ນ ຫຼືບໍ່.

XS
SM
MD
LG