ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໔ ກຸມພາ ໒໐໒໖

ພວກນັກບິນ ສາຍການບິນ ສະເປນ ນັດຢຸດງານ (ເບິ່ງວີດີໂອ)

ພວກເຮືອບິນຂອງສາຍການບິນ Iberia ຈອດຢູ່ເດີ່ນເຮືອບິນ Barajas ຂອງກຸງມາດຣິຕເນື່ອງຈາກການນັດຢຸດ ງານຂອງພວກນັກບິນ.
ວັນທີ 10 ເມສາ 2012.
ພວກເຮືອບິນຂອງສາຍການບິນ Iberia ຈອດຢູ່ເດີ່ນເຮືອບິນ Barajas ຂອງກຸງມາດຣິຕເນື່ອງຈາກການນັດຢຸດ ງານຂອງພວກນັກບິນ. ວັນທີ 10 ເມສາ 2012.

ສາຍ​ການບິນ Iberia ຂອງ​ສະ​ເປ​ນ ​ໄດ້​ຍົກ​ເລີກ​ຖ້ຽວ​ບິນ 150 ຖ້ຽວ​ໃນ​ວັນ​ຈັນວານ​ນີ້ ຂະ​ນະທີ່​ພວກ​ນັກ​ບິນ​ນັດ​ຢຸດ​ງານ​ທໍາ​ການ​ປະ​ທ້ວງ​ຕໍ່​ການ​ລິ​ເລີ້​ມສາຍ​ການບິນ​ໃໝ່ Iberia Express ​ໃນ​ລາຄາ​ຖືກ​ນັ້ນ.

ພວກ​ນັກ​ບິນ​ສາຍ​ການບິນ Iberia ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ວາງ​ແຜນທໍາ​ການ​ນັດ​ຢຸດ​ງານ 30 ຄັ້ງ ຄື​ໃນ​ທຸກໆ​ວັນ​ຈັນ​ແລະ​ວັນ​ສຸກ ​ນັບ​ແຕ່​ປັດຈຸບັນ​ໄປ​ຮອດ​ວັນ​ທີ 20 ກໍລະກົດ. ພວກ​ນັກ​ບິນ​ກ່າວ​ວ່າ ການ​ເລີ້ມສາຍ​ການບິນ​ໃໝ່ເປັນ​ໄພ​ຄຸກ​ຄາມ​ຕໍ່​ວຽກ​ການ​ ແລະ​ສະພາບ​ການ​ເຮັດ​ວຽກ​ເຮັດ​ການ​ຂອງ​ເຂົາ​ເຈົ້າ ​ແລະ​ຝ່າຝືນ​ກົດໝາຍ​ແຮງ​ງານ​ທີ່​ໄດ້​ຈັດ​ຕັ້ງ​ຂຶ້ນ​ເວລາ​ສາຍ​ການບິນ Iberia ຮວມ​ເຂົ້າກັນ​ກັບສາຍ​ການບິນ British Airways ນັ້ນ.

ສາຍ​ການບິນລາຄາ​ຖືກ Iberia Express ເລີ້ມ​ດໍາ​ເນີ​ນງານ​ໃນທ້າຍ​ເດືອນ​ແລ້ວ​ນີ້ ທີ່​ບິນໃນໄລຍະ​ສັ້ນ​ໄປ​ຍັງ​ຫົວ​ເມືອງ​ຕ່າງໆ​ຂອງສະ​ເປ​ນ ​ແລະ​ຈຸດໝາຍ​ປາຍທາງ​ບາງ​ແຫ່ງ​ໃນ​ຢູ​ໂຣບ ທີ່​ມີ​ວັດຖຸ​ປະສົງ​ເພື່ອຕໍ່​ຖ້ຽວ​ບິນ​ໃນ​ໄລຍະ​ຍາວ​ຂອງ​ສາຍ​ການບິນ Iberia ​ໄປ​ຍັງຈຸດໝາຍ​ປາຍທາງ​ອື່ນໆ.

ບໍລິສັດ​ທີ່​ເປັນເຈົ້າ​ຂອງ Iberia Express ​ກ່າວ​ວ່າ ຕົນ​ຈໍາ​ເປັນ​ຕ້ອງ​ຈັດຕັ້ງ​ສາຍ​ການບິນລາຄາ​ຖືກເພື່ອ​ເພີ່ມ​ກໍາ​ໄລ​ຂອງ​ຕົນ​ຂຶ້ນ.

XS
SM
MD
LG