ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກະສັດ ສະເປນ ຊົງກ່າວໂອວາດ ໂດຍກົງຕໍ່ພວກ ແບ່ງແຍກດິນແດນ ຄາຕາໂລເນຍ ໃນວັນຄຣິສມັສ


ກະສັດ ເຟີລິບເປ ອົງທີ 6 ຊົງກ່າວໂອວາດ ຕາມປະເພນີ ເນື່ອງໃນວັນຄຣິສມັສ ຢູ່ທີ່ ພະລາດສະວັງ ຊາຣຊູແອລາ (Zarzuela Palace) ໃນນະຄອນ ມາດຣິດ໌ ຂອງສະເປນ,
ວັນທີ 23 ທັນວາ 2017 ໃນພາບຖ່າຍນີ້ ທີ່ໄດ້ຖືກເຜີຍແພ່ ໃນວັນທີ 24 ທັນວາ 2017.
ກະສັດ ເຟີລິບເປ ອົງທີ 6 ຊົງກ່າວໂອວາດ ຕາມປະເພນີ ເນື່ອງໃນວັນຄຣິສມັສ ຢູ່ທີ່ ພະລາດສະວັງ ຊາຣຊູແອລາ (Zarzuela Palace) ໃນນະຄອນ ມາດຣິດ໌ ຂອງສະເປນ, ວັນທີ 23 ທັນວາ 2017 ໃນພາບຖ່າຍນີ້ ທີ່ໄດ້ຖືກເຜີຍແພ່ ໃນວັນທີ 24 ທັນວາ 2017.

ກະສັດ ເຟີລິບເປ ຂອງສະເປນ ໄດ້ຊົງໃຫ້ຄຳໂອວາດ ເນື່ອງໃນວັນຄຣິສມັສ
ເມື່ອວັນອາທິດວານນີ້ ແກ່ພວກຫົວນິຍົມແບ່ງແຍກດິນແດນ ໃນຂົງເຂດ
ຂອງ ຄາຕາໂລເນຍ ແລະ ອັນທີ່ພະອົງຊົງກ່າວວ່າ ເປັນຄວາມຈຳເປັນ ທີ່ຈະ
ຫລີກເວັ້ນການປະເຊີນໜ້າກັນ.

ພະອົງໄດ້ຊົງຮຽກຮ້ອງ ໃຫ້ບັນດາຜູ້ນຳໃນຂົງເຂດ ຈົ່ງຊ່ອຍ “ສັງຄົມຂອງ
ຊາວຄາຕາໂລເນຍ ເຖິງແມ່ນວ່າ ຈະມີຄວາມຫລາກຫລາຍ ແລະ ມີ
ຈຳນວນຫຼາຍພາກສ່ວນ ກໍຕາມ ຈົ່ງໃຫ້ກັບຄືນສູ່ ຄວາມສະຫງົບສຸກ
ຄວາມໝັ້ນຄົງ ແລະ ການນັບຖືຊຶ່ງກັນແລະກັນ ໃນທາງທີ່ຮັບປະກັນວ່າ
ແນວຄິດທັງຫຼາຍ ຈະບໍ່ແບ່ງແຍກ ຫຼື ສ້າງຄວາມແຕກແຍກ ຂອງບັນດາ
ຄອບຄົວ ແລະ ພວກເພື່ອນມິດ.”

ໂດຍການເບິ່ງກັບຄືນໄປ ໃນປີທີ່ມີ “ຄວາມຫຍຸ້ງຍາກ” ສຳລັບສະເປນ
ພະອົງ ຊົງຢ້ຳເຕືອນ ບັນດາຜູ້ນຳຊາວຄາຕາໂລເນຍ ແລະ ບັນດາສະມາຊິກ
ສະພາ ທີ່ໄດ້ຖືກເລືອກໃໝ່ ທີ່ຈະ “ປະເຊີນກັບບັນຫາຕ່າງໆ ທີ່ຈະສົ່ງຜົນ
ກະທົບ ຕໍ່ຊາວກາຕາໂລເນຍທັງໝົດ ດ້ວຍການນັບຖືຄວາມຫຼາກຫຼາຍ
ແລະ ດ້ວຍການຄຳນຶງເຖິງຄວາມຮັບຜິດຊອບ ໃນສິ່ງທີ່ດີໆ ເພື່ອຜົນ
ປະໂຫຍດຂອງສ່ວນລວມ.”

ໃນການກ່າວຄຳປາໄສ ເມື່ອເດືອນຕຸລາ ຜ່ານມາ ກະສັດຂອງສະເປນ ໄດ້ຊົງ
ປະນາມ ອັນທີ່ພະອົງ ເອີ້ນວ່າ “ຄວາມບໍ່ຊື່ສັດ ທີ່ຮັບບໍ່ໄດ້” ຂອງພວກຫົວ
ແບ່ງແຍກດິນແດນ ຊາວຄາຕາໂລເນຍ.

ພວກສະມາຊິກສະພາ ທີ່ນິຍົມເອກກະລາດ ຄອບງຳ ສະພາຂອງຄາຕາ
ໂລເນຍ ຫຼັງຈາກການເລືອກຕັ້ງເມື່ອວັນອັງຄານຜ່ານມານີ້.

ນາຍົກລັດຖະມົນຕີຂອງສະເປນ ທ່ານ ມາຣີອາໂນ ຣາຮອຍ ໄດ້ລົ້ມເລີກ
ສະພາຄາໂຕໂລເນຍ ກ່ອນໜ້ານີ້ ຫຼັງຈາກທີ່ຊາວຄາຕາໂລເນຍ ໄດ້ຈັດ
ການລົງປະຊາມະຕິ ເພື່ອເປັນເອກກະລາດ ຢ່າງຜິດກົດໝາຍ ເຊິ່ງນຳໄປ
ສູ່ຄວາມຮຸນແຮງ ແລະ ຄວາມວຸ້ນວາຍໃນທົ່ວປະເທດ.

ທ່ານ ຣາຮອຍ ຫວັງວ່າ ພວກມີສິດລົງຄະແນນສຽງ ຊາວຄາຕາໂລເນຍ
ຈະເລືອກສະພາທ້ອງຖິ່ນໃໝ່ ທີ່ສະໜັບສະໜູນ ການຢູ່ຮ່ວມສາມັກຄີ
ເປັນນຶ່ງດຽວກັບສະເປນ ແທນທີ່ຈະຫາທາງແຍກໂຕອອກ.

ປະທານາທິບໍດີ ຂອງຄາຕາໂລເນຍ ທ່ານ ຄາຣເລັສ ປຸຍເດີມອງ ໄດ້ຫລົບ
ໜີໄປຂໍລີ້ໄພ ຢູ່ໃນປະເທດແບລຢ້ຽມ ຫຼັງຈາກການລົງປະຊາມະຕິ ເມື່ອ
ເດືອນຕຸລາ. ທ່ານໄດ້ນຳສະເໜີ ໃຫ້ມີການເຈລະຈາ ກັບທ່ານ ຣາຮອຍ
ແຕ່ຈະບໍ່ກັບຄືນໄປຍັງສະເປນ ບ່ອນທີ່ທ່ານຈະປະເຊີນກັບການຈັບກຸມ.

ມາເຖິງປັດຈຸບັນນີ້ ທ່ານຣາຮອຍ ໄດ້ປະຕິເສດການພົບປະກັບທ່ານ
ປຸຍເດີມອງ ໂດຍກ່າວວ່າ ທ່ານຢາກຄອຍຖ້າຈົນກວ່າ ສະພາກາຕາ
ໂລເນຍ ເລືອກເອົາປະທານາທິບໍດີ ຂອງຂົງເຂດເສຍກ່ອນ.

Spain Catalonia
please wait
Embed

No media source currently available

0:00 0:01:26 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG