ໜ່ວຍປ່ອນບັດຕ່າງໆໄດ້ເປີດຂຶ້ນແລ້ວທີ່ເຂດ Catalonia ຊຶ່ງເປັນເຂດຂອງພວກຄົນຮັ່ງມີ ທາງພາກຕາເວັນອອກສຽງເໜືອຂອງສະເປນ ເພື່ອເລືອກເອົາສະມາຊິກສະພາຂົງເຂດຈໍານວນ 135 ທີ່ນັ່ງ.
ການເລືອກຕັ້ງໃນວັນອາທິດມື້ນີ້ ຖືກມອງກັນວ່າ ອາດເປັນການລົງປະຊາມະຕິ ເພື່ອໃຫ້ເຂດ Catalonia ແຍກຕົວອອກເປັນເອກກະລາດຈາກສະເປນ.
ທ່ານ Artur Mas ປະທານາທິບໍດີຢູ່ໃນຕໍາແໜ່ງຂອງຂົງເຂດ ຜູ້ລົງສະ ໝັກເລືອກຕັ້ງ ທີ່ມີຫົວນິຍົມເອກກະລາດ ບອກບັນດາສະມາຊິກພັກ Convergence and Union ຂອງທ່ານ ເມື່ອອາທິດຜ່ານມານີ້ວ່າ ການ ຈະໄດ້ຮັບເອກກະລາດຂອງພວກເຮົາແມ່ນໃກ້ເຂົ້າ ມາແລ້ວ. ຖ້າຫາກວ່າ ທ່ານຊະນະການເລືອກຕັ້ງຄັ້ງນີ້ ທ່ານ Mas ໃຫ້ຄຳໝັ້ນສັນຍາວ່າ ຈະຈັດການລົງປະຊາມະຕິຂຶ້ນ ໂດຍຖາມປະຊາຊົນຊາວ Catalonia ວ່າ ພວກເຂົາເຈົ້າຢາກແຍກອອກຈາກສະເປນຫຼືບໍ່.
ແຕ່ທ່ານ Albert Rivera ຜູ້ສະໝັກເລືອກຕັ້ງປະທານາທິບໍດີສັງກັດພັກ ປະຊາຊົນຫຼື Cuitadan ເວົ້າວ່າ ເຂດ Catalonia ຈະບໍ່ໄດ້ຮັບຜົນປະໂຫຍດຫຍັງຈາກການແຍກຕົວອອກຈາກສະເປນ.
ບັນດາຜູ້ຊ່ຽວຊານການເມືອງຄາດວ່າ ທ່ານ Mas ຈະຊະນະ ແຕ່ກໍບໍ່ມີໃຜ ທໍານາຍວ່າ ຈະມີການແຍກຕົວຂອງເຂດ Catalonia ອອກຈາກສະເປນ.
ລັດຖະບານຂອງທ່ານ Mas ໄດ້ຮຽກຮ້ອງໃຫ້ມີການເລືອກຕັ້ງກ່ອນກໍານົດ ອັນເປັນພາກ ສ່ວນນຶ່ງຂອງການຕໍ່ສູ້ຍາດອໍານາດ ກັບລັດຖະບານກາງ ທີ່ບໍລິຫານໂດຍນາຍົກລັດຖະ ມົນຕີ Mariano Rajoy ນັ້ນ.