ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສເປນ ຕ້ອນຮັບ ກຳປັ່ນ ຜູ້ຍົກຍ້າຍ ຖິ່ນຖານ


ຜູ້ຍົກຍ້າຍຖິ່ນຖານຄົນນຶ່ງໄດ້ຮັບການຊ່ວຍເຫຼືອຈາກສະມາຊິກອົງການກາແດງ ຂອງ ສເປນ ເມື່ອລາວໄປຮອດກຳປັ່ນຍາມຝັ່ງ ສເປນ ທີ່ທ່າເຮືອ ຂອງເມືອງ ທາຣີຟາ. 14 ມິຖຸນາ, 2018.
ຜູ້ຍົກຍ້າຍຖິ່ນຖານຄົນນຶ່ງໄດ້ຮັບການຊ່ວຍເຫຼືອຈາກສະມາຊິກອົງການກາແດງ ຂອງ ສເປນ ເມື່ອລາວໄປຮອດກຳປັ່ນຍາມຝັ່ງ ສເປນ ທີ່ທ່າເຮືອ ຂອງເມືອງ ທາຣີຟາ. 14 ມິຖຸນາ, 2018.

ເຮືອຊຶ່ວ່າ ອາຄົວຣຽສ “The Aquarius,” ເປັນກຳປັ່ນຂອງອົງການແພດບໍ່ມີພົມແດນ
ເຊິ່ງໄດ້ຊ່ວຍເຫຼືອພວກຍົກຍ້າຍຖິ່ນຖານຢູ່ນອກຊາຍຝັ່ງຂອງປະເທດ ລີເບຍ ເມື່ອສັບ
ປະດາທີ່ຜ່ານມາ ແລະ ຖືກປະຕິເສດບໍ່ໃຫ້ເຂົ້າໄປທຽບທ່າ ໂດຍປະເທດ ອິຕາລີ ແລະ
ມາລຕ້າ ນັ້ນ, ໄດ້ເດີນທາງໄປຈອດຢູ່ໃນປະເທດ ສເປນ ໃນວັນອາທິດມື້ນີ້. ກຳປັ່ນລຳ
ດັ່ງກ່າວ ໄດ້ຮ່ວມເດີນທາງ ໄປກັບກຳປັ່ນຂອງ ອິຕາລີ ອີກສອງລຳ. ກຳປັ່ນ ດັດຕິໂລ
“The Dattilo” ເຊິ່ງໄດ້ຂົນຜູ້ຍົກຍ້າຍຖິ່ນຖານຂອງກຳປັ່ນ ອາຄົວຣຽສ ຈຳນວນນຶ່ງນັ້ນ
ໄດ້ເດີນທາງໄປຮອດໃນຕອນເຊົ້າຂອງວັນອາທິດມື້ນີ້. ສ່ວນກຳປັ່ນ ໂອຣີໂອເນ
“Orione” ຄາດວ່າຈະເດີນທາງຮອດໃນຕອນແລງຂອງມື້ນີ້.

ບັນດາແພດໝໍຜູ້ທີ່ເວົ້າວ່າ ພວກຍົກຍ້າຍຖິ່ນຖານມີອາການເມື່ອຍແລະ ຕຶງຄຽດ” ນັ້ນ,
ໄດ້ຮັບການຕ້ອນຮັບ ທີ່ເມືອງ ວາເລັນເຊຍ ດ້ວຍປ້າຍໃຫຍ່ທີ່ຂຽນເປັນຫຼາຍພາສາວ່າ
“ຍິນດີຕ້ອນຮັບສູ່ບ້ານ.”

ອີງຕາມບັນດາເຈົ້າໜ້າທີ່ຂອງເມືອງ ວາເລັນເຊຍ ນັ້ນ, ພວກຍົກຍ້າຍຖິ່ນຖານ ລວມມີ
ຜູ້ຊາຍ 450 ຄົນ ແລະ ແມ່ຍິງ 80 ຄົນ. ແມ່ຍິງ 7 ຄົນກຳລັງຖືພາ. ນອກຈາກນັ້ນກໍຍັງ
ມີເດັກນ້ອຍ 11 ຄົນອາຍຸຕໍ່າກວ່າ 13 ປີ ແລະ ຊາວໜຸ່ມ 89 ຄົນ.

ອົງການແພດບໍ່ມີພົມແດນ ເວົ້າວ່າ ພວກອົບພະຍົບມາແມ່ນຈາກ 26 ປະເທດ, ສ່ວນ
ໃຫຍ່ຈາກທະວີບ ອາຟຣິກາ, ແຕ່ກໍມີຄົນມາຈາກປະເທດ ອັຟການິສຖານ, ບັງກລາ
ແດັສ ແລະ ປາກິສຖານ ເຊັ່ນກັນ.

ກຳປັ່ນຊ່ວຍເຫຼືອ ອາຄົວຣຽສ ທີ່ບັນຈຸຜູ້ຍົກຍ້າຍຖິ່ນຖານຫຼາຍຮ້ອຍຄົນເດີນທາງຮອດທ່າເຮືອໃນເມືອງ ວາເລັນເຊຍ, ປະເທດ ສເປນ. 17 ມິຖຸນາ, 2018. ພ
ກຳປັ່ນຊ່ວຍເຫຼືອ ອາຄົວຣຽສ ທີ່ບັນຈຸຜູ້ຍົກຍ້າຍຖິ່ນຖານຫຼາຍຮ້ອຍຄົນເດີນທາງຮອດທ່າເຮືອໃນເມືອງ ວາເລັນເຊຍ, ປະເທດ ສເປນ. 17 ມິຖຸນາ, 2018. ພ

ນາຍົກລັດຖະມົນຕີ ສເປນ ທີ່ຫາກໍຖືກແຕ່ງຕັ້ງກຳຕຳແໜ່ງໃໝ່, ທ່ານ ເປໂດຣ ຊານເຊັສ
ໄດ້ກ່າວວ່າ “ມັນແມ່ນໜ້າທີ່ຂອງພວກເຮົາ ທີ່ຈະຊ່ວຍຫຼີກລ່ຽງໄພຫາຍານະດ້ານມະ
ນຸດສະທຳ ແລະສະໜອງທ່າເຮືອທີ່ປອດໄພ ໃຫ້ຄົນພວກນີ້ ເພື່ອປະຕິບັດຕາມພັນທະ
ດ້ານມະນຸດສະທຳຂອງພວກເຮົາ.”

ເລຂາທິການໃຫຍ່ອົງການກາແດງ ທ່ານ ແອລຮາຈ ແອສ ຊີ ໄດ້ກ່າວໃນເມືອງ ວາເລັນ
ເຊຍ ເມື່ອວັນເສົາວານນີ້ວ່າ “ຄົນໄດ້ເດີນທາງມາ ຢູໂຣບ ເພື່ອຫາຄຸນຄ່າຂອງຄວາມ
ສາມັກຄີ ແລະ ການສະໜັບສະໜູນຂອງຊາວ ຢູໂຣບ. ແມ່ນຫຍັງກໍຕາມທີ່ນ້ອຍກວ່າ
ນັ້ນ ແມ່ນການທໍລະຍົດ ຕໍ່ ຢູໂຣບ ເອງ.”

ທ່ານ ໂຈອານ ຣີໂບ, ເຈົ້າເມືອງ ວາເລັນເຊຍ, ໄດ້ກ່າວວ່າ ການປະຕິເສດທີ່ຈະຮັບເອົາ
ກຳປັ່ນ ອາຄົວຣຽສ ຂອງ ອິຕາລີ ແມ່ນບໍ່ມີມະນຸດສະທຳ.

ກຸ່ມຂອງປະຊາຊົນ 2,320 ຄົນ, ລວມມີອາສາສະໝັກຂອງອົງການກາແດງ 1,000 ຄົນ
ແມ່ນໄດ້ຖືກລະດົມ ໃຫ້ໄປຊ່ວຍເຫຼືອພວກຍົກຍ້າຍຖິ່ນຖານໃນເມືອງ ວາເລັນເຊຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG