ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະເປນ ຮັບເອົາ ຄົນເຂົ້າເມືອງ ທີ່ຕົກຄ້າງ ຢູ່ໃນເຮືອ


ພວກຄົນເຂົ້າເມືອງ ທີ່ເປັນພາກສ່ວນນຶ່ງ ຂອງກຸ່ມທີ່ ຖືກສະກັດກັ້ນ ຢູ່ນອກຝັ່ງທະເລເມດີແຕເຣນຽນ ວັນ 9 ມິຖຸນາ 2018.
ພວກຄົນເຂົ້າເມືອງ ທີ່ເປັນພາກສ່ວນນຶ່ງ ຂອງກຸ່ມທີ່ ຖືກສະກັດກັ້ນ ຢູ່ນອກຝັ່ງທະເລເມດີແຕເຣນຽນ ວັນ 9 ມິຖຸນາ 2018.

ສະ​ເປ​ນ​ໄດ້ຕົກລົງ​ທີ່​ຈະ​ຮັບ​ເອົາ​ເຮືອ​ ທີ່ບັນທຸກ​ຄົນ​ເຂົ້​າ​ເມືອງ​ຫຼາຍກວ່າ 600 ຄົນ​ໃນ​ວັນ​
ຈັນ​ວານ​ນີ້ ຫຼັງ​ຈາກ​ໄດ້​ປະຕິ​ເສດ ​ໂດຍ​ອີ​ຕາລີ ​ແລະ​ມາລຕາ ທີ່​ບໍ່​ໃຫ້​ເຂົ້າຈອດ.

ນາຍົກລັດຖະມົນຕີສະ​ເປ​ນ ທ່ານເປ​ໂດຣ ​ແຊນ​ເຈ​ສ ຜູ້​ທີ່​ໄດ້​ເຂົ້າກຳ​ຕໍາ​ແໜ່​ງ ພຽງ​ແຕ່
​ນຶ່ງອາທິດ ​ໄດ້​ແນະນຳ​ໃຫ້​ເຮື​ອດັ່ງກ່າວ ຈອດ​ຢູ່​ທ່າ​ກຳປັ່ນວາເ​ລັນເຊຍ ທາງພາກ​ຕາ
​ເວັນ​ອອກ​ຂອງປະເທດ​ ອີງ​ຕາມ​ຖະ​ແຫຼ​ງການ​ຈາກ​ຫ້ອງການ​ຂອງ​ທ່ານ.

ອີ​ຕາ​ລີ ​ແລະ​ມາລຕາ ​ໄດ້​ຂອບ​ໃຈ​ສະ​ເປ​ນ​ ໃນ​ການ​ຮັບ​ເອົາ​ພວກຄົນ​ເຂົ້າ​ເມືອງ ​ໃນ​ຈຳ
ນວນ​ທັງ​ໝົດ 629 ຄົນ ຮວມພວກທີ່​ເປັນ​ເດັກນ້ອຍ ​ບໍ່​ມີ​ຜູ້​ປົກຄອງຫຼາຍ ກວ່າ 100 ຄົນ
ຊຶ່ງ​ໄປເຖິງ​ຝັ່ງ​ທະ​ເລ​ຂອງ​ອີ​ຕາ​ລີ ​ຢູ່​ໃນ​ເຮືອ​ອາກາຣີອັສ. ​ເຮືອ​ດັ່ງກ່າວ​ບໍລິຫານງານ​ໂດຍ
​ໜ່ວຍກູ້​ໄພ SOS ຂອງ​ເຢຍຣະມັນ ​ເມ​ດີ​ແຕເຣນຽບ ທີ່​ໄດ້​ຊ່ວຍ​ຄົນ​ເຂົ້າ​ເມືອງ​ຈາກ​ຝັ່ງ​
ທ​ະ​ເລ​ ຂອງລີ​ເບຍ ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ.

ລັດຖະມົນ​ຕີ​ກະຊວງ​ພາຍ​ໃນ ທ່ານ​ແມັຕທຽວ ຊາ​ລວາ​ນີ ຜູ້​ທີ່​ເປັນ​ຜູ້ນຳ​ພັກຂວາ​ຈັດຂອງ
​ປະ​ເທດ​ ​ໄດ້​ກີດ​ກັ້ນ​ເຮືອ​ບໍ່​ໃຫ້​ເຂົ້າ​ໄປຈອດ​ຢູ່​ອີ​ຕາ​ລີ​ໃນ​ທ້າຍ​ອາທິດ ​ໂດຍ​ໂຕ້​ຖຽງ​ວ່າ “ການ​ຊ່ວຍຊີ​ວິດຢູ່​ທະ​ເລ​ເປັນ​ໜ້າ​ທີ່ແຕ່​ການ​ປ່ຽນ​ໃຫ້​ອີ​ຕາ​ລີ​ກາຍເປັນ ສູນ​ອົບ​ພະ​ຍົບນັ້ນ​ແມ່ນ​ບໍ່
​ໄດ້.”

ຫຼັງ​ຈາກ​ສະ​ເປັນ​ໄດ້ສະເໜີ​ຮັບ​ເອົາຄົນ​ເຂົ້າ​ເມືອງໃນ​ວັນ​ຈັນ​ວານ​ນີ້ແລ້ວ ທ່ານ​ຊາ​ລວີນນີ
​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ການປະເຊີນໜ້າ “​ເປັນ​ສັນຍານ​ທີ່​ສຳຄັນ ​ເທຶຶ່ອທຳ​ອິດ” ທີ່
ອີຕາລີຈະບໍ່ຍອມປ່ອຍໃຫ້ຕົນຮັບເອົາພວກທີ່ອາດຈະເປັນອົບພະຍົບແຕ່ພຽງຜູ້ດຽວຕາມ
ລຳພັງ.​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG