ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ປະ​ທ້ວງເກີດ​ຂຶ້ນ ຫລັງຈາກສານ ​ສະ​ເປນ ​ຕັດ​ສິນ​ຂັງ​ຄຸກ ​ອະ​ດີດ​ຜູ້​ນຳ ​ແບ່ງ​ແຍກ​ດິນ​ແດນ ​ຂອງ​ຄາ​ຕາ​ໂລ​ເນຍ


ພວກ​ປະ​ທ້ວງ​ເອົາລໍ້​ຍູ້​ເຄື່ອງ​ໃນ​ຮ້ານ​ຄ້າ​ໄປ​ຕັນ​ທາງ​ເຂົ້າ​ສະ​ໜາມ​ບິນ ແອ​ລ ແພ​ຣດ (El Prat) ທີ່​ຢູ່ນອກ​ຊານ​ເມືອງ Barcelona ຂອງ​ສະ​ເປນ​ນັ້ນ​ໄວ້ ໃນ​ວັນ​ທີ 14 ຕຸ​ລາ, 2019
ພວກ​ປະ​ທ້ວງ​ເອົາລໍ້​ຍູ້​ເຄື່ອງ​ໃນ​ຮ້ານ​ຄ້າ​ໄປ​ຕັນ​ທາງ​ເຂົ້າ​ສະ​ໜາມ​ບິນ ແອ​ລ ແພ​ຣດ (El Prat) ທີ່​ຢູ່ນອກ​ຊານ​ເມືອງ Barcelona ຂອງ​ສະ​ເປນ​ນັ້ນ​ໄວ້ ໃນ​ວັນ​ທີ 14 ຕຸ​ລາ, 2019

ພວກ​ປະ​ທ້ວງຫລາຍ​ພັນ​ຄົນຢູ່​ໃນຄາ​ຕາ​ໂລ​ເນຍ ໄດ້​ພາ​ກັນ​ລົງ​ໄປ​ໂຮມ​ຊຸມ​ນຸມ​ຢູ່​ຕາມ​ຫົນ​ທາງ ແລະ​ໄດ້​ຕັນສະ​ໜາມ​ບິນ​ຂອງ​ນະ​ຄອນບາ​ເຊ​ໂລ​ນາ​ໄວ້ ​ໃນ​ວັນ​ຈັນ​ວານນີ້ ພາຍ​ຫລັງ​ທີ່ສານ​ສູງ​ສຸດ​ຂອງສະ​ເປນ ໄດ້​ຕັດ​ສິນ​ຂັງ​ຄຸກ​ອະ​ດີດ​ຜູ້​ນຳ​ແບ່ງ​ແຍກ​ດິນ​ແດນ​ຂອງ​ຄາ​ຕາ​ໂລ​ເນຍ 9 ຄົນ​ເປັນ​ເວ​ລາ​ຫລາຍ​ປີ ຍ້ອນຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ ​ທີ່​ຈະ​ປະ​ກາດ​ເອ​ກະ​ລາດແຍກ​ອອກ​ຈາກ ສ​ະເປນໄປ ໃນ​ປີ 2017.

ຫລາຍ​ພັນ​ຄົນໄດ້​ພາ​ກັນ​ລົງ​ໄປ​ໂຮມ​ຊຸມ​ນຸມຢູ່​ໃຈ​ກາງ​ຂອງ​ນະ​ຄອນບາ​ເຊ​ໂລ​ນາ ໃນ​ແລງວັນ​ຈັນ​ວານນີ້ ເພື່ອ​ເດີນ​ຂະ​ບວນ​ປະ​ທ້ວງ.

ກ່ອນ​ໜ້າ​ນັ້ນ​ ໃນ​ມື້​ດຽວ​ກັນ, ພວກ​ປະ​ທ້ວງກໍ​ໄດ້​ຕັນ​ທາງ​ເຂົ້າ​ໄປ​ຫາສະ​ໜາມ​ບິນ ແອ​ລ ແພ​ຣດ (El Prat) ຂອງ​ຂົ​ງເຂດດັ່ງ​ກ່າວ ຊຶ່ງ​ໄດ້​ພາ​ໃຫ້​ຕຳ​ຫລວດປາບຈາ​ລະ​ຈົນ ທຳ​ການ​ໂຈມຕີ​ຕໍ່​ພວກ​ພວກ​ເດີນ​ຂະ​ບວນ​ດ້ວຍ​ໄມ້​ຄ້ອນ. ຕຳ​ຫລວດ​ຍັງ​ໄດ້​ຍິງ​ລູກ​ໝາກ​ບານ​ທີ່ເຮັດ​ດ້ວຍ​ໂຟມ​ໃສ່​ພວກ​ປະ​ທ້ວງ​ອີ​ກ​ດ້ວຍ.

ເຈົ້າ​ໜ້າ​ທີ່​ການ​ແພດ​ເວົ້າ​ວ່າພວກ​ປະ​ທ້ວງ 37 ຄົນ ໄດ້​ຮັບ​ບາດ​ເຈັບຢູ່​ໃນ​ການ​ປະ​ທະ​ກັນ​ຢູ່ທີ່​ສະ​ໜາມ​ບິນນັ້ນ.

ຜູ້ດຳ​ເນີນ​ງານ​ຢູ່ສະ​ໜາມ​ບິນຂອງ​ສະ​ເປນເວົ້າ​ວ່າ ຢ່າງ​ໜ້ອຍມີ 108 ຖ້ຽວ​ບິນ​ໄດ້​ຖືກ​ຍົກ​ເລີກ​ໄປ.
ພວກ​ປະ​ທ້ວງຢູ່​ໃນຂົງ​ເຂດຄາ​ຕາ​ໂລ​ເນຍຍັງ​ໄດ້​ເຮັດ​ໃຫ້ການ​ບໍ​ລິ​ການ​ບາງ​ຢ່າງ ຂອງ​ລົດ​ໄຟ​ຢູ່​ໃນ​ຂົງ​ເຂດນັ້ນຢຸດ​ສະ​ງັກ ໂດຍ​ການ​ເອົາ​ໄມ້​ໄປ​ວາງ​ໃສ່​ລາງ​ລົດ​ໄຟ ແລະ​ຕັນ​ຫົນ​ທາງ​ໄວ້. ຕຳ​ຫລວດ​ເວົ້າ​ວ່າ ມີ​ສອງ​ຄົນ​ໄດ້​ຖືກ​ຈັບຢູ່​ໃນຂົງ​ເຂດດັ່ງ​ກ່າວ.

ພວກ​ປະ​ທ້ວງໄດ້​ໄປ​ເຕົ້າ​ໂຮມ​ກັນຢູ່​ສູນ​ກາງ​ການ​ຂົນ​ສົ່ງ​ໃນ​ວັນ​ຈັນ​ວານນີ້ ຫລັງ​ຈາກສານ​ສູງ​ສຸດ​ຂອງສະ​ເປນ ໄດ້​ຕັດສິນໃຫ້​ອະ​ດີດ​ຜູ້​ນຳ​ແບ່ງ​ແຍກ​ດິນ​ແດນ​ຂອງ​ຂົງ​ເຂດຄາ​ຕາ​ໂລ​ເນຍ 9 ຄົນ ຖືກ​ຈຳ​ຄຸກ​ເປັນ​ເວ​ລາລະ​ຫວ່າງ 9 ຫາ 13 ປີ ຍ້ອນ​ການ​ມີ​ບົດບາດ​ຂອງ​ເຂົາ​ເຈົ້າຢູ່​ໃນ​ການຜັກ​ດັນ​ໃຫ້ໄດ້​ເອ​ກະ​ລາດມາ​ແກ່ຂົງ​ເຂດ​ດັ່ງ​ກ່າວ​.

​ອະ​ດີດ​ຮອງ​ປະ​ທາ​ນ​ຂອງ​ຂົງ​ເຂດ​ດັ່ງ​ກ່າວ, ທ່ານ ອໍ​ຣີ​ໂອ​ລ ຈູນ​ເຄີ​ຣາ​ຊ (Oriol Junqueras) ໄດ້​ຮັບ​ໂທດ​ຈຳ​ຄຸກ​ດົນ​ກວ່າ​ໝູ່​ໝົດ ເປັນ​ເວ​ລາ 13 ປີ ຖານປຸ​ກ​ລະ​ດົມປະ​ຊາ​ຊົນ​ໃຫ້​ຕ້ານ​ກັບ​ລັດ​ຖະ​ບານ ແລະ​ໃຊ້​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ​ຢ່າງ​ຜິດໆ.

ສານ​ຍັງ​ໄດ້​ພົບ​ວ່າຈຳ​ເລີຍ​ອີກ 3 ຄົນ ມີ​ຄວາມ​ຜິດ​ພຽງ​ແຕ່​ຖານ​ເຮັດ​ຜິດ​ລະ​ບຽບ ແລະ​ບໍ່​ໄດ້​ຕັດ​ສິນ​ຈຳ​ຄຸກ​ພວກ​ເຂົາ​ເຈົ້າ.

ແຕ່​ສານ​ກໍ​ໄດ້​ຕັດ​ສິນໃຫ້ຈໍາ​ເລີຍ​ໝົດ​ທຸດ​ຄົນພົ້ນ​ຈາກ​ການ​ກ່າວ​ຫາ​ທີ່ຮ້າຍ​ແຮງ​ທີ່​ສຸດ ຊຶ່ງ​ກໍ​ຄື​ການກໍ່​ກະ​ບົດ.

​ອະ​ດີດ​ຫົວ​ໜ້າ​ລັດ​ຖະ​ບານ​ຂອງຂົງ​ເຂດຄາ​ຕາ​ໂລ​ເນຍເອີ້ນ​ການ​ຕັດ​ສິນທີ່​ອອກ​ມາ​ໃນ​ວັນ​ຈັນ​ນີ້​ວ່າ "ເປັນ​ການ​ກະ​ທຳ​ທີ່​ໂຫດ​ຮ້າຍ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG