ພວກກູ້ໄພສະເປນ ໄດ້ຊ່ວຍເຫຼືອຄົນເຂົ້າເມືອງເກືອບ 800 ຄົນ ທີ່ພະຍາຍາມຂ້າມທະ
ເລເມດີເຕຣາເນ ເຂົ້າໄປສູ່ສະຫະພາບຢູໂຣບພາຍໃນສອງມື້ທີ່ຜ່ານມານີ້.
ເຮືອຕຳຫຼວດຍາມຝັ່ງ ໄດ້ນຳເອົາຄົນອອກຈາກເຮືອທີ່ແອອັ່ງ ຢູ່ໃນສະພາບອັນຕະລາຍ
ຈາກສ່ອງແຄບກີບຣາລຕາຣ ແລະທະເລ ອາລໂບຣານ ທີ່ເປັນສອງຈຸດໃກ້ຊິດທີ່ສຸດລະ
ຫວ່າງສະເປັນກັບຝັ່ງທະເລຂອງອາຟຣິກາເໜືອ.
ອົງການຄົນເຂົ້າເມືອງສາກົນຂອງສະຫະປະຊາຊາດ ກ່າວວ່າ ຫຼາຍກວ່າ 18,000 ຄົນ
ໄດ້ໄປເຖິງສະເປນ ຈາກອາຟຣິກາເໜືອໃນປີນີ້.
ສະເປນໄດ້ກາຍມາເປັນທາງເລືອກ ແທນອີຕາລີ ວ່າເປັນບ່ອນທີ່ເໝາະສົມ ແກ່ຄົນເຂົ້າ
ເມືອງຈາກອາຟຣິກາ ຊີເຣຍ ອັຟການິສຖານ ແລະແຫ່ງອື່ນໆ ທີ່ພະຍາຍາມຫລົບໜີສົງ
ຄາມ ແລະຄວາມທຸກຈົນເພື່ອຊີວິດດີ ຢູ່ໃນສະຫະພາບຢູໂຣບ.
ອີຕາລີ ໄດ້ຮັບເອົາຄົນເຂົ້າເມືອງໄປຢ່າງຖ້ວມລົ້ນ ແລະພາຍໃຕ້ຂໍ້ຕົກລົງກັບລີເບຍ ທີ່
ໄດ້ເລີ້ມສົ່ງເຂົາເຈົ້າກັບຄືນບ້ານ ແທນທີ່ດຳເນີນຄຳຮ້ອງຂໍການລີ້ໄພ.