ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາວະເສດຖະກິດຫົດໂຕ ຂອງສະເປນ ຮ້າຍແຮງຂຶ້ນ (ວີດິໂອ)


ຊາວສະເປນຖືປ້າຍປະທ້ວງ ການຕັດເງິນຊ່ວຍເຫລືອ ມະຫາວິທະຍາໄລຫລວງຕ່າງໆ ໃນນະຄອນຫລວງ Madrid, ວັນທີ 23 ຕຸລາ 2012.
ຊາວສະເປນຖືປ້າຍປະທ້ວງ ການຕັດເງິນຊ່ວຍເຫລືອ ມະຫາວິທະຍາໄລຫລວງຕ່າງໆ ໃນນະຄອນຫລວງ Madrid, ວັນທີ 23 ຕຸລາ 2012.
ສະ​ເປ​ນກ່າວ​ວ່າ ສະພາ​ວະ​ເສດຖະກິດ​ຖົດຖອຍ​ຂອງ​ຕົນ​ກໍາລັງ​ຮ້າຍ​ແຮງ​ຂຶ້ນ. ທະນາ ຄານກາງ​ຂອງສະ​ເປ​ນ ຫຼື Bank of Spain ​ເວົ້າ​ເມື່ອ​ວັນ​ອັງຄານ​ວານ​ນີ້​ວ່າ ​ເສດຖະກິດ​ຂອງ​ຕົນ​ໄດ້​ຫົດ​ຕົວເຂົ້າ ​ເປັນໄຕມາດທີຫ້າລຽນຕິດ ​ໃນ​ໄລຍະ​ເດືອນ​ກໍລະກົດຫາ​ເດືອນ​ກັນຍາຜ່ານ​ມາ​ນີ້ ​ແລະວ່າເສດຖະກິດ​ຂອງ​ປະ​ເທດ​ໄດ້​ຫົດ​ໂຕ​ເຂົ້າ ຈຸດ​ສີ່​ເປີ​ເຊັນ ​ເທົ່າ​ກັນ​ກັບ​ການ​ຫົດ​ຕົວ​ໃນ​ໄຕ ມາດ​ທີສອງ ຈາກ​ເດືອນ​ເມສາ ​ຫາ​ມິຖຸນາ​ນັ້ນ.

​ການ​ສູນ​ເສຍໜ້າ​ວຽກໃນສະ​ເປ​ນໄດ້​ເພີ່ມ​ທະວີ​ຂຶ້ນ ໂດຍມີ​ຄົນ​ຫວ່າງ​ງານ ຫຼາຍກວ່ານຶ່ງ​ສ່ວນ
​ສີ່​ຂອງໜ່ວຍແຮງ​ງານ​ທັງ​ໝົດ. ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ລາຍ​ງານ​ສະພາບ​ການ​ເສດຖະກິດ
​ຄັ້ງລ່າ​ສຸດ​ນີ້ ອາດ​ສາມາດ​ກົດ​ດັນ​ໃຫ້ນາຍົກລັດຖະມົນຕີ Mariano Rajoy ຕ້ອງ​ໄດ້​ຊອກຫາ
ເງິນຊ່ວຍ​ເຫລືອຈາກ​ນານາ​ຊາດ ຄື​ກັນ​ກັບປະ​ເທດກຣີສ ອາຍ​ແລນ​ດ໌ ​ແລະ​ປໍ​ຈຸ​ກາລ ​ທີ່​ຕ້ອງ
ໄດ້ຊອກເງິ​ນຊ່ວຍ​ກູ້ເສດຖະກິດ ຈາກບັນດາ​ປະ​ເທດ​ເພື່ອນ​ບ້ານ​ຢູ​ໂຣບ.

ທະນາຄານ​ກາງຂອງ​ສະຫະພາບ​ຢູ​ໂຣບ ​ໄດ້ກ່າວ​ວ່າ ຕົນ​ເຕັມ​ໃຈ​ທີ່ຈະ​ຊື້​ພັນທະບັດ​ໂດຍບໍ່​ຈໍາກັດ​ຈໍານວນ ​ເພື່ອ​ຊ່ວຍ​ບັນດາ​ປະ​ເທດ​ທີ່​ມີ​ໜີ້​ສິນຫຼາຍ ​ໃນ​ກຸ່ມ 17 ​ປະ​ເທດ​ທີ່​ໃຊ້​ເງິນຢູ​ໂຣນັ້ນ ​ແຕ່​ເທົ່າເຖິງ​ປັດຈຸບັນ​ນີ້ ທ່ານ Rajoy ກໍຍັງ​ຂັດ​ຂຶນ​ຕໍ່​ການທີ່​ຈະຮ້ອງ​ຂໍການ​ຊ່ວຍ​ເຫລືອຈາກພາຍນອກນັ້ນ​ຢູ່.

​ຂະນະດຽວ​ກັນ ໃນ​ປະ​ເທດ​ກຣີສ ນາຍົກລັດຖະມົນຕີ Antonis Sammaras ​ໄດ້​ພົບ​ປະ​ກັບ​ບັນດາພັນທະ​ມິດ​ໃນ​ລັດຖະບານ​ປະສົມ​ຂອງ​ທ່ານ ​ໃນ​ຄວາມ​ພະຍາຍາມ​ທີ່​ບັນລຸ​ຂໍ້​ຕົກລົງ​ກັນ ກ່ຽວແຜນການ​ປະຢັດ​ມັດທະຍັດ​ຊຸດ​ໃໝ່ ທີ່​ພວກເຈົ້າໜີ້​ນານາ​ຊາດ​ທວງ​ໃຫ້​ເຮັດ ກ່ອນ​ພວກ​ເຂົາ​ເຈົ້າຈະຕົກລົງ​ປ່ອຍ​ເງິນ​ຊ່ວຍ​ກູ້​ເສດຖະກິດ ງວດທີ່​ສອງໃຫ້. ກຣີສ​ໄດ້​ພົບປະ​ກັບບັນດາ
ປະ​ເທດ​ໃຫ້​ເງິນ​ກູ້​ຢືມນັ ບ​ຕັ້ງ​ແຕ່​ເດືອນ​ກໍລະກົດ​ເປັນ​ຕົ້ນ​ມາ ​ແຕ່ການ​ເຈລະຈາ​ກັນ​ກໍ​ຢຸດ​ຊະ​ງັກລົງ ຍ້ອນ​ຕົກລົງ​ກັນ​ບໍ່​ໄດ້ກ່ຽວ​ກັບ​ເງື່ອນ​ໄຂ​ຂອງຕ່າງໆ​ຂອງ​ມາດ​ຕະການປະຢັດ​ມັດທະຍັດ.

ກຣີສກ່າວ​ວ່າ ຕົນ​ຕ້ອງການ​ເງິນຊ່ວຍ​ເຫລືອກ້ອນ​ໃໝ່ ​ກ່ອນ​ທີ່ເງິນທີ່​ມີ​ຢູ່​ຈະ​ໝົດ​ໄປ ໃນ​ວັນ​ທີ 16 ​ເດືອນ​ພະຈິກ​ນີ້.

ວີດິໂອລາຍງານ ກ່ຽວກັບຊາວສະເປນ ທີ່ໄດ້ຮັບຄວາມເດືອດຮ້ອນຍ້ອນ
ສະພາວະເສດຖະກິດຕົກຕໍ່າຢ່າງຮ້າຍແຮງຂອງປະເທດ:


XS
SM
MD
LG